ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປະຊາຊົນ​ມາເຊໂດເນຍ ​ຮຽກຮ້ອງ​ໃຫ້​ ນາຍົກ ລາ​ອອກ​ຈາກ​ຕຳ​ແໜ່​ງ


ປະຊາຊົນ​ຊາວ Macedonia ຫຼາຍພັນ​ຄົນໄດ້​ພາກັນ​ອອກ​ມາ​ປະ​ທ້ວງ ​ໃນ​ນະຄອນຫລວງ Skopje ​ໃນ​ວັນ​ອາທິດ​ວານ​ນີ້​ເພື່ອ ຮຽກຮ້ອງ​ໃຫ້​ນາຍົກລັດຖະມົນຕີ Nikola Gruevski ລາ​ອອກ​ຈາກ​ຕຳ​ແໜ່​ງ ​ເນື່ອງ​ຈາກ​ວ່າ ປະ​ເທດທີ່​ຕັ້ງ​ຢູ່​ໃນ​ເຂດ Balkan ​ແຫ່ງ​ນັ້ນ ກຳລັງ​ປະ​ເຊີນ​ໜ້າ​ກັບ​ບັນຫາ​ວິ​ກິດ​ການ​ ທາງການ​ເມືອງ ທີ່​ຮ້າຍ​ແຮງ​ຂຶ້ນ​ນັບ​ມື້.

ການ​ປະ​ທ້ວງ​ໄດ້​ເກີດ​ຂຶ້ນ ອາທິດ​ໜຶ່ງ ຫຼັງຈາກ​ຄວາມ​ເຄັ່ງ​ຕຶງ​ໄດ້​ບານ​ປາຍ​ອອກ ຢູ່ໃນ​ເມືອງ Kumanov ທາງ​ທິດ​ເໜືອ​ຂອງ​ນະຄອນ ຫລວງ Skopje ບ່ອນ​ທີ່​ໄດ້​ເກີດການ​ປະ​ທະ​ກັນ​ລະຫວ່າງ​ມື​ປືນ​ ແລະ ​ຕຳຫລວດຫຼາຍບັ້ນ ​ເມື່ອ​ຕົ້ນ​ເດືອນ​ນີ້ ​ເຮັດ​ໃຫ້​ຕຳຫລວດ 8 ຄົນ​ ແລະ ​ພວກ​ຄົນ​ຮ້າຍ 14 ຄົນ ເສຍ​ຊີວິດ.

ການ​ກົດ​ດັນ​ຕໍ່ຜູ້ນຳ​ດັ່ງກ່າວ​ ໄດ້​ກໍ່​ຕົວ​ຂຶ້ນ ນັບ​ຕັ້ງ​ແຕ່​ໄດ້​ມີ​ຂ່າວ​ເລື່ອງ​ ການ​ດັກ​ຟັງ​ທາງ​ໂທລະ​ສັບ ​ຖືກ​ເປີດ​ເຜີຍອອກ ​ເມື່ອ​ຕົ້ນປີນີ້ ​ທີ່ເຮັດ​ໃຫ້​ເກີດ​ມີ​ຄຳ​ຖາມ​ຕ່າງໆ ກ່ຽວ​ກັບວ່າ ລັດຖະບານ​ໄດ້​ທຳ​ການ​ຄວບ​ຄຸມ​ສື່​ມວນ​ຊົນ ລວມທັງ​ບັນດາ​ຜູ້​ພິພາກສາ ​ແລະ ​ການ​ເລືອກ​ຕັ້ງ ຢ່າງ​ເຄັ່ງ​ຄັດຫຼາຍປານ​ໃດ ​ໃນ​ລະຫວ່າງໄລຍະ 9 ປີ​ຂອງການ​ດຳລົງ​ຕຳ​ແໜ່​ງ ຂອງ​ນາຍົກລັດຖະມົນຕີ Nikola Gruevski ນັ້ນ.

ນາຍົກລັດຖະມົນຕີ Gruevski ​ເອງ ກໍ​ໄດ້​ຮຽກຮ້ອງ ​ໃຫ້​ບັນດາ​ຜູ້​ສະໜັບສະໜູນ​ທ່ານ ​ອອກ​ມາໂຮມ​ຊຸມນຸມ ​ເຊັ່ນ​ກັນ ​ໃນ​ວັນ​ຈັນ​ມື້​ນີ້.

Macedonia Protest
please wait
Embed

No media source currently available

0:00 0:00:42 0:00

XS
SM
MD
LG