ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຊາຊົນຫຼາຍພັນຄົນ ພາກັນອອກໄປປະ​ທ້ວງຕາມຖະໜົນໃນເຂດ ກາຊາ ກ່ຽວກັບຄວາມບໍ່ພໍໃຈຕໍ່ລັດຖະບານຮາມາສ

ບັນດາຜູ້ປະທ້ວງຊາວປາແລັສໄຕນ໌ ພາກັນຮ້ອງຄໍາຂັວນ ໃນລະຫວ່າງການປະທ້ວງຕໍ້ຕ້ານກັບໄຟຟ້າມອດຕໍ່ເນື່ອງຍາວນານຢູ່ໃນຂົງເຂດດິນແດນທີ່ມີສະພາບ ແລະການດໍາລົງຊີວິດທີ່ມີຄວາມຫຍຸ້ງຍາກລໍາບາກແຫ່ງນີ້ ຢູ່ຕາມຖະໜົນຂອງເມືອງຄານ ຢູນີສ, ທາງທິດໃຕ້ຂອງຂົງເຂດກາຊາ, ວັນທີ 30 ກໍລະກົດ 2023.

ປະຊາຊົນຫຼາຍພັນຄົນ ພາກັນອອກມາຕາມຖະໜົນເປັນ​ເວ​ລາ​ສັ້ນ ຢູ່ບໍລິເວນ ອ້ອມຮອບຂອງເຂດ ກາຊາ ເພື່ອປະທ້ວງກ່ຽວກັບໄຟຟ້າມອດຕໍ່ເນື່ອງຍາວນານ ຢູ່ໃນຂົງເຂດດິນແດນທີ່ມີສະພາບ ແລະການດໍາລົງຊີວິດທີ່ມີຄວາມຫຍຸ້ງຍາກລໍາ ບາກແຫ່ງນີ້, ອີງຕາມລາຍງານຂອງອົງການຂ່າວ AP.

ການໂຮມຊຸມນຸມໃນວັນອາທິດແລ້ວນີ້ ເປັນການສະແດງຂອງຂອງສາທາລະນະ ຊົນທີ່ບໍ່ຄ່ອຍເກີດຂຶ້ນ ກັບລັດຖະບານຮາມາສ (Hamas) ຢູ່ໃນດິນແດນດັ່ງ ກ່າວ.

ປະຊາຊົນຫຼາຍຮ້ອຍຄົນ ໄດ້ເຂົ້າຮ່ວມເດີນຂະບວນຢູ່ໃນເຂດກາຊາ, ທາງພາກ ໃຕ້ຂອງເມືອງ ຄານ ຢູນິສ (Khan Younis) ແລະເມືອງອື່ນໆ. ພວກເຂົາ ເຈົ້າພາກັນຮ້ອງເປັນຄໍາຂັວນອອກມາວ່າ “ເປັນສິ່ງທີ່ໜ້າອັບອາຍ” ແລະຢູ່ ໃນສະຖານທີ່ແຫ່ງນຶ່ງ ໄດ້ມີການຈູດທຸງຮາມາສ, ກ່ອນທີ່ເຈົ້າໜ້າທີ່ຕໍາຫຼວດຈະ ເຂົ້າມາດໍາເນີນການ ແລະສະຫຼາຍການໂຮມຊຸມນຸມດັ່ງກ່າວ, ໂດຍມີປະຊາ ຊົນຈໍານວນນຶ່ງຖືກຈັບ.

ລັດຖະບານຮາມາສ ປົກຄອງເຂດກາຊາ ນັບຕັ້ງແຕ່ພວກເຂົາບຸກລຸກເຂົ້າມາ ໃນປີ 2007. ພວກເຂົາສະແດງໃຫ້ເຫັນເຖິງຄວາມອົດທົນພຽງ​ເລັກ​ນ້ອຍ ຕໍ່​ການບໍ່​ເຫັນ​ພ້ອມ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG