ບັນດາເຈົ້າໜ້າທີ່ມຽນມາ ໄດ້ຈັບຜູ້ຊາຍທີ່ຕ້ອງສົງໄສສາມຄົນ ທີ່
ພົວພັນກັບການວາງລະເບີດຕໍ່ເນື່ອງກັນ ແລະພະຍາຍາມຈະ
ວາງລະເບີດຢູ່ທົ່ວປະເທດ ທີ່ໄດ້ເຮັດໃຫ້ມີຜູ້ເສຍຊີວິດສອງຄົນ
ນັບຕັ້ງແຕ່ທ້າຍອາທິດແລ້ວນີ້ມາ.
ພັນໂທຕໍາຫລວດຄົນນຶ່ງ ໃນນະຄອນຢາງກຸງ ກ່າວວ່າ ຜູ້ຕ້ອງສົງ
ໄສສາມຄົນນັ້ນ ໄດ້ຖືກຊີ້ໂຕຈາກຮູບພາບໃນກ້ອງວົງຈອນປິດ.
ທ່ານກ່າວໄດ້ກ່າວຕໍ່ ວີໂອເອພະແນກພາສາມຽນມາ ໃນວັນອັງຄານວານນີ້ວ່າ:
“ຄົນນຶ່ງໄດ້ຖືກຈັບຢູ່ ລັດມອນ ທາງຕາເວັນອອກສຽງໃຕ້
ຂອງ ປະເທດ ໂດຍກໍາລັງຕໍາຫລວດຢາງກຸງ”
ທ່ານ ກ່າວອີກວ່າ ຜູ້ຕ້ອງສົງໄສອີກສອງຄົນ ຖືກຈັບໄດ້ ຢູ່່ໃນເຂດຊານເມືອງຢາງກຸ້ງ.
ນາຍພັນໂທ ຜູ້ທີ່ປະຕິເສດບໍ່ຍອມບອກຊື່ ກ່າວວ່າ ຊາຍທັງສາມ ເປັນຜູ້ຕ້ອງສົງໄສໃນ
ເຫດການວາງລະເບີດທັງໝົດ ແຕ່ວ່າການສືບສວນຍັງດໍາເນີນໄປຢູ່.
ທາງການບໍ່ໄດ້ບອກ ຊື່ສຽງຂອງພວກຜູ້ຊາຍທີ່ຖືກກັກໂຕໄວ້ນີ້ ຫລືສາເຫດຂອງການໂຈມ
ຕີ. ບໍ່ມີກຸ່ມໃດ ຫລືສ່ວນບຸກຄົນໃດ ອ້າງເອົາຄວາມຮັບຜິດຊອບ ສໍາລັບເຫດການເຫລົ່ານັ້ນ
ທີ່ມີຮວມທັງ ເຫດລະເບີດແຕກໃນນະຄອນຢາງກຸງ ທີ່ເຮັດໃຫ້ຜູ້ຍິງອາເມຣິກັນຄົນນຶ່ງ ຢູ່ໃນ
ຫ້ອງພັກໂຮງແຮມຂອງລາວ ໄດ້ຮັບບາດເຈັບ ຕອນແລງວັນຈັນຜ່ານມາ.
ບັນດາເຈົ້າໜ້າທີ່ຍັງລາຍງານວ່າ ມີລະເບີດແຕກສອງລູກ ໃນວັນອັງຄານວານນີ້ ໃນເມືອງ
Sagaing ຢູ່ພາກກາງຂອງມຽນມາ ຢູ່ທີ່ເຮືອນແຫ່ງນຶ່ງ ແລະຢູ່ບ່ອນຈອດລົດແຫ່ງນຶ່ງ ຢູ່ໃກ້
ກັບວັດ. ບໍ່ມີໃຜໄດ້ຮັບບາດເຈັບ.
ບັນດາເຈົ້າໜ້າທີ່ມຽນມາ ກ່າວວ່າ ຜູ້ຍິງອາເມຣິກັນຄົນນັ້ນໄດ້ ຮັບບາດເຈັບ ເວລາລະເບີດ
ເວລານ້ອຍໜ່ວຍນຶ່ງໄດ້ແຕກຂື້ນ ຢູ່ຫ້ອງພັກຂອງນາງ ໃນໂຮງແຮມຫລູຫລາ Traders
Hotel ໃນນະຄອນຢາງກຸ້ງ. ນາງໄດ້ຖືກນໍາໄປຍັງໂຮງໝໍທີ່ບາງກອກ ເພື່ອຮັບການປິ່ນປົວ
ແຕ່ ກ່າວກັນວ່າ ບາດແຜຂອງນາງ ບໍ່ຮ້າຍແຮງເຖີງແກ່ຊີວິດ.
ກ່ອນໜ້ານັ້ນ ໃນຕອນເຊົ້າວັນຈັນ ຕໍາຫລວດກ່າວວ່າ ໄດ້ພົບເຫັນ ລະເບີດ ຢ່າງໜ້ອຍສອງ
ລູກ ຢູ່ໃນນະຄອນຢາງກຸ້ງ ແລະມັນດາເລ.