ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຫຼາຍພັນຄົນ ໂຮມຊຸມນຸມ ປະທ້ວງ ຕໍ່ຕ້ານ ລັດຖະບານ ຢູ່ ປາກິສຖານ (ວິດີໂອ/ສະໄລດ໌)


ພວກ​ປະ​ທ້ວງຝ່າຍ​ຄ້ານ​ຫຼາຍພັນ​ຄົນ ພາກັນ​ເດີນ​ຂະ​ບວນ​ໃນ
ນະຄອນ​ຫລວງປາ​ກິ​ສຖານ ​ໃນ​ວັນ​ເສົາ​ມື້​ນີ້​ ເພື່ອ​ຮຽກຮ້ອງ​ໃຫ້
ນາຍົກລັດຖະມົນຕີ Nawaz Sharif ລາ​ອອກ​ຈາກ​ຕຳ​ແໜ່​ງ.

ການ​ປະ​ທ້ວງ​ ທີ່ນະຄອນອິສລາມາ​ບັດ ​ແມ່ນນຳພາ​ໂດຍ​ຜູ້ນຳ​
ຝ່າຍ​ຄ້ານ ທ່ານ Imran Khan ​ແລະ​ນັກບວດ​ມຸສລິມ Tahir
ul-Qadri ຊຶ່ງເປັນການ​ທ້າ​ທາຍ​ ທີ່ໃຫຍ່ທີ່ສຸດ ຕໍ່ລັດຖະບານ
ທ່ານ Sharif ທີ່​ມີມາ​ໄດ້​ນຶ່ງປີ​ແລ້ວນັ້ນ.

ທ່ານ Khan ​ແລະທ່ານ Qadri ກວ່າ​ວ່າ ລັດຖະບານນີ້​ສໍ້​ລາດ​
ບັງ​ຫຼວງ. ຂະ ບວນການ​ເຄື່ອ​ນ​ໄຫວ​ທັງ​ສອງ ບໍ່​ໄດ້​ເປັນ​ພັນ​ທະ
​ມິດ​ກັນ ຢ່າງ​ເປັນ​ທາງ​ການແຕ່ ຢ່າງໃດເລີຍ.

ທ່ານ Khan ​ແລະ ທ່ານ Qadri ​ໄດ້ໃຫ້ຄຳ​ໝັ້ນ​ສັນຍາ​ວ່າ ພວກ​ສະໜັບສະໜູນຂອງເຂົາ​
ເຈົ້າ ຈະ​ຕັ້ງ​ຄ້າຍ​ ຢູ່​ໃນນະຄອນ​ອິສລາມາ​ບັດ ຈົນ​ກວ່າ​ວ່າ ທ່ານ Sharif ​ຕົກລົງທີ່​ຈະ​ລາ​
ອອກ​ຈາກ​ຕຳແໜ່​ງ ແລະ​ມີ​ການ​ປະກາດ ໃຫ້ມີ​ການ​ເລືອກ​ຕັ້ງ​ໃໝ່. ທ່ານ Khan ກ່າວ​ຫາ​
ວ່າການ​ເລືອກ​ຕັ້ງ​ໃນປີ​ກາຍ​ນີ້ທີ່​ເຮັດໃຫ້ພັກ​ການ​ເມືອງຂອງ​ທ່ານ Sharif ກ້າວຂຶ້ນມາກຳ
​ອຳນາດ​ໄດ້ນັ້ນ ແມ່ນເຕັມໄປດ້ວຍ “ການ​ສໍ້​ໂກງຄະແນນສຽງ​ຢ່າງ​ໃຫຍ່.”

​ໃນ​ວັນ​ສຸກ​ວານ​ນີ້ ການ​ປະ​ທະ​ກັນ​ ໄດ້​ເກີດ​ຂື້ນ ຢູ່​ໃນ​ເມືອງ Gujranwala ຫລັງ​ຈາກ​ໄດ້​
ມີ​ການ​ຍິງ​ປືນ​ໃສ່​ລົດຂອງທ່ານ Khan ​ໃນ​ຂະນະ​ທີ່​ທ່ານ​ນຳພາ​ການ​ປະ​ທ້ວງເດີນຂະບວນ
​ຕ້ານ​ລັດຖະບານ​ ໄປ​ສູ່​ນະຄອນ​ອິສລາມາ​ບັດ. ລູກປືນ​ໄດ້​ຖືກ​ລົດ​ຂອງ​ທ່ານ Khan ​ແຕ່​
ໂຄສົກ​ຍິງ​ຂອງ​ທ່ານກ່າວ​ວ່າ ທ່ານ​ບໍ່​ໄດ້​ຮັບ​ບາດ​ເຈັບ. ນອກນັ້ນພວກ​ແກວ່ງກ້ອນ​ຫີນ​ຍັງ
​ໄດ້ໂຈມ​ຕີ​ຂະ​ບວນລົດ​ຂອງ ທ່ານ Khan ນຳ ດ້ວຍ.

PAKISTAN OPPOSTION VO
please wait
Embed

No media source currently available

0:00 0:00:42 0:00

XS
SM
MD
LG