ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄພຂົ່ມຂູ່ຂອງຄວາມຮຸນແຮງຢູ່ໃນສະຫະລັດ 'ມີແນວໂນ້ມຈະເພີ້ມສູງຂຶ້ນ' ໃນຂະນະທີ່ວັນພັກໃກ້ເຂົ້າມາ


ແຟ້ມພາບ - ປະຊາຊົນທີ່ຮ່ວມແຮ່ຂະບວນ ພາກັນສະເຫຼີມສະຫຼອງ ຢູ່ທີ່ Times Square ໃນລະຫວ່າງການຮ່ວມສະເຫຼີມສະຫຼອງວັນສົ່ງທ້າຍປີເກົ່າ ຂອງນິວຢອກ ໃນວັນທີ 31 ທັນວາ 2022 ໃນນິວຢອກ.
ແຟ້ມພາບ - ປະຊາຊົນທີ່ຮ່ວມແຮ່ຂະບວນ ພາກັນສະເຫຼີມສະຫຼອງ ຢູ່ທີ່ Times Square ໃນລະຫວ່າງການຮ່ວມສະເຫຼີມສະຫຼອງວັນສົ່ງທ້າຍປີເກົ່າ ຂອງນິວຢອກ ໃນວັນທີ 31 ທັນວາ 2022 ໃນນິວຢອກ.

ຄວາມໂກດແຄ້ນ ແລະຄວາມເຄັ່ງຕຶງທີ່ບໍ່ຫຼຸດລົງ ກ່ຽວກັບຂໍ້ຂັດແຍ່ງທີ່ກຳລັງດໍາເນີນຢູ່ ລະຫວ່າງ ອິສຣາແອລ ແລະ ກຸ່ມຮາມາສ ອາດຈະແຜ່ລາມເຂົ້າໄປສູ່ລະດູການວັນພັກໃນສະຫະລັດອາເມຣິກາ, ເຊິ່ງອາດຈະເຮັດໃຫ້ ການຊຸມນຸມສາທາລະນະຂະຫນາດໃຫຍ່ຕົກຢູ່ໃນຄວາມສ່ຽງ, ອີງຕາມການກ່າວຂອງໜ່ວຍງານບັງຄັບໃຊ້ກົດຫມາຍແລະເຈົ້າຫນ້າທີ່ກະຊວງຮັກສາຄວາມປອດໄພພາຍໃນ.

ໃນຕອນແລງວັນອັງຄານວານນີ້ ອົງການສັນຕິບານກາງ ຫຼື FBI ແລະກະຊວງຮັກສາຄວາມປອດໄພພາຍໃນສະ​ຫະ​ລັດໄດ້ອອກປະກາດຖະແຫຼງການຕໍ່ສາທາ ລະນະ, ໂດຍເຕືອນ ກ່ຽວກັບໄພຂົ່ມຂູ່ທີ່ເພີ່ມສູງຂຶ້ນ ຕໍ່ກິດຈະກໍາວັນພັກ ຫຼື ກິດ ຈະກຳທາງສາດສະໜາ ແລະການສະຫລອງວັນສົ່ງທ້າຍເກົ່າ ໃນອາທິດທີ່ຈະມາເຖິງນີ້.

ການ​ປະກາດ​ດັ່ງກ່າວ​ ຍັງໄດ້​ເຕືອນ​ກ່ຽວ​ກັບ​ອັນຕະລາຍ​ທີ່​ອາດ​ເກີດ​ຂຶ້ນ​ຕໍ່​ການ​ປະ​ທ້ວງ, ການ​ໂຮມ​ຊຸມນຸມແລະ​ເຫດການອື່ນໆ ທີ່ໄດ້ຮັບການຄຸ້ມຄອງຈາກບົດແກ້ ລັດຖະທຳມະນູນຂໍ້​ທີນຶ່ງ.

ຖະ​ແຫຼງການ​ກ່າວ​ວ່າ “ຄວາມ​ເຄັ່ງ​ຕຶງ​ທີ່​ຍັງສືບຕໍ່ດຳເນີນຢູ່ ​ກ່ຽວ​ກັບ​ຄວາມຂັດແຍ່ງ​ລະຫວ່າງ ອິສຣາແອລ ແລະກຸ່ມຮາມາສ ມີແນວໂນ້ມເພີ້ມ​ຄວາມສ່ຽງ​ ຂອງການເກີດ​ຄວາມ​ຮຸນ​ແຮງ​ທີ່ດຳເນີນການໂດຍຜູ້ກໍ່ເຫດໃນລັກສະນະເປັນຜູ້ປະຕິບັດການຄົນດຽວ ທີ່​ແນເປົ້າ​ໃສ່​ການໂຮມ​ຊຸມນຸມຂອງປະຊາຊົນຂະໜາດໃຫຍ່ ໃນຕະຫຼອດ​ລະດູ​ໜາວ." "ເປົ້າໝາຍເລົ່ານີ້ ມີແນວໂນ້ມຈະຍັງຄົງເປັນທີ່ດຶງດູດໃຈ ໃຫ້ແກ່ຜູ້ກໍ່ເຫດໃນລັກສະນະເປັນຜູ້ປະຕິບັດການຄົນດຽວ ທີ່ໄດ້ຮັບແຮງບັນດານໃຈ ຈາກອຸດົມການຕ່າງໆ ຍ້ອນຄວາມສາມາດ ໃນການເຂົ້າເຖິງແລະລັກສະນະດ້ານສັນຍາລັກຂອງພວກເຂົາ."

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG