ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ຊາວ​ອາ​ເມ​ຣິ​ກັນ 3 ຄົນ​ຖືກ​ຂ້າ​ຕາຍ ໃນ​ການບຸກ​ໂຈມ​ຕີ ​ຖານ​ທັບ ໃນ​ປະ​ເທດ ​ເຄັນ​ຢາ


ພາບນີ້ ໄດ້​ຖືກ​ນຳ​ອອກ​ເຜີຍ​ແຜ່​ໂດຍ ກຸ່ມ​ອາ​ລ ຊາ​ບັບ ຫຼັງ​ຈາກ​ການ​ໂຈມ​ຕີ ຖານ​ທັບ ໃນ​ເຄັນ​ຢາ ສະ​ແດງ​ໃຫ້​ເຫັນ​ທຸງ​ຂອງ​ກຸ່ມ​ອາ​ລ ກາ​ອີ​ດາ ຂອງ​ໂ​ຊ​ມາ​ເລຍ, ​ຊຶ່ງ​ໄດ້​ກ່າວ​ກັນ​ວ່າ ເປັນ​ເ​ດີ່ນ​ເຮືອ​ບິນ Manda Bay, ວັນ​ທີ 5 ມັງ​ກອນ 2020. Al-Shabaab/Handout via REUTERS
ພາບນີ້ ໄດ້​ຖືກ​ນຳ​ອອກ​ເຜີຍ​ແຜ່​ໂດຍ ກຸ່ມ​ອາ​ລ ຊາ​ບັບ ຫຼັງ​ຈາກ​ການ​ໂຈມ​ຕີ ຖານ​ທັບ ໃນ​ເຄັນ​ຢາ ສະ​ແດງ​ໃຫ້​ເຫັນ​ທຸງ​ຂອງ​ກຸ່ມ​ອາ​ລ ກາ​ອີ​ດາ ຂອງ​ໂ​ຊ​ມາ​ເລຍ, ​ຊຶ່ງ​ໄດ້​ກ່າວ​ກັນ​ວ່າ ເປັນ​ເ​ດີ່ນ​ເຮືອ​ບິນ Manda Bay, ວັນ​ທີ 5 ມັງ​ກອນ 2020. Al-Shabaab/Handout via REUTERS

ພະ​ນັກ​ງານ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສະ​ຫະ​ລັດ 3 ຄົນ ຖືກ​ຂ້າ​ຕ​າຍ ໃນ​ຂະ​ນະ​ທີ່​ກຸ່ມ​ຫົວ​ຮຸນ​ແຮງ​ອາ​ລ-ຊາບັບ ບຸກໂຈມ​ຕີເຂົ້າ​ໄປ​ໃນ​ຖານ​ທັບທີ່ນຳ​ໃຊ້ໂດຍກຳ​ລັງ​ຕໍ່​ຕ້ານ​ການກໍ່​ການ​ຮ້າຍຂອງສະ​ຫະ​ລັດ ຢູ່​ໃນ​ປະ​ເທດ​ເຄັນຢາ ກ່ອນ​ຟ້າ​ແຈ້ງວັນ​ອາ​ທິດ​ວານນີ້.

ອີງ​ຕາມກອງ​ທັບ​ສະ​ຫະ​ລັດ ​ແລ້ວ ການ​ບຸກ​ໂຈມຕີຕໍ່​ເດີ່ນ​ເຮືອ​ບິນ ແມນ​ດາ ເບ ກໍ​ຍັງ​ໄດ້​ທຳ​ລາຍ​ເຮືອບິນແລະລົດ​ຍົນ​ຂອງ​ສະ​ຫະ​ລັດ ຈຳ​ນວນ​ນຶ່ງ ກ່ອນ​ທີ່​ຕົນ​ຈະ​ຕອບ​ໂຕ້​ຄືນ ​ການ​ໂຈມ​ຕີ​ບັ້ນ​ທຳ​ອິດຂອງ​ກຸ່ມ​ທີ່​ເປັນ​ເຄືອ​ຂ່າຍ​ຂອງ​ກຸ່ມ​ອາ​ລ-ກາ​ອີ​ດາ ​ຕໍ່​ກອງ​ກຳ​ລັງ​ຂອງ​ສະ​ຫະ​ລັດ ທີ່​ປະ​ຈຳ​ການ​ຢູ່​ໃນ​ປະ​ເທດ​ທີ່​ຕັ້ງ​ຢູ່​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ທະ​ວີບ​ອາ​ຟ​ຣິ​ກາ​.

