ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຫ​ລາຍ​ສິບ​ພັນ​ຄົນ ໂຮມ​ຊຸມ​ນຸມ ສະ​ໜັບ​ສະ​ໜຸນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິມ​ຣານ ຄານ ​ຢູ່​ປາ​ກິ​ສ​ຖານ


ຕຳ​ຫຼວດ​ຄົນ​ນຶ່ງ​ພວມ​ຫຼຽວ​ເບິ່ງ ໃນ​ຂະ​ນະ​ທີ່​ພວກ​ສະ​ໜັບ​ສະ​ໜຸນ​ນາ​ຍົກ​ລັດ​ຖະ​ມົນ​ຕີ ​ອິມ​ຣານ ຄານ ​ປະ​ທານ​ພັກ​ຕາ​ຣິກ-ອີ-ອິນ​ຊາ​ຟ (PTI) ໂບກ​ທຸງ​ຊາດ ຂະ​ນະ​ທີ່​ທ່ານ​ຄານ ລົງ​ມາ​ຈາກ​ເຮ​ລີ​ຄອບ​ເຕີ້ ເພື່ອ​ເຂົ້າ​ຮ່ວມ​ການ​ໂຮມ​ຊຸມ​ນຸມ ທີ່​ອິ​ສ​ລາ​ມາ​ບັດ ເມື່ອ​ວັນ​ທີ 27 ມີ​ນາ 2022.
ຕຳ​ຫຼວດ​ຄົນ​ນຶ່ງ​ພວມ​ຫຼຽວ​ເບິ່ງ ໃນ​ຂະ​ນະ​ທີ່​ພວກ​ສະ​ໜັບ​ສະ​ໜຸນ​ນາ​ຍົກ​ລັດ​ຖະ​ມົນ​ຕີ ​ອິມ​ຣານ ຄານ ​ປະ​ທານ​ພັກ​ຕາ​ຣິກ-ອີ-ອິນ​ຊາ​ຟ (PTI) ໂບກ​ທຸງ​ຊາດ ຂະ​ນະ​ທີ່​ທ່ານ​ຄານ ລົງ​ມາ​ຈາກ​ເຮ​ລີ​ຄອບ​ເຕີ້ ເພື່ອ​ເຂົ້າ​ຮ່ວມ​ການ​ໂຮມ​ຊຸມ​ນຸມ ທີ່​ອິ​ສ​ລາ​ມາ​ບັດ ເມື່ອ​ວັນ​ທີ 27 ມີ​ນາ 2022.

ພວກ​ສະ​ໜັບ​ສ​ະ​ໜຸນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິມ​ຣານ ຄານ ຫຼາຍ​ສິບ​ພັນ​ຄົນ​ໂຮມ​ຊຸມ​ນຸມ​ກັນທີ່​ນະ​ຄອນ​ຫຼວງ​ອິ​ສ​ລາ​ມາ​ບັດ ໃນ​ວັນ​ອາ​ທິດ​ວານນີ້ ເພື່ອ​ໃຫ້​ກາ​ນ​ໜຸນ​ຫຼັງແກ່​ຜູ້​ນຳ​ທີ່​ພວມດີ້ນ​ຮົນ​ຕໍ່​ສູ້ ດ້ວຍ​ການ​ປະ​ເຊີນ​ໜ້າ​ ກັບ​ການ​ລົງ​ມະ​ຕິ​ບໍ່​ໄວ້​ວາງ​ໃຈ​ຢູ່​ໃນ​ສະ​ພາ​ແຫ່ງ​ຊາດ ຊຶ່ງ​ມີ​ທ່າ​ທາງວ່າ​ຈະ​ມີ​ຂຶ້ນ​ໃນ​ວັນ​ທີ 4 ເມ​ສາຈະ​ມານີ້.

ພວກ​ຜູ້​ນຳ​ຂອງ​ພັກ​ຝ່າຍ​ຄ້ານ ໄດ້​ພາ​ກັນ​ເຄື່ອນ​ໄຫວ​ ເພື່ອ​ລົງ​ມະ​ຕິ​ບໍ່​ໄວ້​ວາງ​ໃຈ​ທ່ານຄານຢູ່​ໃນ​ສະ​ພາ​ຕ່ຳ​ຂອງ​ປາ​ກິ​ສ​ຖານໃນ​ການຫາ​ທາງ​ປົດ​ອະ​ດີດ​ດາ​ລາ​ຄ​ລິກ​ເກັດ​ອອກຕຳ​ແໜ່ງ ໂດຍ​ກ່າວ​ຫາ​ທ່ານ​ວ່າ ປົກ​ຄອງ​ປະ​ເທດ​ດ້ວຍ​ຄວາມ​ຜິດ​ພາດ ແລະ​ຄຸ້ມ​ຄອງ​ເສດ​ຖະ​ກິດ ​ແລະ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ແບບ​ບໍ່​ຖືກ​ຕ້ອງ.

