ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຫຼາຍພັນຄົນ ທີ່ພາກັນເດີນປະທ້ວງ ຕໍ່ຕ້ານທະຫານມຽນມາ ໂດຍຮ້ອງໃຫ້ມີການປະຕິວັດລະດູບານໃໝ່


ພວກປະທ້ວງຖືປ້າຍ ແລະທຸງ ເດີນຂະບວນຕໍ່ຕ້ານການເຮັດລັດຖະປະຫານຂອງທະຫານ "ການປະຕິວັດລະດູບານໃໝ່ ມຽນມາຢູ່ທົ່ວໂລກ" ໃນເມືອງ Kyaukme ລັດສານ ປະເທດມຽນມາ ວັນທີ 2 ພຶດສະພາ 2021.
ພວກປະທ້ວງຖືປ້າຍ ແລະທຸງ ເດີນຂະບວນຕໍ່ຕ້ານການເຮັດລັດຖະປະຫານຂອງທະຫານ "ການປະຕິວັດລະດູບານໃໝ່ ມຽນມາຢູ່ທົ່ວໂລກ" ໃນເມືອງ Kyaukme ລັດສານ ປະເທດມຽນມາ ວັນທີ 2 ພຶດສະພາ 2021.

ພວກປະທ້ວງຕໍ່ຕ້ານລັດຖະປະຫານຫຼາຍພັນຄົນ ໃນມຽນມາ ໄດ້ພາກັນເດີນຂະບວນໃນ
ວັນອາທິດວານນີ້ ຮ້ອງໃຫ້ມີການ “ປະຕິວັດລະດູບານໃໝ່” ຢູ່ໃນປະ ເທດ ທີ່ຕົກຢູ່ພາຍໃຕ້
ລະບອບການປົກຄອງຂອງພວກທະຫານ ມາໄດ້ສີ່ເດືອນແລ້ວນັ້ນ ອີງຕາມລາຍງານຂອງ
ອົງການຂ່າວຝຣັ່ງ (AFP.)

ບັນດາເມືອງຕ່າງໆ ຕະຫຼອດທັງເຂດຊົນນະບົດ ເຂດພູຜາທີ່ນອກຫຼີກຫ່າງໄກ ແລະແມ່ນ
ແຕ່ຢູ່ໃນເຂດຊາຍແດນ ທີ່ຄວບຄຸມໂດຍພວກກະບົດ ຕ່າງກໍໄດ້ພາ ກັນອອກມາປະທ້ວງ
ນັບແຕ່ພວກທະຫານໄດ້ຂັບໄລ່ຜູ້ນຳທ່ານນາງອອງຊານ ຊູ ຈີ ໃນການເຮັດລັດຖະປະຫານ
ໃນວັນທີ 1 ເດືອນກຸມພາ.

ທະຫານໄດ້ແນໃສ່ການກົດດັນຜູ້ທີ່ບໍ່ເຫັນພ້ອມ ດ້ວຍການທັບມ້າງປາບປາມ ທີ່ ໂຫດຮ້າຍ
ໂດຍໃຊ້ການຈັບກຸມຂະໜາດໃຫຍ່ ແລະເຮັດໃຫ້ໂຕເລກຜູ້ເສຍຊີວິດເພີ້ມຂຶ້ນ.

ການປະທ້ວງໄດ້ເລີ້ມຂຶ້ນໃນຕອນເຊົ້າຢູ່ໃນເຂດການຄ້າຂອງນະຄອນຢາງກຸ້ງ ໃນຂະນະ
ທີ່ພວກນັກເຄື່ອນໄຫວໄດ້ຮຽກຮ້ອງໃຫ້ສະແດງກຳລັງ ແລະ “ການ ປະຕິວັດລະດູບານໃໝ່.”

ພວກຊາວໜຸ່ມໄດ້ພາກັນເຕົ້າໂຮມກັນຢູ່ຕາມແຈຖະໜົນຫົນທາງ ກ່ອນການເດີນ ຂະບວນ
ເປັນກຸ່ມ ໄປຕາມຖະໜົນ ແລະໄດ້ສະຫຼາຍຕົວໄປໃນເວລາຕໍ່ມາ ເພື່ອຫຼີກລ່ຽງການປະທະ
ກັບພວກເຈົ້າໜ້າທີ່.

ເຂົາເຈົ້າພາກັນຮ້ອງໂຮອອກມາ ພ້ອມກັບຍົກສາມນີ້ວມືຄຳນັບ ພວກຕໍ່ຕ້ານວ່າ “ເອົາພວກ
ຜະເດັດການທະຫານລົງ ເປັນໜ້າທີ່ຂອງພວກເຮົາ.”

ຢູ່ທີ່ລັດສານ ທາງພາກຕາເວັນອອກຂອງປະເທດ ພວກຊາວໜຸ່ມຖືປ້າຍທີ່ອ່ານວ່າ “ພວກ
ເຮົາບໍ່ສາມາດໃຫ້ການປົກຄອງທັງໝົດເລີຍ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG