ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວ​ໜຸ່ມ​ອັງກິດ 3 ຄົນ ຖືກຈັບ ໃນຂໍ້ຫາພະຍາຍາມ ໄປເຂົ້າຮ່ວມ ກຸ່ມລັດອິສລາມ


ພາບອາຄານສຳນັກງານໃຫຍ່ New Scotland Yard ຂອງຕຳຫລວດນະຄອນບານຢູ່ນະຄອນຫລວງ London, ວັນທີ 20 ທັນວາ 2010.
ພາບອາຄານສຳນັກງານໃຫຍ່ New Scotland Yard ຂອງຕຳຫລວດນະຄອນບານຢູ່ນະຄອນຫລວງ London, ວັນທີ 20 ທັນວາ 2010.

ຊາວ​ໜຸ່ມ​ອັງກິດ 3 ຄົນ ​ທີ່​ຖືກ​ກ່າວ​ຫາ​ວ່າ ພະຍາຍ​າມຫາ​ທາງ​ໄປ​
ຮ່ວມ​ກັບ​ພວກ​ຫົວ​ຮຸນ​ແຮງ​ຈັດ​ລັດ​ອິສລາມ ​ໃນ​ຊີ​ເຣຍ ​ໄດ້​ຖືກ​ຈັບ​
ກຸມ​ຢູ່​ໃນ​ນະ ຄອນຫລວງ London ຫຼັງຈາກ​ຖືກ​ເນລະ​ເທດ​ອອກ
​ຈາກ​ປະ​ເທດ​ເທີ​ກີ ໃນ​ວັນ​ອາທິດ​ວານ​ນີ້.

​ຕຳຫລວດ Scotland Yard ບໍ່​ໄດ້​ລະບຸ​ຕົວ​ພວກ​ຕ້ອງ​ສົງ​ໄສ 3
ຄົນ​ນັ້ນ ​ແຕ່​ກ່າວ​ວ່າ ພວກ​ເຂົາ​ຖືກ​ກັກ​ຕົວ ​ໃນ​ວັນ​ສຸກ​ຜ່ານ​ມາ ຢູ່
​ທີ່ນະຄອນ Istanbul ຂອງ​ເທີ​ກີ. ລາຍ​ງານຕ່າງໆຂອງສື່​ຂ່າວ​ເທີ​ກີ
ກ່າວ​ວ່າ ທັງ​ສາມຄົນ​ ຊຶ່ງ 2 ຄົນ​ມີອາຍຸ 17 ປີ ມາຈາກ​ພາກ​ຕາ​ເວັນ
​ຕົກ​ສຽງ​ເໜືອ​ຂອງ London ​ແລະ ຄົນທີ 3 ອາຍຸ 19 ປີ ຖືກ​ຈັບ​ກຸມ
ຢູ່ Istanbul ຫຼັງຈາກບິນໄປ​ຈາກ​ນະຄອນ Barcelona ປະ​ເທດ
ສະ​ເປ​ນ.

ທັງ​ສາມ​ປະ​ເຊີນກັບ​ຂໍ້​ຫາ​ຖານລະ​ເມີ​ດ ກົດໝາຍຕໍ່ຕ້ານ​ການ​ກໍ່​ການ​ຮ້າຍ​ ສະບັບປີ 2006
ຂອງ​ອັງ​ກິດ.

​ແຫ​ລ່ງຂ່າວ​ເທີ​ກີ ກ່າວອີກ​ວ່າ ພວກ​ມີ​ອາຍຸ 17 ປີ ນັ້ນ ຖືກ​ຈັບ​ກຸມ ຫຼັງຈາກ​ໄດ້​ຮັບ​ຂໍ້​ມູນ​ຈາກ​ບັນດາເຈົ້າໜ້າ​ທີ່​ອັງກິດ. ​ສ່ວນ​ຜູ້​ມີ​ອາຍຸ 19 ປີ ຖືກ​ຈັບ​ ຫຼັງຈາກ​ຕຳຫລວດ​ເດີ່ນ​ບິນ​ໄດ້​ສອ​ບ
ປາກຄຳຜູ້ກ່ຽວ.

ການ​ຈັບ​ກຸມ​ດັ່ງກ່າວ​ ມີ​ຂຶ້ນພຽງບໍ່​ເທົ່າ​ໃດອາທິດ​ ຫຼັງຈາກນັກ​ສຶກສາ​ຍິງ ສາວ​ອັງກິດ 3 ຄົນ ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ນາໆ​ຊາດ ​ລຸນ​ຫຼັງທີ່​ໄດ້ ຫລົບໜີ​ອອກ​ຈາກ London ​ໄປ​ຍັງ Istanbul. ຫຼາຍມື້​ຕໍ່​ມາ ​ບັນດາ​ເຈົ້າໜ້າ​ທີ່​ເທີ​ກີ ກ່າວ​ວ່າ ພວກ​ຍິງ​ສາວ​ເຫຼົ່ານັ້ນ ​ໄດ້​ຂ້າມ​ເຂົ້າ​ໄປ​ໃນ​ຊີ​ເຣຍທີ່​ຖືກ​ທຳລາຍ​ດ້ວຍສົງຄາມນັ້ນ ​ແລະເປັນໄປ​ໄດ້​ວ່າ ພວກ​ເຂົາ​ໄດ້ໄປເຂົ້າຮ່ວມ ​ກັບ​ກຸ່ມ​ຫົວ​ຮຸນ​ແຮງ​ຈັດ ລັດ​ອິສລາມ​ ນັ້ນ​ແລ້ວ.

XS
SM
MD
LG