ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວອາເມຣິກັນ 3 ຄົນ ຖືກ​ຕຳ​ຫຼວດ​ລາວ ຈັບ​ກຸມ ໃນເຂດເມືອງສິງ ແຂວງຫຼວງນ້ຳທາ


ແຜນທີ່ຂອງ ສປປ ລາວ
ແຜນທີ່ຂອງ ສປປ ລາວ

ຊາວອາເມຣິກັນ 3 ຄົນ ຈາກອົງການສາສະໜາ Vision Beyond Borders ຖືກ​ຈັບ
ຢູ່​ພາກ​ເໜືອ​ຂອງ​ລາວ ເມື່ອ​ວັນ​ທີ 8 ເມ​ສາ​ຜ່ານ​ມານີ້.

ເຈົ້າ​ໜ້າ​ທີ່​ຂອງ​ອົງ​ການ ຊຶ່ງມີຫ້ອງການຕັ້ງຢູ່ໃນເມືອງແຄສເປີໃນລັດວາຍໂອມິ້ງ ກ່າວ
​ວ່າ ຊາວ​ອາ​ເມ​ຣິ​ກັນ​ທັງສາມ ກຳລັງແຈກຍາຍເຄື່ອງຂອງ ກ່ຽວກັບສາສະໜາຄຣິສຕຽນ
ໃຫ້ແກ່ພວກຊົນເຜົ່າ ຢູ່ທີ່ບ້ານແຫ່ງນຶ່ງ ໃນເຂດເມືອງສິງ ໃນແຂວງ ຫຼວງນ້ຳທາ ທາງ
ພາກເໜືອຂອງ ສປປ ລາວ.

ທ່ານແອຣິກ ເບີລີບເວີນິຈ ຫົວໜ້າຫ້ອງການ ອົງການ Vision Beyond Borders
ຢູ່ທີ່ລັດວາຍໂອມິ້ງ ກ່າວ​ວ່າ:

“ພວກ​ເຂົາ​ເຈົ້າ​ເປັນ​ອາ​ສາ​ສະ​ໝັກ​ຂອງ​ອົງ​ການ Vision Beyond Borders ພວກ​
ເຂົາເຈົ້າ​ພວມ​ເຜີຍ​ແຜ່​ ສາ​ສະ​ໜາ ​ເວ​ລາ​ຖືກ​ຕຳ​ຫຼວດ​ຈັບ ເມື່ອ 4 ມື້​ກ່ອນ ພວກ​ເຮົາ​
ຍັງ​ບໍ່​ມີ​ລາຍ​ລະ​ອຽດ​ເທື່ອ ແລະ​ ພວກ​ເຮົາ​ບໍ່​ເຊື່ອ​ວ່າ ເຂົາ​ເຈົ້າ​ໄດ້​ຖືກ ກ່າວ​ຫາ ມີ​ແຕ່​
ຖືກ​ຄວບ​ຄຸມ ຢູ່​ທີ່​ໂຮງ​ແຮມ​ຂອງ​ພວກ​ເຂົາ​ເຈົ້າ ແລະ​ຖືກ​ກັກ​ບໍ​ລິເວນ​ ຢູ່​ທີ່ນັ້ນ ແລະ​
ໜັງ​ສື​ເດີນ​ທາງ​ຂອງ​ພວກ​ເຂົາ​ເຈົ້າ​ກໍ​ຖືກ​ຍຶດ​ໄວ້.”

ທ່ານ ເບີລີບເວີນິຈ ບອກວີໂອເອ ພະແນກພາສາລາວ ວ່າ ພວກທີ່ຖືກຈັບກຸມ ນັ້ນ ເປັນ
ສະມາຊິກຂອງອົງການທີ່ມີຊື່ດັ່ງຕໍ່ໄປນີ້ ທ່ານ ເວນ໌ ອາຍຸ 58 ປີ ທ້າວ ໂຈເຊັບ ອາຍຸ 29
ປີ ແລະ ທ້າວ ອໍທ້ຳ ອາຍຸ 22 ປີ. ພວກເຂົາເຈົ້າເດີນທາງເຂົ້າໄປໃນລາວ ພາຍໃຕ້
ອົງການຂອງທ່ານ ເພື່ອສະໜອງ ການສະໜັບສະໜຸນ ໃຫ້ແກ່ຊາວຄຣິສຕຽນ ຢູ່ໃນ
ປະເທດທີ່ປິດຢູ່ ໂດຍມີໂຄງການ ເພື່ອສົ່ງຄຳພີຂອງສາສະໜາ ເຊັ່ນໄບໂບລ ໃຫ້ການ
ຊ່ອຍເຫຼືອໃນດ້ານທີ່ຢູ່ອາໄສ ແລະບ້ານພັກທີ່ປອດໄພ ແກ່ພວກຖືກລັກລອບໄປຂາຍ
ບໍລິການທາງເພດ ຊ່ອຍເຫຼືອພວກນັກສອນສາສະໜາ ແລະສະໜອງເຄື່ອງຂອງ
ບັນເທົາທຸກແກ່ອົບພະຍົບ ດັ່ງທີ່ເວັບໄຊ້ຂອງທ່ານໄດ້ລະບຸ.
(visionbeyondboarders.org)

ວີໂອເອລາວ ໄດ້ຕິດຕໍ່ສອບ​ຖາມໄປຍັງສະຖານທູດລາວ ປະຈຳນະຄອນຫຼວງ ວໍຊິງຕັນ
ກ່ຽວກັບເຫດການ ທີ່ເກີດຂຶ້ນດັ່ງກ່າວ ຊຶ່ງທາງສະຖານທູດລາວ ໄດ້ກ່າວວ່າ ບໍ່ທັນໄດ້ຍິນ
ຂ່າວກ່ຽວກັບເຫດການດັ່ງກ່າວເທື່ອ ແລະເພິ່ນກໍໄດ້ອະທິບາຍອີກວ່າ ເລື້ອງເກີດຂຶ້ນ
ຢູ່ໃນທ້ອງຖິ່ນ ສ່ວນຫຼາຍທາງການລາວ ກໍຈະພົວພັນກັບສະຖານທູດ ສະຫະລັດ ປະຈຳ
ນະຄອນວຽງຈັນ.

ທ່ານ ເບີລີບເວີນິຈ ຍັງໄດ້ກ່າວອີກວ່າ ສະມາຊິກຂອງອົງການ ທີ່ຢູ່ໃນລາວກໍ ໄດ້ຕິດຕໍ່
ປະສານງານ ໄປຍັງສະຖານທູດສະຫະລັດ ປະຈຳ ນະຄອນວຽງຈັນ ໄປແລ້ວ. ດັ່ງນັ້ນ ວີໂອເອລາວຈຶ່ງໄດ້ຕິດຕໍ່ສອບຖາມໄປຍັງສະຖານທູດສະຫະລັດ ທີ່ນະຄອນວຽງຈັນ
ແຕ່​ທາງ​ສະ​ຖານ​ທູດ​ຕອບ​ວ່າ ຍັງ​ບໍ່​ຂໍ​ໃຫ້​ຄວາມ​ເຫັນ​ໃດໆ​ ໃນ​ເວ​ລານີ້ເທື່ອ.

XS
SM
MD
LG