ກອງ​ທັບ​ສະ​ຫະ​ລັດ ໄດ້​ເອີ້ນ​ສະ​ພາບ​ການ​ດ້ານ​ຄວາມ​ປອດ​ໄພ​ວ່າ “ບໍ່​ໝັ້ນ​ຄົງ” ໃນຫຼາຍ​ຊົ່ວໂມງຫຼັງ​ຈາກ​ການ​ບຸກ​ໂຈມ​ຕີ​ໄດ້​ຍຸ​ຕິ​ລົງ.

ໂຄ​ສົກ​ຂອງກອງ​ທັບ​ເຄັນ​ຢາ ໄດ້​ກ່າວ​ໃນ​ຖະແຫລງ​ການ​ວ່າ ພວກ​ນັກໂຈມ​ຕີ 5 ຄົນ ກໍ​ໄດ້​ຖືກ​ສັງ​ຫານເຊັ່ນ​ກັນ.

ກຸ່ມ​ຫົວ​ຮຸນ​ແຮງ​ອາ​ລ-ຊາ​ບັບ​ຂອງ​ໂຊ​ມາ​ເລຍ ໄດ້​ອ້າງ​ເອົາ​ຄວາມ​ຮັບ​ຜິດ​ຊອບ ສຳ​ລັບ​ການ​ໂຈມ​ຕີ​ດັ່ງ​ກ່າວ ຕໍ່​ຖານ​ທັບ​ທີ່​ນຳ​ໃຊ້​ໂດຍ​ທີມງານກອງ​ທັບ​ຂອງ ສະ​ຫະ​ລັດ ແລະເຄັນ​ຢາ.

​ເມກຄວັນ​ດຳ​ສາ​ມາດ​ແນມ​ເຫັນ​ໄດ້ ກຳ​ລັງ​ຜຸ່ງ​ຂຶ້ນ​ສູ່​ທ້ອງ​ຟ້າ​ຈາກ​ຖານ​ທັບ​ໃນ​ເມືອງ​ແຄມ​ຝັ່ງ​ທະ​ເລ ​ລາ​ມູ​ ຕັ້ງຢູ່​ເລາະ​ຕາມ​ຊາຍ​ແດນ​ລະ​ຫວ່າງ ເຄັນ​ຢາ ແລະ​ໂຊ​ມາ​ເລຍ​.

ກອງ​ບັນ​ຊາ​ການສະ​ຫະ​ລັດໃນພາກ​ພື້ນ​ອາ​ຟ​ຣິ​ກາ ຫຼື​ທີ່​ຮູ້​ຈັກ​ກັນ​ຄື AFRICOM ໄດ້​ຢັ້ງ​ຢືນວ່າ ​ເມກ​ຄວັນ​ດຳ​ບາງ​ສ່ວນ​ ອາດ​ເລີ້ມ​ຕົ້ນ​ມາ​ຈາກ​ການ​ທຳ​ລາຍ​ຂອງ​ອຸ​ປະ​ກອນ​ຢູ່​ຖານ​ທັບ​ນັ້ນ.

ສ່ວນ​ກຸ່ມ​ອາ​ລ-ຊາ​ບັບ ໄດ້​ກ່າວ​ໃນ​ຖະ​ແຫລງ​ການ ວ່າ ຕົນ​ໄດ້​ເຂົ້າ​ຄວບ​ຄຸມ​ສ່ວນ​ນຶ່ງ​ຂອງ​ຖານ​ທັບ​ດັ່ງ​ກ່າວ ແລະ​ຕົນ​ໄດ້ເຂັ່ນ​ຂ້າ​ພ​ວກ​ຄົນ​ໃນ​ການ​ໂຈມ​ຕີ.

