ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຫຼາຍພັນຄົນ ຄາດວ່າ ຈະເຂົ້າຮ່ວມປະທ້ວງ ທີ່ໂຊລ ເພື່ອຮຽກຮ້ອງ ໃຫ້ ປ. Park ລາອອກ


ຜູ້ປະທ້ວງຄົນນຶ່ງ ທີ່ໃສ່ໜ້າກາກ ເປັນປະທານາທິບໍດີ Park Geun-hye ໃນລະຫວ່າງການປະທ້ວງ ຮຽກຮ້ອງ ໃຫ້ປະທານາທິບໍດີ Park ລາອອກ.
ຜູ້ປະທ້ວງຄົນນຶ່ງ ທີ່ໃສ່ໜ້າກາກ ເປັນປະທານາທິບໍດີ Park Geun-hye ໃນລະຫວ່າງການປະທ້ວງ ຮຽກຮ້ອງ ໃຫ້ປະທານາທິບໍດີ Park ລາອອກ.

ພວກ​ເດີນ​ຂະ​ບວນຫຼາຍສິບ​ພັນ​ຄົນ ​ໄດ້​ຈັດການ​ໂຮມ​ຊຸມ​ປະ​ທ້ວງ​ຂຶ້ນທີ່​ນະຄອນຫຼວງ​ໂຊ​ລ​ໃນ​ວັນ​ເສົາ​ມື້ນີ້ ​ເພື່ອ​ຮຽກ​ຮ້ອງ​ໃຫ້​ປະທານາທິບໍດີ Park Geun-hye ລາ​ອອກ.

ຕຳຫຼວດຄາດ​ວ່າ ຈະ​ມີ​ຢ່າງ​ໜ້ອຍ 170,000 ຄົນ ​ເຂົ້າຮ່ວມ​ການ​ໂຮມ​ຊຸມນຸມ ໃນມື້ນີ້ ຊຶ່ງ​ເປັນ​ນຶ່ງໃນ​ການ​ປະ​ທ້ວງ ​ທີ່​ໃຫຍ່​ທີ່​ສຸດ ຢູ່​ນະຄອນຫຼວງຂອງ​ເກົາຫຼີ​ໃຕ້ ໃນ​ຮອບຫລາຍໆ ​ສິບ​ປີ.

ການ​ປະ​ທ້ວງ​ໃນ​ມື້ນີ້​ແມ່ນ​ເທື່ອຫລ້າ​ສຸດ ທີ່​ມີ​ມາ​ເປັນ​ລຳດັບ ​ເພື່ອ​ຮຽກຮ້ອງ​ໃຫ້​ປະທາ​ນາ​ທິບໍດີ Park ລາ​ອອກ ຍ້ອນ​ຂ່າວ​ນອງ​ນັນ​ກ່ຽວ​ກັບ​ການ​ສໍ້​ລາດ​ບັງ​ຫຼວງ ທີ່​ເຮັດ​ໃຫ້​ລັດຖະ ບານ​ຂອງ​ທ່ານ​ນາງ​ກາຍ​ເປັນ​ອຳມະພາດ​ໄປ​ນັ້ນ.

ການ​ສືບສວນ​ສອບ​ສວນ​ກ່ຽວ​ກັບແຜນການ​ໃຊ້​ອິດ​ທິພົນມູນ​ຄ່າ​ຫລາຍ​ລ້ານ​ໂດ​ລາ ທີ່​ມີ​ການ​ກ່າວ​ຫາ​ວ່າ ​ຈັດ​ແຈງ​ໂດຍ​ນາງ Choi Soon-sil ​ເພື່ອນ​ສະໜິດ​ ມາ​ເປັນ​ເວລາ​ດົນ​ ນານ​ຂອງ​ປະທານາທິບໍດີ ​ໄດ້​ທຳລາຍ​ພາ​ບພົດ​ທາງ​ການ​ເມືອງ​ທີ່​ມີ​ການຮັກສາໄວ້​ຢ່າງ​ລະມັດລະວັງ​ຂອງ​ທ່ານ​ນາງ Park ວ່າ​ເປັນ​ຜູ້ນຳ​ທີ່​ສື່​ຊັດ​ນັ້ນ​ແລະ​ໄດ້ ​ເຮັດ​ໃຫ້​ນາງ​ໂດດ ດ່ຽວ​ຫຼາຍຂຶ້ນ​ແລະ​ບໍ່​ມີ​ອຳນາດ​ໃດໆ.

ນາງ Choi ຖືກ​ກ່າວ​ຫາ​ວ່າ ​ໃຊ້​ອິດ​ທິພົນ ​ທີ່​ມີ​ລັກສະນະ​ແບບ​ກຸ່ມ​ສາສະໜາ​ຕໍ່​ປະທາ​ນາ​ທິບໍດີ Park ​ແລະ​ຄວບ​ຄຸມພະ​ນັກ​ງານ​ຂອງ​ທ່ານ​ນາງທັງໆ​ທີ່​ນາງ​ບໍ່​ມີ​ຕຳແໜ່​ງຢ່າງເປັນ​ທາງ​ການ​ໃດໆ​ໃນ​ລັດຖະບານ.

ນອກ​ນັ້ນ​ແລ້ວ ນາງ Choi ​ຍັງ​ຖືກ​ສືບສວນ​ກ່ຽວ​ກັບ​ການ​ສວຍໃຊ້​ຄວາມ​ສຳພັນສ່ວນ​ຕົວ​ຂອງ​ນາງ​ກັບ​ປະທານາທິບໍດີ ​ເພື່ອ​ກົດ​ດັນ​ໃຫ້​ບໍລິສັດ​ໃຫຍ່ ບໍລິຈາກ​ເງິນ ຫຼາຍກວ່າ 68 ລ້ານ​ໂດ​ລາ​ໃຫ້​ແກ່ 2 ​ມູນ​ນິທິ​ກິລາແລະ​ສົ່ງ​ສ່ວນ​ໃຫຍ່​ຂອງ​ເງິນເຫລົ່ານັ້ນ​ໄປ​ຍັງ​ທຸລະ​ກິດ​ສ່ວນ​ຕົວ​ຂອງ​ນາງ.

South Korea Rally
please wait
Embed

No media source currently available

0:00 0:00:52 0:00

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG