ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຊາວສະເປນ ຫລາຍພັນຄົນ ພາກັນປະທ້ວງ ຮຽກຮ້ອງໃຫ້ ກະສັດສະເປນ ລົງຈາກບັນລັງ (ວີດິໂອ)


ພວກປະທ້ວງພາກັນຖືທຸງ ຄອມມິວນິສ ໃຫ້ລົບລ້າງລະບອບ ລາຊາທິປະໄຕ ໃນປະເທດ ສະເປນ.
ພວກປະທ້ວງພາກັນຖືທຸງ ຄອມມິວນິສ ໃຫ້ລົບລ້າງລະບອບ ລາຊາທິປະໄຕ ໃນປະເທດ ສະເປນ.
ຊາວ​ສະເປ​ນ ຫລາຍ​ພັນ​ຄົນ ພາກັນເດີນ​ຂະ​ບວນປະ​ທ້ວງ ​ຜ່ານ​
ຖະໜົນຂອງ​ເມືອງ​ຫລວງ Madrid ​ເພື່ອ​ຮຽກຮ້ອງ​ໃຫ້​ລົບລ້າງ​ລະ
ບອບ​ລາຊາທິປະ​ໄຕ ​ແລະ ກັບ​ຄືນ​ໄປ​ສູ່​ລະບອບ​ປົກ​ຄອງ ທີ່​ມີ​ລັດ
ຖະບານ​ທີ່​ປະຊາຊົນ​ເລືອກ​ເອົາ​ແບບປະຊາ ທິປະໄຕ.

ການ​ປະ​ທ້ວງ​ໃນ​ວັນ​ອາທິດ​ວານ​ນີ້ ​ແມ່ນເປັນຂີດ​ໝາຍ​ຄົບຮອບ
​ເທື່ອ​ສຸດ​ທ້າຍ ຂອງລະບອບ​ປົກຄອງແບ​ບສາ​ທາ​ລະນະລັດປະ
ຊາທິປະ​ໄຕ ທີ່​ໄດ້​ຖືກ​ໂຄນ​ລົ້ມ​ ​ໂດຍການ​ລຸກ​ຮື​ຂື້ນ​ຂອງ​ທະຫານ
ຕິດຕາມ​ມາ​ດ້ວຍ​ສົງຄາມ​ກາງ​ເມືອງ ​ແລະ​ເກືອບ​ສີ່​ທົດ​ສະ​ວັດ​
ຂອງ​ການ​ປົກຄອງ​ແບບ​ຜະເດັດ​ການ ພາຍ​ໃຕ້ນາຍ​ພົນ
Francisco Franco.

ກະສັດ Juan Carlos ​ໄດ້ຊົງ​ຂຶ້ນດໍາລົງ​ຕໍາແໜ່​ງ​ເປັນປະມຸກ​ປະ​ເທດ ຫລັງ​ຈາກການເສຍ​
ຊີວິດ​ຂອງ ທ່ານ Franco ​ໃນ​ປີ 1975 ​ແລະພະ​ອົງຊົງໄດ້ຮັບການຮັບ​ຮູ້​ວ່າ ນໍາພາ​ປະເທດ
​ໄປສູ່ ລະບອບປະຊາທິປະໄຕ ທີ່​ປົກຄອງ​ພາຍ​ໃຕ້ ລັດ​ທະ​ທໍາ​ມະນູນ.

ພະລາດ​ຊະ​ວົງ​ຂອງ​ສະ​ເປ​ນ ໄດ້​ຕົກ​ມາ​ຢູ່​ພາຍ​ໃຕ້​ການ​ຕິຕຽນ​ຢ່າ​ງ​ແຮງ ຫລັງ​ຈາກເກີດ​ເຫດການໜ້າ​ອັບອາຍຢ່າງ​ຕໍ່​ເນື່ອງເມື່ອ​ໄວໆ​ມາ​ນີ້ ທີ່ຮວມ​ທັງ​ການ​ໄປ​ລ່າ​ຊ້າງ ຂອງ
ກ​ະສັດ​ Juan Carlosທີ່​ມີ​ພະ​ຊົນມາຍຸ 75 ປີ ​ແລະ​ການ​ສື​ບ ສວນ​ເລື້ອງສໍ້​ລາດ​ບັລຫລວງ ທີ່ພົວພັນ​ກັບ ເຈົ້າ​ຍິງ Christina ​ພະລາດ​ຊະ​ທິດາ​ຂອງພະ​ອົງ ​.

Spain
please wait
Embed

No media source currently available

0:00 0:00:45 0:00
XS
SM
MD
LG