ຜູ້​ເຫັນ​ເຫດ​ການ​ຄົນ​ນຶ່ງ ທີ່ບໍ່​ປະ​ສົ່ງ​ອອກ​ຊື່ເພາະ​ຢ້ານ​ຖືກ​ອາ​ຄາດ ໄດ້​ກ່າວ​ຕໍ່​ວີ​ໂອ​ເອ ກ່ຽວ​ກັບວ່າ ເປັນ​ຈັ່ງ​ໃດ ລາວ​ຈຶ່ງ​ຕື່ນ​ຂຶ້ນ​ມາ​ຍ້ອນສຽງລະ​ເບີດ​ແຕກ​ຂຶ້ນຫຼາຍ​ຄັ້ງ ​ຕິດ​ຕາມ​ມາ​ດ້ວຍ​ສຽງຍິງ​ປືນ​ເປັນ​ເວ​ລາຫຼາຍ​ຊົ່ວ​ໂມງ.

ຜູ້​ກ່ຽວ​ເວົ້າ​ວ່າ “ພວກ​ເຮົາ​ໄດ້​ຍິນ​ສຽງ​ລະ​ເບີດ​ແຕກ​ຢ່າງ​ແຮງ ຕອນ​ປະ​ມານ 4 ໂມງ​ເຊົ້າ. ໃນ​ຕອນ​ຕົ້ນ ພວກ​ເ​ຮົາ​ຄຶດ​ວ່າ ອັນ​ນີ້​ເປັນ​ການ​ລະ​ເບີດ​ ​ທຳ​ມະ​ດາ ທີ່ພວກ​ເຮົາ​ໄດ້​ຍິນ​ຢູ່​ໃນ​ບໍ​ລິ​ເວນ ຕໍ່​ຈາກ​ນັ້ນ ພວກ​ເຮົາ​ໄດ້​ເຫັນ​ໄຟ​ໄໝ້ ແລະ​ຄວັນ​ດຳ​ໜາ​ທຶບ. ໃນ​ຂະ​ນະ​ດຽວ​ກັນ​ຕໍ່​ຈາກນັ້ນ ມັນ​ກໍ​ໄດ້​ມິດ​ງຽບ​ໄປ​ໃນ​ຕອນ​ເວ​ລາ 6 ໂມງ ແລ້ວ​ພວກ​ເຮົາ​ໄດ້​ຍິນ​ສຽງປືນ​ບຸກ​ໂຈມ​ຕີ ຈົນ​ຮອດ​ເວ​ລາ 8 ໂມງ. ຊຶ່ງ​ໃນ​ເວ​ລານັ້ນ ພວກ​ເຮົາ​ໄດ້​ເຫັນ​ເຮືອ​ບິນ​ລຳ​ນຶ່ງ ຖິ້ມ​ສິ່ງ​ໃດ​ສິ່ງ​ນຶ່ງ​ທີ່​ເບິ່ງ​ຄື​ກັບ​ລູກ​ລະ​ເບີດຫຼາຍ​ໜ່ວຍ.”

ພວກ​ທີ່​ເຫັນ​ເຫດ​ການ ໄດ້​ກ່າວ​ຕໍ່​ວີ​ໂອ​ເອ ວ່າ​ຍັງ​ມີ​ກຳ​ລັງ​ຮັກ​ສາ​ຄວາມ​ປອດ​ໄພຫຼວງຫຼາຍ​ຢູ່​ໃນ​ອ້ອມ​ແອ້ມ​ບໍ​ລິ​ເວນ. ພວກ​ເຈົ້າ​ໜ້າ​ທີ່​ຮັກ​ສາ​ຄວາມ​ປອດ​ໄພ ສາ​ມາດ​ແນມ​ເຫັນ​ໄດ້​ວ່າ ກຳ​ລັງ​ຂໍ​ໃຫ້​ພວກ​ພົນ​ລະ​ເຮືອນ​ບາງ​ສ່ວນ ​ເອົາ​ບັດ​ປະ​ຈຳ​ຕົວ​ອອກ​ມາ​ໃຫ້​ເບິ່ງ.

​ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG