ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫຼາຍພັນຄົນປະທ້ວງ ແລະບຸກເຂົ້າໄປ ໃນຫໍລັດຖະສະພາ ສະຫະລັດ ໃນການໂຈມຕີທີ່ເປັນຕາອັບອາຍຂາຍໜ້າ ຕໍ່ປະຊາທິປະໄຕຂອງພວກເຮົາ


ຜູ້ສະໜັບສະໜູນຂອງປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ເຕົ້າໂຮມກັນໃນນະຄອນຫຼວງ ວໍຊິງຕັນ.
ຜູ້ສະໜັບສະໜູນຂອງປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ເຕົ້າໂຮມກັນໃນນະຄອນຫຼວງ ວໍຊິງຕັນ.

ຜູ້ສະໜັບສະໜູນປະທານາທິບໍດີ ດໍໂນລ ທຣຳ ທີ່ຖືທຸງຫຼາຍພັນຄົນ ໄດ້ບຸກ ເຂົ້າໄປໃນຫໍລັດຖະສະພາ ແຄັບປິຕອລ ຂອງ ສະຫະລັດ ໃນວັນພຸດວານນີ້, ຈົນເຮັດໃຫ້ບັນດາສະມາຊິກສະພາ ອົບພະຍົບອອກຈາກຫ້ອງປະຊຸມຂອງເຂົາ ເຈົ້າ ແລະ ເລື່ອນການດຳເນີນການປະຊຸມປະຈຸວັນຂອງເຂົາເຈົ້າເປັນເວລາຫຼາຍ ຊົ່ວໂມງ ເພື່ອເປີດທາງໃຫ້ທ່ານ ໂຈ ໄບເດັນ ແລະ ທ່ານນາງ ຄາມາລາ ແຮຣິສ ໄດ້ສາບານຕົວເປັນປະທານາທິບໍດີ ແລະ ຮອງປະທານາທິບໍດີໃນວັນທີ 20 ມັງກອນ. ປະທານສະພາຕໍ່າທ່ານນາງ ແນນຊີ ເພໂລຊີ ໄດ້ປະກາດຫຼັງ ຈາກ ການຈະລາຈົນຫຼາຍຊົ່ວໂມງຢູ່ອ້ອມຕຶກຫໍລັດຖະພາສີຂາວ ທີ່ຕຳຫຼວດໄດ້ ທຳການ ປ້ອງກັນບໍລິເວນດັ່ງກ່າວ ແລະ ບັນດາສະມາຊິກສະພານິຕິບັນຍັດ ໄດ້ເປີດປະຊຸມໃໝ່ ເພື່ອສືບຕໍ່ເຮັດວຽກ ກ່ຽວກັບ ການຢືນຢັນຄະແນນສຽງ ຄະນະຜູ້ແທນ ການເລືອກຕັ້ງທີ່ພິຈາລະນາປະທານາທິບໍດີຄົນຕໍ່ໄປ.

ທ່ານນາງໄດ້ກ່າວວ່າ “ມື້ນີ້, ໄດ້ມີການໂຈມຕີທີ່ໜ້າອັບອາຍຂາຍໜ້າຕໍ່ປະຊາທິປະໄຕຂອງພວກເຮົາ. ມັນໄດ້ຖືກກໍ່ຂຶ້ນຢູ່ລະດັບທີ່ສູງສຸດຂອງລັດຖະບານ. ແຕ່ ແນວໃດກໍຕາມ, ມັນຈະບໍ່ສາມາດຂັດຂວາງພວກເຮົາ ຈາກຄວາມຮັບຜິດຊອບ ຂອງພວກເຮົາ ເພື່ອຢືນຢັນການເລືອກຕັ້ງຂອງທ່ານ ໄບເດັນ.”

ຫຼາຍຊົ່ວໂມງກ່ອນໜ້ານັ້ນ, ຜູ້ຊົມໂທລະພາບ ສະຫະລັດ ໄດ້ພາກັນຕົກໃຈ ກັບຮູບພາບສົດ ກ່ຽວກັບ ພວກກໍ່ຈະລາຈົນພາກັນຫຸ້ມຢູ່ພາຍນອກຂອງຕຶກ ຫໍລັດຖະສະພາ, ເຊິ່ງລວມມີທັງສະພາຕໍ່າ ແລະ ສະພາສູງ. ອີກຫຼາຍຮ້ອຍຄົນ ໄດ້ດັນຜ່ານຕຳຫຼວດຫໍລັດຖະສະພາ ແລະ ບຸກເຂົ້າໄປໃນຕຶກ. ຜູ້ສະໜັບສະ ໜູນທ່ານ ທຣຳ ຄົນນຶ່ງໄດ້ເວົ້າວ່າ “ເຂົາເຈົ້າຢູ່ໃສ?” ໃນຂະນະທີ່ບາງຄົນໄດ້ພະ ຍາຍາມ ທີ່ຈະພັງປະຕູຂອງຫ້ອງປະຊຸມສະພາຕໍ່າ.

ສະມາຊິກສະພາຕໍ່າ ສັງກັດພັກເດໂມແຄຣັດຈາກລັດ ຄາລິຟໍເນຍ ທ່ານ ສກັອດ ປີເຕີສ໌ ໄດ້ກ່າວຕໍ່ບັນດານັກຂ່າວວ່າ ທ່ານໄດ້ຢູ່ໃນຫ້ອງປະຊຸມສະພາຕໍ່າ ເວລາທີ່ພວກປະທ້ວງໄດ້ເລີ່ມບຸກເຂົ້າໄປ. ທ່ານໄດ້ກ່າວວ່າບັນດາເຈົ້າໜ້າທີ່ ຮັກສາ ຄວາມປອດໄພໄດ້ຮຽກຮ້ອງໃຫ້ບັນດາສະມາຊິກສະພາໃສ່ໜ້າກາກປ້ອງກັນອາຍແກັສ ແລະ ພາເຂົາເຈົ້າເຂົ້າໄປແຈມຸມຂອງຫ້ອງຂະໜາດໃຫຍ່ນັ້ນ.

ທ່ານໄດ້ກ່າວວ່າ “ເວລາທີ່ພວກເຮົາໄດ້ໄປຮອດອີກຟາກນຶ່ງຂອງຫ້ອງ, ຟາກ ຂອງ ພັກຣີພັບບລີກັນ, ເຂົາເຈົ້າໄດ້ໃຫ້ພວກເຮົາໝູບລົງ, ເຈົ້າຈະສາມາດເຫັນ ວ່າ ເຂົາເຈົ້າກຳລັງຕ້ານຢັນການໂຈມຕີບາຢ່າງ, ມັນເບິ່ງຄືແນວນັ້ນ. ເຂົາເຈົ້າ ເອົາເຟີນິເຈີອັນນຶ່ງໄປຕັນປະຕູໄວ້, ປະຕູທາງເຂົ້າຫ້ອງປະຊຸມຈາກຫໍໂຣທັນດາ, ແລະ ເຂົາເຈົ້າໄດ້ຊັກປືນອອກມາ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG