ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຫຼາຍ​ຄົນ​ນຸ່ງ​ເຄື່ອງ ສີ​ດຳ, ປະ​ທ້ວງ ເພື່ອ​ຮຽກ​ຮ້ອງ ໃຫ້​ຜູ້​ນຳ ຮົງ​ກົງ ລາ​ອອກ​ຈາກ​ຕຳ​ແໜ່ງ


ຜູ້​ປະ​ທ້ວງຖື​ປ້າຍ ໃນ​ຂະ​ນະ​ທີ່​ເຂົາ​ເຈົ້າ​ເຂົ້າ​ຮ່ວມ​ການ​ປະ​ທ້ວງ ຮຍກ​ຮ້ອງ​ໃຫ້​ຜູ້​ນຳ​ຂອງ ຮົງ​ກົງ ລາອອ​ກ​ຈາ​ກ​ຕຳ​ແໜ່ງ ແລະ ຖອນ​ຮ່າງ​ກົດ​ໝາຍ​ການ​ສົ່ງ​ຄົນ​ຮ້າຍ​ໄປ ຈີນ. 16 ມິ​ຖຸ​ນາ, 2019.
ຜູ້​ປະ​ທ້ວງຖື​ປ້າຍ ໃນ​ຂະ​ນະ​ທີ່​ເຂົາ​ເຈົ້າ​ເຂົ້າ​ຮ່ວມ​ການ​ປະ​ທ້ວງ ຮຍກ​ຮ້ອງ​ໃຫ້​ຜູ້​ນຳ​ຂອງ ຮົງ​ກົງ ລາອອ​ກ​ຈາ​ກ​ຕຳ​ແໜ່ງ ແລະ ຖອນ​ຮ່າງ​ກົດ​ໝາຍ​ການ​ສົ່ງ​ຄົນ​ຮ້າຍ​ໄປ ຈີນ. 16 ມິ​ຖຸ​ນາ, 2019.

ປະ​ຊາ​ຊົນຫຼາຍ​ພັນ​ຄົນ​ໄດ້​ອອກ​ມາ​ລວມ​ຕົວ​ກັນ​ຢູ່ຖະ​ນົນ​ພ້ອມ​ກັບ​ໃສ່​ເຄື່ອງ​ນຸ່ງ​ສີ​ດຳໃນ
ຮົງກົງ ເມື່ອວັນອາທິດວານີ້ ເພື່ອຮຽກຮ້ອງໃຫ້ຜູ້ນຳຂອງເມືອງລາອອກຈາກຕຳແໜ່ງ,
ນຶ່ງວັນຫຼັງຈາກລາວໄດ້ຢຸດຮ່າງກົດໝາຍສົ່ງຄົນຮ້າຍໄປ ຈີນ ໄວ້ຊົ່ວຄາວ, ເປັນການ
ຍົກເລີກຄັ້ງໃຫຍ່ລຸນຫຼັງການປະທ້ວງທີ່ມີຄວາມຮຸນແຮງທີ່ສຸດໃນຮອບຫຼາຍທົດສະວັດ.

ບັນ​ດາ​ນັກ​ເຄື່ອນ​ໄຫວ​ໄດ້ຕັ້​ງ​ຕູບ​ຜ້າ, ໃນ​ຂະ​ນະ​ທີ່​ຜູ້​ປະ​ທ້ວງ, ບາງ​ຄົນ​ຖື​ດອກ​ໄມ້, ໄດ້​
ເຕົ້າໂຮມກັນໃນອ້າຍຮ້ອນທີ່ອົບເອົ້າ ເພື່ອເດີນຂະບວນຈາກສວນ Victoria ໄປຫາ
ຫ້ອງການລັດຖະບານກາງຂອງ ຮົງກົງ.

ຜູ້​ບໍ​ລິ​ຫານ​ໃຫຍ່​ເກາະ ຮົງ​ກົງ ທີ່​ໄດ້​ຮັບ​ການ​ໜູນຫຼັງ​ໂດຍ​ລັດ​ຖະ​ບານ ປັກ​ກິ່ງ ທ່ານ​ນາງ
ແຄຣີ ແລມ ໃນວັນເສົາວານນີ້ ໄດ້ປະກາດເລື່ອງຮ່າງກົດໝາຍສົ່ງຄົນຮ້າຍໄປລົງໂທດ
ໃນ ຈີນ ອອກໄປຢ່າງບໍ່ມີກຳນົດ, ໂດຍສະແດງ “ຄວາມເສຍໃຈ ແລະ ຜິດຫວັງຢ່າງ
ຍິ່ງ.”