ໃນ​ການ​ກ່າວ​ຄຳ​ປາ​ໄສ ​ຕໍ່​ການ​ໂຮມ​ຊຸມ​ນຸມ​ຂະ​ໜາດ​ໃຫຍ່ ​ໃນ​ວັນ​ອາ​ທິດ​ວານນີ້ ​ຊຶ່ງ​ພັກ​ຕາ​ຣິກ-ອີ-ອິນ​ຊາ​ຟ (PTI) ​ທີ່​ເປັນ​ພັກ​ລັດ​ຖະ​ບານ ໄດ້​ຈັດ​ການ​ເດີນ​ຂະບວນ ​ເພື່ອ​ສະ​ແດງ​ກຳ​ລັງນັ້ນ ທ່ານ​ຄານ​ໄດ້​ປະ​ຕິ​ເສດ​ຢ່າງ​ແຂງ​ຂັນ​ຕໍ່​ການ​ກ່າ​ວ​ຫາ​ ແລະ​ປະ​ກາດ​ວ່າ ຈະ​ເອົາ​ຊະ​ນະ​ຕໍ່​ການ​ລົງ​ຄະ​ແນນ​ສຽງ ທີ່​ພວກ​ນັກ​ວິ​ເຄາະກ່າວ​ວ່າ ອາດ​ຈະ​ເປັນ​ການ​ທ້າ​ທາຍ​ທີ່​ຮ້າຍ​ແຮງ​ສຸດ​ຕໍ່​ການ​ນຳ​ພາ​ຂອງ​ທ່ານ ນັບ​ແຕ່​ໄດ້​ເຂົ້າ​ກຳ​ອຳ​ນາດ​ມາ​ແຕ່​ປີ 2018.

ນາ​ຍົກ​ລັດ​ຖະ​ມົນ​ຕີ​ຄານ ກ່າວ​ອ້າງວ່າ ການ​ລົງ​ມະ​ຕິ​ບໍ່​ໄວ້​ວາງ​ໃຈ​ຂອງ​ພັກ​ຝ່າຍ​ຄ້ານ ແມ່ນ​ເກີດ​ຈາກ “ການ​ສົມ​ຮູ້​ຮ່ວມ​ຄິດ​ຂອງ​ຕ່າງ​ປະ​ເທດ” ທີ່​ແນ​ໃສ່​ເພື່ອ​ຈະ​ ຂັບ​ໄລ່​ລັດ​ຖະ​ບານ​ຂອ​ງ​ທ່ານ​ລົງ​ຈາກ​ອຳ​ນາດ.

ທ່ານ​ຄານ​ກ່າວ​ວ່າ “ມີ​ການ​ສົ່ງ​ທຶນ​ເຂົ້າ​ມາ​ໃນ​ປາ​ກິ​ສ​ຖານ​ຈາກ​ຕ່າງ​ປະ​ເທດ ເພື່ອ​ພະ​ຍາ​ຍາມ​ຈະ​ປ່ຽນ​ລັດ​ຖະ​ບານ. ປະ​ຊາ​ຊົນ​ຂອງ​ພວກ​ເຮົາ​ໄດ້​ຖືກ​ໃຊ້.”

ທ່ານ​ຄານ​ໄດ້​ກ່າວຕໍ່​ຝູງ​ຊົນ​ວ່າ “ພວກ​ເຮົາ​ໄດ້​ຖືກ​ຂົ່ມ​ຂູ່​ຢ່າງ​ເປັນ​ລາຍ​ລັກ​ອັກ​ສອນ ແຕ່​ພວກ​ເຮົາ​ຈະ​ບໍ່​ມີ​ການ​ຜ່ອນ​ສັ້ນ​ຜ່ອນ​ຍາວ ​ຕໍ່​ຜົນ​ປະ​ໂຫຍດ​ຂອງ​ຊາດ. ຂ້າ​ພະ​ເຈົ້າບໍ່​ພຽງ​ແຕ່​ກ່າວ​ຫາ​ທໍ່​ນັ້ນ ຂ້າ​ພະ​ເຈົ້າ​ມີ​ຈົດ​ໝາຍ​ເປັນ​ເຄື່ອງ​ພິ​ສູດ” ຊຶ່ງມີ​ລາຍງານວ່າທ່ານ​ຄານ​ໄດ້ນຳ​ເອົາ​ອັນ​ທີ່​ທ່ານ​ກ່າວ​ວ່າ ເປັນ​ສຳ​ເນົາ​ຈົດ​ໝາຍ​ ອອກ​ມາ ສະ​ແດງ​ ໃຫ້​ພວກ​ເຂົ້າ​ຮ່ວມ​ການ​ໂຮ​ມ​ຊຸມ​ນຸມເບິ່ງ.

ຜູ້​ນຳ​ຂອງ​ປາ​ກິ​ສ​ຖານ​ກ່າວ​ວ່າ “ກຳ​ລັງ​ຕ່າງ​ປະ​ເທດ” ຈຳ​ນວນ​ນຶ່ງ ບໍ່​ຢາກ​ໃຫ້​ລັດ​ຖະ​ບານ​ຂອງ​ທ່ານ​ ດຳ​ເນີນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ທີ່​ເປັນ​ອິດ​ສະ​ຫຼະ. ແຕ່​ທ່ານ​ກໍ​ບໍ່​ໄດ້​ໃຫ້​ການ​ອະ​ທິ​ບາຍ​ຫຍັງ​ເພີ້ມ​ຕື່ມ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG