ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກ​ອາ​ສາ​ສະ​ໝັກ ​ຫຼາຍ​ພັນ​ຄົນ ພາ​ກັນວາງ ​ພວງມາລາ ທີ່​ສຸ​ສານ​ແຫ່ງ​ຊາດ​​


ພວກ​ອາ​ສາ​ສະ​ໝັກ​ຫຼາຍ​ພັນ​ຄົນ ໄດ້​ພາ​ກັນ​ວາງ​ພວງມາລາ​​ຢູ່​
ສຸ​ສານ​ແຫ່ງ​ຊາດ​ ອາລິງ​ຕັນ, ວັນ​ທີ 15 ທັນ​ວາ 2018.
ພວກ​ອາ​ສາ​ສະ​ໝັກ​ຫຼາຍ​ພັນ​ຄົນ ໄດ້​ພາ​ກັນ​ວາງ​ພວງມາລາ​​ຢູ່​ ສຸ​ສານ​ແຫ່ງ​ຊາດ​ ອາລິງ​ຕັນ, ວັນ​ທີ 15 ທັນ​ວາ 2018.

ພວກ​ອາ​ສາ​ສະ​ໝັກ​ຫຼາຍ​ພັນ​ຄົນ ໄດ້​ພາ​ກັນ​ຕາກ​ຝົນໃນ​ວັນ​ເສົາ​ວານນີ້ ເພື່ອວາງ​ພວງ
​ມະ​ລາ ໃນ​ປະ​ເພ​ນີ​ວັນ​ພັກປະ​ຈຳ​ປີ ຢູ່ຫີນ​ສີ​ລາຂຸມ​ຝັງ​ສົບຫຼາຍກວ່າ 250,000 ຂຸມ
ຢູ່ສຸ​ສານແຫ່ງ​ຊາດ ອາ​ລິງ​ຕັນ, ໃກ້​ກັບ​ນະ​ຄອນ​ຫຼວງ ວໍຊິງ​ຕັນ.

ພິ​ທີ່​ດັ່ງ​ກ່າວ ເຊິ່ງ​ເປັນ​ການໄວ້​ອາ​ໄລ​ແກ່​ພວກ​ທະ​ຫານທີ່​ໄດ້​ເສ​ຍ​ຊີ​ວິດ​ໃນ​ການ​ຮັບ​ໃຊ້
ປະເທດຊາດນັ້ນ, ແມ່ນໄດ້​ຖືກວາງແຜນ ແລະ ປະສານງານໂດຍກຸ່ມທີ່ຮ້ອງວ່າ ພວງ
​ມະ​ລາ​ທົ່ວ​ອ​າ​ເມ​ຣິ​ກາ. ອົງ​ການ​ດັ່ງ​ກ່າວ​ໄດ້​ນຳ​ເອົາ​ພວງ​ມະ​ລາ​ໃຫ້​ແກ່​ບັນ​ດາ​ສ່ວນ​ບຸກ
​ຄົນ ແລະ​ ກຸ່ມ​ຕ່າງໆ​ເພື່ອ​ວາງ​ໃສ່​ຂຸມຝັງ​ສົບ​ຫຼາຍກວ່າ 1,400 ແຫ່ງ​ຢູ່​ໃນ​ ສະ​ຫະ​ລັດ
ຮວມ​ທັງ​ສຸ​ສານ​ ອາ​ລິງ​ຕັນ ແລະ​ ຢູ່ນອກ​ປະ​ເທດ.

ເວັບໄຊຂອງ​ອົງ​ການນັ້ນ​ໄດ້ກ່າວ​ວ່າ “ຢູ່​ໃນ​ເຮືອນຫຼາຍຫຼັງ ມັ​ນ​ມີ​ບ່ອນ​ນັ່ງ​ທີ່​ເປົ່າຫວ່າງ
ສຳ​ລັບ​ຜູ້​ນຶ່ງ​ທີ່ໄດ້​ຮັບ​ໃຊ້ ຫຼື ​ຜູ້​ນຶ່ງ​ທີ່​ໄດ້​ສ​ະ​ຫຼະ​ຊີບ​ຢ່າງ​ເດັດ​ດ່ຽວ​ ໃຫ້ແກ່​ປະ​ເທດ​ຂອງ​
ພວກ​ເຮົາ. ບໍ່​ມີ​ເວ​ລາ​ໃດ​ທີ່​ດີ​ໄປ​ກວ່າ​ນີ້​ ເພື່ອສະ​ແດງ​ຄວາມ​ຂອບ​ໃຈຂ​ອງ​ພວກ​ເຮົາກ​ວ່າ
ໃນ​ລະ​ຫວ່າງຄວາມຮີບ​ເລັ່ງ ແລະ ຄຶກ​ຄັກ​ຂອງ​ລະ​ດູ​ການ​ວັນ​ພັກ​ບຸນນີ້.”

