ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປະຊາຊົນຫລາຍພັນຄົນ ໄດ້ເຕົ້າໂຮມກັນ ໃນນະຄອນ ຕະບີລີຊີ ຂອງຈໍເຈຍ ເພື່ອຕໍ່ຕ້ານລັດຖະບານ


ບັນດາຜູ້ປະທ້ວງຕໍ່ຕ້ານລັດຖະບານ ເຕົ້າໂຮມກັນຢູ່ໃຈກາງນະຄອນຕະບີລີຊີ (Tbilisi) ຂອງຈໍເຈຍ ໃນວັນທີ 9 ເມສາ 2023. ບັນດາຜູ້ນຳຂອງປະເທດໃນທະເລດຳ ປະເຊີນໜ້າກັບຂໍ້ກ່າວຫາວ່າເຮັດໃຫ້ລະບອບປະຊາທິປະໄຕຖອຍຫຼັງ
ບັນດາຜູ້ປະທ້ວງຕໍ່ຕ້ານລັດຖະບານ ເຕົ້າໂຮມກັນຢູ່ໃຈກາງນະຄອນຕະບີລີຊີ (Tbilisi) ຂອງຈໍເຈຍ ໃນວັນທີ 9 ເມສາ 2023. ບັນດາຜູ້ນຳຂອງປະເທດໃນທະເລດຳ ປະເຊີນໜ້າກັບຂໍ້ກ່າວຫາວ່າເຮັດໃຫ້ລະບອບປະຊາທິປະໄຕຖອຍຫຼັງ

ພວກສະໜັບສະໜຸນຝ່າຍຄ້ານຫຼາຍພັນຄົນ ໄດ້ເຕົ້າໂຮມກັນໃນວັນອາທິດວານນີ້ ທີ່ນະຄອນຫຼວງ ຕະບີລີຊີ (Tbilisi) ຂອງຈໍເຈຍ ໃນຂະນະທີ່ລັດຖະບານຂອງປະເທດໃນທະເລດຳ ກຳລັງປະເຊີນໜ້າກັບຂໍ້ກ່າວຫາທີ່ເພີ້ມທະວີຂຶ້ນວ່າ ເຮັດ​ໃຫ້ລະບອບປະຊາທິປະໄຕ​ຖອຍ​ຫຼັງ.

ບັນດາ​ຜູ້​ປະ​ທ້ວງ​ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ນອກ​ລັດຖະສະພາ​ຈໍ​ເຈຍ ​ເພື່ອ​ການ​ໂຮມ​ຊຸມ ນຸມທີ່ຈັດ​ຂຶ້ນໂດຍ​ກຳລັງ​ຝ່າຍ​ຄ້ານ​ຫຼັກຂອງ​ປະ​ເທດ, ​ພັກຂະບວນການສາມັກຄີຊາດ (the United National Movement (UNM), ເຊິ່ງສ້າງ​ຕັ້ງ​ຂຶ້ນ​ໂດຍ​ອະດີດ​ປະທານາທິບໍດີ ມີເຄລ ຊາກາສວີລີ (Mikheil Saakashvili).

ພວກ​ປະ​ທ້ວງ​ໄດ້​ໂບກ​ທຸງ​ຊາດ​ຈໍ​ເຈຍ, ຢູ​ເຄ​ຣນ ແລະ​ຢູ​ໂຣບ ແລະ​ຖື​ປ້າຍ​ຂະໜາດ​ໃຫຍ່​ທີ່​ຂຽນ​ວ່າ "ເພື່ອ​ອະ​ນາ​ຄົດ​ຂອງຢູໂຣບ."

ຝູງຊົນຮ້ອງວ່າ "ມິຊາ ໝັ້ນຍືນ!" ເຊິ່ງເປັນຊື່ຫຍໍ້ຂອງທ່ານ ຊາກາສວີລີ ທີ່ໄດ້ຖືກຈໍາຄຸກເປັນເວລາ 6 ປີ ໃນຂໍ້ຫາໃຊ້ອໍານາດໃນທາງທີ່ຜິດ - ເຊິ່ງເປັນການຕັດສິນໂທດ ທີ່ກຸ່ມສິດທິສາກົນໄດ້ປະນາມວ່າມີແຮງຈູງໃຈທາງດ້ານການເມືອງ.

ອ່ານຂ່າວນີ້ເປັນພາສາອັງກິດຕື່ມ

XS
SM
MD
LG