ການ​ຕ່າວ​ປີ້ນ ແມ່ນ​ນຶ່ງ​ໃນ​ການ​ຫັນ​ທິດ​ທາງ​ດ້ານ​ການ​ເມືອງ​ທີ່​ສຳ​ຄັນ​ທີ່​ສຸ​ດ​ຂອງ ລັດ​ຖະ
ບານ ຮົງກົງ ນັບຕັ້ງແຕ່ ອັງກິດ ໄດ້ມອບເຂດແດນດັ່ງກ່າວໃຫ້ ຈີນ ໃນປີ 1997, ແລະ
ໄດ້ເຮັດໃຫ້ມີຄວາມສົງໄສ ກ່ຽວກັບ ຄວາມສາມາດຂອງທ່ານນາງ ແລມ ທີ່ຈະສືບຕໍ່ນຳ
ໜ້າເມືອງດັ່ງກ່າວ.

ນັກ​ລົງ​ທຶນ ທີ່​ອອກ​ມາ​ເຄື່ອນ​ໄຫວ​ທ່ານ ເດ​ວິດ ເວັບ, ໄດ້​ກ່າວ​ໃນ​ໜັງ​ສື​ພິມ​ສະ​ບັບ​ນຶ່ງ​
ໃນວັນອາທິດມື້ນີ້ວ່າ, ຖ້າທ່ານນາງ ແລມ ເປັນຫຸ້ນທຶນ ລາວຈະແນະນຳໃຫ້ຫຼຸດເປົ້າ
ໝາຍລາຄາຂອງທ່ານນາງລົງເປັນສູນ.

ທ່ານ ເວັບ​ໄດ້​ກ່າວ​ວ່າ “ເອີ້ນ​ມັນ​ວ່າ ການ​ຄ້າ ແຄ​ຣີ. ລາວ​ໄດ້​ສູນ​ເສຍ​ຄວາມ​ເຊື່ອ​ຖື​ຂອງ​
ສາທາລະນະແບບປ່ຽນແປງບໍ່ໄດ້.”

ທ່ານ​ໄດ້​ກ່າວ​ວ່າ “ທີ່​ປຶກ​ສາ​ຂອງ​ລາວ​ໃນ ປັກ​ກິ່ງ, ໄດ້​ລຽນ​ລາວ​ຢູ່​ໃນ​ຂຽງ​ຕັດ ເພື່ອ​ຫ່າງ​
ເຂົາເຈົ້າອອກຈາກຂໍ້ສະເໜີໃນສອງສາມວັນທີ່ຜ່ານມາ.”

ບັນ​ດາ​ຜູ້​ຈັດ​ການ​ປະ​ທ້ວງ​ຫວັງ​ວ່າ ປະ​ຊາ​ຊົນຫຼາຍກວ່າ​ນຶ່ງ​ລ້ານ​ຄົນ​ຈະ​ເຂົ້າ​ຮ່​ວມ​ໃນ​
ການຊຸມນຸມວັນອາທິດມື້ນີ້, ເຊິ່ງມີກຳນົດເລີ່ມຂຶ້ນຕອນ 14 ໂມງ 30 ຕາມເວລາໃນ
ທ້ອງຖິ່ນ, ເຊິ່ງເປັນຕົວເລກທີ່ຄ້າຍຄືກັບທີ່ເຂົາເຈົ້າໄດ້ຄາດໄວ້ ສຳລັບການປະທ້ວງ
ຕໍ່ຕ້ານ ຮ່າງກົດໝາຍສົ່ງຄົນຮ້າຍໄປ ຈີນ ໃນວັນເສົາທີ່ຜ່ານມາ. ຕຳຫຼວດໄດ້ຕັ້ງຈຳ
ນວນຄົນຢູ່ທີ 240,000 ຄົນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສ​າ​ອັງ​ກິດ

XS
SM
MD
LG