ພວງ​ມະ​ລາ​ໄດ້​ນຳ​ມາ​ຈາກ ​ບໍ​ລິ​ສັດ​ພວງ​ມະ​ລາ ວໍ​ຣ​ແຊ​ສ​ເຕີ​ຣ ຂອງ​ເມືອງ​ ແຮ​ຣ​ຣິງ​ຕັນ (Harrignton), ລັດ ​ເມນ.

ປະ​ມານບ່າຍ 2:15, ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ໄດ້​ເດີນ​ທາງ​ໄປເຖິງ​ສະ​ຖານ​ທີ່ ແລະ​
ຍ່າງ​ກັບ​ພວກ​ທະ​ຫານ ແລະ ​ຜູ້​ນຳ​ພາ​ຄົນ​ນຶ່ງ ​ເພື່ອເບິ່ງວຽກ​ງານ​ທີ່​ໄດ້​ສຳ​ເລັດ​ໄປ​ແລ້ວ​
ນັ້ນ. ທ່ານ​ກ່າວ​ວ່າ “ພວກ​ອາ​ສາ​ສະ​ໝັກ​ “ເຮັດ​ວຽກໄດ້​ດີ​ທີ່​ສຸດ.”

Thousands Volunteer to Lay Wreaths at Arlington Cemetery
please wait

No media source currently available

0:00 0:00:41 0:00

ສຳ​ລັບ​ພິ​ທີຢູ່​ສຸ​ສານ​ແຫ່ງ​ຊາ​ດ ອ​າ​ລິງ​ຕັນ, ເຊິ່ງ​ໄດ້​ເລີ້ມຂຶ້ນ​ແຕ່ 8 ໂມງ​ເຊົ້າຂອງວັນ​ເສົາ
ນັ້ນ, ຜູ້​ຄົນ​ໄດ້​ພາ​ກັນ​ເດີນ​ທາງ​ມາ​ຈາກ​ລັດ​ຕ່າງໆ​ທີ່​ຢູ່​ໃກ້ ແລະ​ໄກ ເພື່ອ​ຊ່ວ​ຍ​ວາງ​ພວງ​
ມະລາ​ຢູ່​ແຕ່​ລະ​ຂຸມຝັງ​ສົບ. ພວງ​ມະ​ລາ​ຈະ​ຢູ່​ທີ່​ນັ້ນ​ຈົນ​ກວ່າ​ວັນ​ພັກ​ບຸນທ້າຍ​ປີ ແລະ​ ງານ
ທີ່ຈະ​ເກີດ​ຂື້ນໃນ​ລະ​ຫວ່າງ​ໄລ​ຍະ​ເວ​ລາ​ດຽວ​ກັນ​ອີກ​ໃນ​ເດືອນ​ມັງ​ກອນ, ໃນ​ເວ​ລາທີ່
ພວກອາ​ສາ​ສະ​ໝັກ ແລະ ທະ​ຫານ​ຈະພາ​ກັນເກັບ​ມ້ຽນ​ພວງມ​ະ​ລາ.

ທ່ານ​ໄມ​ເກີ​ລ ມີເກ​ລຍ​ຣາ (Migliara) ຜູ້​ອຳ​ນວຍ​ການ​ສຸ​ສານ​ ອາລິງ​ຕັນ ແຫ່ງ​ຊາດ
ທີ່​ຮັບ​ຜິດ​ຊອບ​ໃນການ​ປະ​ຕິ​ບັດ​ງານໄດ້ກ່າວ​ຕໍ່ ອົງ​ການ​ຂ່າວ WTOP ວ່າ “ປີ​ກາຍ​ນີ້
ພວກເຮົາມີອາ​ສາ​ສ​ະ​ໝັກຫຼາຍກວ່າ 90,000 ຄົນ ​ມາຢ້ຽມ​ຢາມ​ພື້ນ​ທີ່​ບ່ອນ​ຝັງ​ສົບ ເພື່ອ
ເຂົ້າຮ່ວມວາງ​ພວງ​ມະ​ລາ​ໃຫ້​ແກ່​ບັນ​ດາ​ສະ​ມາ​ຊິກ 260,000 ຄົນ​ທີ່​ເປັນ​ທະ​ຫານ​ຜ່ານ​
ເສິກ ແລະ ​ຄອບ​ຄົວຂອງ​ເຂົາ​ເຈົ້າ.”

ອ່ານ​ຂ່າວ​ນີ້​ເພີ້ມ​ເປັ​ນ​ພາ​ສາ​ອັງ​ກິດ

XS
SM
MD
LG