ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫຼາຍພັນຄົນ ພາກັນລົງສູ່ຖະໜົນຫົນທາງ ໃນນະຄອນມິງສ໌ ເພື່ອປະທ້ວງທ່ານລູກາເຊັງໂກ


ພວກປະທ້ວງພາກັນຖືທຸງຊາດເກົ່າ ປະທ້ວງຝ່າຍຄ້ານຂອງການເລືອກຕັ້ງປະທານາທິບໍດີ ໃນນະຄອນມິງສ໌ ປະເທດເບລາຣຸສ ວັນທີ 4 ຕຸລາ 2020.
ພວກປະທ້ວງພາກັນຖືທຸງຊາດເກົ່າ ປະທ້ວງຝ່າຍຄ້ານຂອງການເລືອກຕັ້ງປະທານາທິບໍດີ ໃນນະຄອນມິງສ໌ ປະເທດເບລາຣຸສ ວັນທີ 4 ຕຸລາ 2020.

ຕໍາຫຼວດໃນນະຄອນມິງສ໌ ປະເທດເບລາຣຸສ ໄດ້ໃຊ້ທໍ່ສີດນໍ້າ ສີດເຂົ້າໃສ່ຝູງຊົນ ໃນຂະນະ
ທີ່ມີການປະທ້ວງ ຕໍ່ຕ້ານປະທານາທິບໍດີອາເລັກຊານເດີ ລູກາເຊັງໂກ ເປັນມື້ທີເກົ້າຕິດຕໍ່
ກັນ ໃນວັນອາທິດວານນີ້. ເປັນທີ່ຄາດວ່າ ມີ 100,000 ຄົນ ລົງສູ່ຖະໜົນຫົນທາງ ໃນນະ
ຄອນຫຼວງເບລາຣຸສ ໃນວັນອາທິດວານນີ້.

ນັບແຕ່ປະທານາທິບໍດີທີ່ກຳຕຳແໜ່ງມາເປັນເວລາຍາວນານໄດ້ອ້າງເອົາໄຊຊະນະໃນ
ການແຂ່ງຂັນເລືອກຕັ້ງເມື່ອວັນທີ 9 ສິງຫາຜ່ານມາ ພວກປະທ້ວງໄດ້ ລົງສູ່ຖະໜົນຫົນ
ທາງເປັນປະຈຳ ເພື່ອຮ້ຽກຮ້ອງໃຫ້ທ່ານລາອອກຈາກຕຳແໜ່ງ ແລະປ່່ອຍໂຕພວກນັກ
ໂທດການເມືອງ.

ທ່ານລູກາເຊັງໂກ ຢືນຢັດວ່າທ່ານໄດ້ຮັບໄຊຊະນະການໃນການເລືອກຕັ້ງດ້ວຍ ຄະແນນ
ສຽງຖ້ວມລົ້ນ ໂດຍໄດ້ຮັບຄະແນນທັງໝົດ 80 ເປີເຊັນໃນການປ່ອນ ບັດ ເຖິງແມ່ນມີການ
ກ່າວອ້າງຢ່າງແຜ່ກວ້າງ ທັງຢູ່ພາຍໃນແລະນອກປະເທດ ວ່າ ການປ່ອນບັດມີການສໍ້ໂກງ
ຄະແນນເພື່ອຊ່ວຍໃຫ້ທ່ານໄດ້ກຳອຳນາດຕໍ່ໄປ.

ໃນວັນທ້າຍສັບປະດາທີ່ຜ່ານມາ ເບລາຣູຮຸສໄດ້ຖອນບັດອະນຸຍາດຂອງບັນດານັກຂ່າວ
ຕ່າງປະເທດທັງໝົດ.

ໃນທ້າຍອາທິດແລ້ວນີ້ ສະຫະພາບຢູໂຣບໄດ້ວາງມາດຕະການລົງໂທດຕໍ່ພວກ ເຈົ້າໜ້າ
ທີ່ເບລາຣຸສປະມານ 40 ຄົນ ທີ່ໄດ້ຖືກກ່າວຫາວ່າມີສ່ວນຮ່ວມໃນການ ສໍ້ໂກງການເລືອກ
ຕັ້ງ ແລະທັບມ້າງພວກທຳການປະທ້ວງ. ທ່ານລູກາເຊັງໂກ ບໍ່ໄດ້ຢູ່ໃນບັນຊີນີ້.

ຄວາມໂກດແຄ້ນຂອງສາທາລະນະຊົນ ຕໍ່ການທັບມ້າງ ໄດ້ມີເພີ້ມຂຶ້ນ ຫຼັງຈາກ ໄດ້ມີການ
ຈັບກຸມພວກປະທ້ວງຫຼາຍກວ່າ 7,500 ຄົນແລະກະທຳແບບຮຸນແຮງ ຂອງຕຳຫຼວດຕໍ່
ພວກປະທ້ວງ.

ຫຼາຍຮ້ອຍຄົນໄດ້ຖືກປ່ອຍຈາກການກັກຂັງຂອງຕຳຫຼວດ ໂດຍມີຮອຍບວມຊໍ້າ ແລະເລົ່າ
ເລື້ອງການທໍລະມານ ລະຫວ່າງຢູ່ໃນກຳມື ຂອງບັນດອົງການຮັກສາ ຄວາມປອດໄພຂອງ
ທ່ານລູກາເຊັງໂກ.

ທ່ານລູກາເຊັງໂກ ໄດ້ກ່າວວ່າ ພວກປະທ້ວງໄດ້ຮັບການຊຸກຍູ້ແລະສະໜັບສະໜູນໂດຍ
ປະເທດຕາເວັນຕົກ ແລະກ່າວຫາອົງການເນໂຕ (NATO) ເຄື່ອນຍ້າຍກຳລັງ ໄປໃກ້ຊາຍ
ຂອງແດນເບລາຣຸສ. ບັນດາພັນທະມິດໄດ້ປະຕິເສດຕໍ່ ການກ່າວຫາດັ່ງກ່າວ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG