ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພວກປະທ້ວງຮ້ອງຄຳວ່າ "ຂົວຕໍ່ ບໍ່ແມ່ນກຳ ແພງ" ຢູ່ນອກໂຮງແຮມຂອງທ່ານ ທຣຳ້


ພວກປະທ້ວງຖືປ້າຍຄຳຂວັນ ໃນຂະນະທີ່ພວກເຂົາເຈົ້າ
ປະທ້ວງ ໃນລະຫວ່າງການເດີນຂະບວນ ໃນໃຈກາງນະ
ຄອນຫຼວງ ວໍຊິງຕັນ. ເພື່ອຄັດຄ້ານປະທານາທິບໍດີທີ່ຖືກ
ເລືອກຕັ້ງໃໝ່, ທ່ານ Donald Trump, 12 ພະຈິກ, 2016.
ພວກປະທ້ວງຖືປ້າຍຄຳຂວັນ ໃນຂະນະທີ່ພວກເຂົາເຈົ້າ ປະທ້ວງ ໃນລະຫວ່າງການເດີນຂະບວນ ໃນໃຈກາງນະ ຄອນຫຼວງ ວໍຊິງຕັນ. ເພື່ອຄັດຄ້ານປະທານາທິບໍດີທີ່ຖືກ ເລືອກຕັ້ງໃໝ່, ທ່ານ Donald Trump, 12 ພະຈິກ, 2016.

ພວກປະທ້ວງພາກັນຮ້ອງໂຮ ຢູ່ນອກໂຮງແຮມ The Trump International Hotel ໃນ ນະຄອນ ວໍຊິງຕັນ ໃນຕອນແລງວັນເສົາວານນີ້ວ່າ “ສ້າງຂົວ ບໍ່ແມ່ນສ້າງກຳແພງ”. ການ ຮ້ອງໂຮຄຳຂວັນທີ່ວ່ານີ້ ອ້າງເຖິງຄຳໝັ້ນສັນຍາຂອງທ່ານ ດານັລ ທຣຳ ປະທານາທິບໍດີທີ່ ຖືກລືອກໃໝ່ ວ່າຈະສ້າງກຳແພງໃສ່ຊາຍແດນພາກໃຕ້ຂອງອາເມຣິກາເພື່ອກັ້ນຊາວ ເມັກ ຊິກໂກ ທີ່ທ່ານ ທຣຳ ເອີ້ນວ່າ ເປັນ “ພວກອາຊຍາກອນ” ແລະ “ພວກກະທຳຊຳເລົາ” ບໍ່ໃຫ້ເຂົ້າມາຍັງ ສະຫະລັດ.

ໃນຕອນແລງວັນເສົາວານນີ້ ຢູ່ນະຄອນຫຼວງຂອງ ສຫຣ ພວກປະທ້ວງໄດ້ພາກັນໄຕ້ທຽນ ສະແດງການປະທ້ວງຢູ່ຕໍ່ໜ້າທຳນຽບຂາວ ກ່ອນຈະຍ່າງໄປຕາມຖະໜົນ Pennsylvania ໄປຍັງໂຮງແຮມຂອງຜູ້ກ່ຽວ ບ່ອນທີ່ພວກເຂົາເຈົ້າ ພາກັນຕັນຫົນທາງແລະພ້ອມກັນຮ້ອງ ຄຳຂວັນອື່ນໆ ລວມທັງຄຳວ່າ “ພວກເຮົາປະຕິເສດ ບໍ່ຍອມຮັບປະທານາທິບໍດີທີ່ຖືກ ເລືອກໃໝ່”. ນັກຂ່າວ ວີໂອເອ ຄົນນຶ່ງທີ່ພວມມາການ ກໍແມ່ນຜູ້ນຶ່ງ ໃນຈຳນວນນັ້ນ ທີ່ຕຳ ຫຼວດໄດ້ບອກໃຫ້ຣົດຂອງລາວຫຼີກໄປທາງໃໝ່ ໜີອອກຈາກພວກປະທ້ວງໄປ.

