ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະຊາຊົນ ເທີກີ ປະທ້ວງຕໍ່ຕ້ານການສະເໜີ ຮ່າງກົດໝາຍ ແຕ່ງງານກັບເດັກນ້ອຍຜູ້ຖືກຂົ່ມຂືນ


ບັນດາແມ່ຍິງ ເທີກີ ປະທ້ວງຕໍ່ຕ້ານຮ່າງກົດໝາຍທີ່ພວກ
ນັກວິຈານກ່າວ ວ່າ ອະນຸຍາດໃຫ້ພວກຜູ້ຊາຍທີ່ຖືກລົງໂທດ ກ່ຽວກັບ ການທຳຮ້າຍທາງເພດ ສາມາດຫຼີກ ລ່ຽງການຖືກລົງ
ໂທດໄດ້ ໂດຍການແຕ່ງງານກັບຜູ້ໄດ້ຮັບເຄາະຮ້າຍຂອງ
ພວກເຂົາ ໃນນະຄອນ ອັງກາຣາ, ເທີກີ. 19 ພະຈິກ, 2016.
ບັນດາແມ່ຍິງ ເທີກີ ປະທ້ວງຕໍ່ຕ້ານຮ່າງກົດໝາຍທີ່ພວກ ນັກວິຈານກ່າວ ວ່າ ອະນຸຍາດໃຫ້ພວກຜູ້ຊາຍທີ່ຖືກລົງໂທດ ກ່ຽວກັບ ການທຳຮ້າຍທາງເພດ ສາມາດຫຼີກ ລ່ຽງການຖືກລົງ ໂທດໄດ້ ໂດຍການແຕ່ງງານກັບຜູ້ໄດ້ຮັບເຄາະຮ້າຍຂອງ ພວກເຂົາ ໃນນະຄອນ ອັງກາຣາ, ເທີກີ. 19 ພະຈິກ, 2016.

ປະຊາຊົນ ເທີກີ ຫຼາຍພັນຄົນໄດ້ອອກມາປະທ້ວງຕາມທ້ອງຖະໜົນຂອງນະຄອນ Istanbul ໃນວັນເສົາວານນີ້ ເພື່ອປະທ້ວງຕໍ່ຕ້ານຂໍ້ສະເໜີກົດໝາຍທີ່ພວກນັກວິຈານກ່າວ ວ່າ ຈະອະນຸຍາດໃຫ້ພວກຜູ້ຊາຍທີ່ຖືກລົງໂທດ ກ່ຽວກັບ ການທຳຮ້າຍທາງເພດສາມາດ ຫຼີກລ່ຽງການຖືກລົງໂທດໄດ້ໂດຍການແຕ່ງງານກັບຜູ້ຖືກເຄາະຮ້າຍຂອງພວກເຂົາ.

ດ້ວຍປ້າຍທີ່ມີຄຳເວົ້າອ່ານວ່າ “ລົງໂທດພວກຂົ່ມຂືນ, ບໍ່ແມ່ນລົງໂທດພວກເດັກນ້ອຍ.” ແລະ ການສະ ແດງເຖິງການຕໍ່ຕ້ານອື່ນໆ ລວມມີ “ການຂົ່ມຂືນບໍ່ສາມາດຖືກອະໄພຍະ ໂທດໃຫ້.” ຜູ້ປະທ້ວງປະມານ 3,000 ຄົນໄດ້ເດີນຂະບວນໃນຈະຕຸລັດ Kadikoy ໃນ ພາກສ່ວນຊຸມຊົນ ເອເຊຍ ຂອງເມືອງ.

ບັນດາຜູ້ຕໍ່ຕ້ານຂອງຮ່າງກົດໝາຍດັ່ງກ່າວ, ເຊິ່ງໄດ້ຖືກຮອງຮັບໃນການພິຈາລະນາຄັ້ງ ທຳອິດໃນ ວັນພະຫັດຜ່ານມາ, ໄດ້ຖືກລາຍງານວ່າ ລວມມີ ອົງການທີ່ວ່າຈ້າງລູກສາວ ຂອງປະທານາ ທິບໍດີ Recep Tayyip Erdogan ນຳ, ເຊິ່ງພັກ AKP ທີ່ກຳລັງປົກຄອງ ປະເທດຢູ່ຂອງທ່ານ ໄດ້ສະເໜີກົດໝາຍສະບັບນັ້ນ.

ຮ່າງກົດໝາຍດັ່ງກ່າວ ມີກຳນົດຈະລົງຄະແນນສຽງຄັ້ງທີສອງ ຫຼັງຈາກການໂຕ້ວາທີທີ່ຈະ ຈັດຂຶ້ນໃນວັນອັງຄານມື້ຮື.

ສຳລັບລັດຖະບານ, ພວກເຂົາເຈົ້າກ່າວວ່າ ຮ່າງກົດໝາຍນີ້ບໍ່ໄດ້ມີເຈຕະນາໃຫ້ອະໄພແກ່ ພວກຂົ່ມຂືນ, ແຕ່ຈະເປັນການວາງກົດເກນ ສຳລັບປະເພນີການແຕ່ງງານກັບເດັກນ້ອຍ ທີ່ແຜ່ກວ້າງໃນທ້ອງຖິ່ນ. ແນວໃດກໍຕາມ, ມັນຈະອະນຸຍາດໃຫ້ມີການປ່ອຍຕົວຜູ້ຊາຍທີ່ ທຳຮ້າຍເດັກນ້ອຍ “ໂດຍບໍ່ມີຂໍ້ບັງຄັບ, ການຂົ່ມຂູ່ ຫຼື ຂໍ້ຫ້າມອື່ນໆຕາມຄວາມຍິນຍອມ,” ຖ້າພວກເຂົາແຕ່ງງານກັບເດັກຍິງທີ່ກ່ຽວຂ້ອງ.

ພວກນັກວິຈານກ່າວວ່າ ມາດຕະການດັ່ງກ່າວສະໜັບສະໜູນການແຕ່ງງານກັບເດັກນ້ອຍ ທີ່ຍັງບໍ່ບັນລຸນິຕິພາວະຢ່າງມີປະສິດທິຜົນ.

ໂຄສົກອົງການ UNICEF, ກອງທຶນເດັກຂອງອົງການສະຫະປະຊາຊາດ ໄດ້ກ່າວໃນວັນ ເສົາວານນີ້ວ່າ ອົງການຂອງທ່ານແມ່ນ “ເປັນຫ່ວງຢ່າງເລິກເຊິ່ງ” ໃນຮ່າງກົດໝາຍທີ່ກຳ ລັງຄ້າງຢູ່. ທ່ານ Christophe Bouilierac ໄດ້ກ່າວຕໍ່ອົງການຂ່າວ ຝຣັ່ງ ວ່າ “ຮູບແບບ ຂອງຄວາມຮຸນແຮງຕໍ່ເດັກນ້ອຍທີ່ຊົ່ວຮ້າຍນີ້ ແມ່ນອາຊະຍາກຳ ເຊິ່ງມັນຄວນຖືກລົງ ໂທດ.”


ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG