ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ແລະ ອິສຣາແອລ ເຕືອນ ອິຣ່ານ (ເບິ່ງວີດິໂອ)


ເບິ່ງວີດິໂອການກ່າວຄໍາປາໄສຂອງທ່ານລິ​ອອນ ພາແນ​ດຕ້າ ແລະທ່ານ Ehud Barak

ທ່ານ Benjamin Netanyahu ນາຍົກລັດຖະມົນຕີອີສຣາ​ແອ​ລ ກ່າວ​ວ່າ ການ​ຕັກ​ເຕືອນ​
ເຖິງ​ການ​ໂຈມ​ຕີ​ທາງ​ທະຫານ​ຂອງສະຫະລັດ ແລະ​ອິສຣາ​ແອ​ລຕໍ່​ອິຣ່ານນັ້ນ ​ຍັງ​ບໍ່ໄດ້ເຮັດ​ໃຫ້
ອິຣ່ານ​ເຊື່ອ​ເລີຍວ່າ ພວກ​ຕົນ​ມີຄວາມ​ຈິງ​ຈັງ ທີ່ຈະ​ຢຸດອິຣ່ານ​ບໍ່​ໃຫ້​ສ້າງ​ອາວຸດ​ນີວ​ເຄລຍນັ້ນ​.
ຊຶ່ງ​ທ່ານ Netanyahu ກ່າວ​ຕໍ່​ໄປ​ວ່າ:

“ປັດຈຸບັນ​ນີ້​ ລັດຖະບານ​ອີຣ່ານ​ເຊື່ອ​ວ່າ ປະຊາ​ຄົມນາ​ນາ​ຊາດ​ບໍ່​ມີ​ຄວາມ​ຕັ້ງ​ໃຈ​ແທ້ ​ທີ່​ຈະ​ຢຸດ
​ໂຄງການ​ນີວ​ເຄລຍຂອງ​ຕົນ​. ອິຣ່ານຕ້ອງ​ປ່ຽນ​ທ່າ​ທີ​ໃນເລຶ່ອງນີ້ ​ແລະ​ຕ້ອງ​ປ່ຽນ​ຢ່າງ​ໄວ ​ເພາະ
ວ່າ​ເວລາ​ທີ່​ຈະ​ແກ້​ໄຂ​ບັນ​ຫາ​ຢ່າງ​ສັນຕິນັ້ນ ກໍາລັງ​ຈະ​ໝົດ​ລົງ​ແລ້ວ.”

ທ່ານ​ ລິ​ອອນ ພາແນ​ດຕ້າ ລັດຖະມົນຕີ​ປ້ອງ​ກັນ​ປະ​ເທ​ດສະຫະລັດ ​ໄດ້ພົບ​ປະ​ກັບ​ນາຍົກລັດ
ຖະມົນຕີອີສຣາ​ແອ​ລ ທີ່​ນະຄອນ Jerusalem ໃນ​ວັນພຸດ​ວານ​ນີ້ ຫຼັງຈາກ​ໄດ້​ໂອ້​ລົມ​ກັບ​ທ່ານ
Ehud Barak ລັດຖະມົນຕີ​ປ້ອງກັນ​ປະ​ເທດ​ອີສຣາ​ແອ​ລ ກ່ອນ​ໜ້ານັ້ນ ທີ່​ນະຄອນຫລວງ
Tel Aviv. ​ໃນ​ການ​ໂອ້​ລົມ​ກັນ​ນັ້ນ ທ່ານ​ ພາແນ​ດຕ້າ ໄດ້​ເນັ້ນຍໍ້າ​ເຖິງ​ນະ​ໂຍບາຍ​ຂອງ​ສະຫະ
ລັດ​ ທີ່ວ່າ ທາງ​ເລືອກ​ທັງ​ໝົດ ​ໂຮມທັງ​ການ​ປະຕິບັດ​ການ​ທາງ​ທະ ຫານ ​ແມ່ນ​ຍັງ​ເປີດ​ກ້ວາງ ​
ເພື່ອ​ຈະ​ຢຸດ​ອິຣ່ານບໍ່​ໃຫ້​ສ້າງ​ອາວຸດ​ປະລະມະ​ນູນັ້ນ.

ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດອິສຣາ​ແອ​ລ ທ່ານ Ehud Barak ສະ​ແດງ​ຄວາມ​ບໍ່​ແນ່​ໃຈ​ວ່າ
ການ​ລົງ​ໂທດ​ ​ແລະ​ການ​ດໍາ​ເນີນ​ການ​ທູດ​ນັ້ນ ​ຈະ​ເຮັດ​ໃຫ້​ອິຣ່ານຍຸຕິ​ກິດຈະກໍາ​ນີວ​ເຄລຍຂອງ​ຕົນ.

XS
SM
MD
LG