ນອກນີ້ພວກປະທ້ວງຢູ່ຫຼາຍບ່ອນກໍໄດ້ຍຶດຖະໜົນຫຼາຍເສັ້ນ ແລະສວນສາທາລະນະຢູ່ ແຫ່ງອື່ນໆນຳ ຢູ່ທົ່ວ ສະຫະລັດ ໃນວັນເສົາວານນີ້ ໂດຍ ມີຫຼາຍກວ່າ 2 ພັນຄົນພາກັນຍ່າງ ຕັ້ງແຕ່​ Union Square ໄປຫາTrump Tower ອັນເປັນບ່ອນຢູ່ຂອງປະທານາທະບໍດີ ຜູ້ຫາກໍຖືກເລືອກໃໝ່ບ່ອນທີ່ເພິ່ນໄດ້ພົບປະ ກັບທີມງານໄລຍະຂ້າມຜ່ານຂອງເພິ່ນນັ້ນ.

ມີການວາງແຜນແລະຈັດຕັ້ງທີ່ຈະປະທ້ວງຕື່ມອີກຢູ່ໃນ ເຟສບຸກ ໃນອີກຫຼາຍໆມື້ທີ່ຈະມາ ເຖິງນີ້ ຢູ່ທົ່ວປະເທດ.

ປະຊາຊົນປະທ້ວງຕໍ່ຕ້ານປະທານາທິບໍດີທີ່ຖືກເລືອກໃໝ່ ທ່ານ Donald Trump ໃນນະຄອນຫຼວງ ເບີລິນ, ເຢຍລະມັນ. 12 ພະຈິກ, 2016.
ປະຊາຊົນປະທ້ວງຕໍ່ຕ້ານປະທານາທິບໍດີທີ່ຖືກເລືອກໃໝ່ ທ່ານ Donald Trump ໃນນະຄອນຫຼວງ ເບີລິນ, ເຢຍລະມັນ. 12 ພະຈິກ, 2016.

ພວກປະທ້ວງຢູ່ນະຄອນນິວຢັອກ ຖືປ້າຍຄຳຂັວນທີ່ມີລວມທັງຄຳວ່າ “ຊິວິດຂອງຄົນດຳ ກໍມີຄວາມໝາຍ” ແລະຄຳວ່າ “ບໍ່ແມ່ນປະທານາທິບໍດີຂ້ອຍ.” ລຸນຫຼັງການໂຄສະນາຫາ ສຽງເລືອກຕັ້ງທີ່ມີການແບ່ງແຍກກັນຢ່າງໃຫຽ່ນີ້ແລ້ວ ພວກປະທ້ວງກໍກ່າວວ່າ ພວກເຂົາ ເຈົ້າຢ້ານວ່າ ການເປັນປະທານາທິບໍດີຂອງທຣຳ ຈະພາໃຫ້ສິດທິພົນລະເມືອງເຊື່ອມໂຊມ ທັງຈະຍຸຍົງໃຫ້ເກີດຄວາມປັ່ນປ່ວນ.

ຜູ້ປະທ້ວງຄົນນຶ່ງອາຍຸ 30 ປີ ທີ່ເປັນຜູ້ອອກແບບເສື້ອຜ້າທີ່ຮ້ານ Noemi Abad ເວົ້າວ່າ “ຂ້າພະເຈົ້າຈະເອົາ ດານັນ ທຣຳ ມາບໍລິຫານປະເທດ ແລະ ເອົາລາວມາສອນລັດທິ ກຽດຊັງຜິວພັນ ແລະຮັກຫຼັງຊັງບ່ຽງ ບໍ່ໄດ້. ລາວຈຳເປັນຕ້ອງໄດ້ອອກໄປ ຢູ່ສັງຄົມ ອາ ເມຣິກາ ບໍ່ມີບ່ອນສຳລັບລັດທິກີດກັນຜິວພັນ.” ທີ່ນະຄອນ Los Angeles ມີພວກປະ ທ້ວງພາກັນຍ່າງຢູ່ 6 ພັນຄົນ.


ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Trump Daily Protests
please wait
Embed

No media source currently available

0:00 0:01:18 0:00

XS
SM
MD
LG