ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫຼາຍພັນຄົນ ປະທ້ວງ ການປະຕິຮູບລະບົບສານ ໃນປະເທດ ໂປແລນ


ຜູ້ປະທ້ວງຕໍ່ຕ້ານລັດຖະບານຫຼາຍພັນຄົນພາກັນ ໄຕ້ທຽນຢູ່ຕໍ່
ໜ້າສານສູງສຸດໃນນະຄອນຫຼວງ ວໍຊໍ, ໂປແລນ. 16 ກໍລະກົດ, 2017.
ຜູ້ປະທ້ວງຕໍ່ຕ້ານລັດຖະບານຫຼາຍພັນຄົນພາກັນ ໄຕ້ທຽນຢູ່ຕໍ່ ໜ້າສານສູງສຸດໃນນະຄອນຫຼວງ ວໍຊໍ, ໂປແລນ. 16 ກໍລະກົດ, 2017.

ປະຊາຊົນຫຼາຍພັນຄົນ ໄດ້ຊຸມນຸມກັນໃນນະຄອນຫຼວງ ວໍຊໍ ແລະ ເມືອງອື່ນໆ ໃນວັນອາ
ທິດວານນີ້ ເພື່ອຄັດຄ້ານການປະຕິຮູບສານໃໝ່ ທີ່ມີບັນຫາ ແລະ ແຜນການຕ່າງໆ ໃນອະນາຄົດເພື່ອປ່ຽນແປງສານສູງສູດຂອງລັດຖະບານ, ເຊິ່ງພັກຝ່າຍຄ້ານເຫັນວ່າເປັນ
ໄພຂົ່ມຂູ່ຕໍ່ຄວາມເປັນເອກະລາດຂອງສານ.

ພວກປະທ້ວງຮ້ອງຄຳຂັວນວ່າ “ພວກເຮົາຈະປ້ອງກັນປະຊາທິປະໄຕຂອງເຮົາ” ແລະ
ໄດ້ແກວ່ງສະບັດທຸງສະຫະພາບ ຢູໂຣບ ແລະ ທຸງຊາດ ໂປແລນ ໄປມາ, ຜູ້ປະທ້ວງປະ
ມານ 4,500 ຄົນ ໄດ້ເຂົ້າຮ່ວມ ໃນການປະທ້ວງໃນນະຄອນຫຼວງຂອງ ໂປແລນ, ອີງ
ຕາມການກ່າວ ຂອງຕຳຫຼວດ. ການຊຸມນຸມທີ່ນ້ອຍກວ່າ ກໍຖືກຈັດຂຶ້ນໃນເມືອງອື່ນໆທົ່ວ
ປະເທດເຊັ່ນກັນ.

ເອກະສານນິຕິບັນຍັດສະບັບໃໝ່ ທີ່ຖືກອະນຸມັດໃນສັບປະດາທີ່ຜ່ານມາ ໄດ້ກໍ່ໃຫ້ມີການ
ວິພາກວິຈານ ຈາກສະຫະພາບ ຢູໂຣບ, ເຊິ່ງກໍຍັງໄດ້ກ່າວວ່າ ພວກເຂົາເຈົ້າ ໄດ້ລ່ວງ
ລະເມີດຄວາມເປັນເອກະລາດຂອງສານ.

ມັນຈະເຮັດໃຫ້ບັນດາສະມາຊິກສະພາ ມີບົດບາດທີ່ສຳຄັນ ໃນການແຕ່ງຕັ້ງບັນດາຜູ້ພິ
ພາກສາ, ເປັນການເຄື່ອນໄຫວທີ່ບັນດາພັກຝ່າຍຄ້ານ ແລະ ກຸ່ມສິດທິມະນຸດເວົ້າວ່າ
ມັນຈະເຮັດໃຫ້ຜູ້ພິພາກສາໄດ້ຮັບອິດທິພົນທາງການເມືອງ.

ຮ່າງກົດໝາຍອີກສະບັບໜຶ່ງໄດ້ຮຽກຮ້ອງໃຫ້ຜູ້ພິພາກສາສານສູງສຸດ ໃນປັດຈຸບັນອອກ
ກິນເບ້ຍບຳນານ ແລະ ແທນຕຳແໜ່ງດ້ວຍຜູ້ຖືກແຕ່ງຕັ້ງໃໝ່ ທີ່ຖືກເລືອກໂດຍລັດຖະ
ມົນຕີຍຸຕິທຳ, ແລະ ຈັດແຈງວຽກງານຂອງສານຄືນໃໝ່.

ຜູ້ຊ່ຽວຊານ ແລະ ຜູ້ພິພາກສາຫຼາຍຄົນ ໄດ້ເຫັນດີວ່າ ລະບົບຍຸຕິທຳຂອງ ໂປແລນ ແລະ
ໂດຍສະເພາະສານຕ່າງໆແມ່ນຕ້ອງການ ການປະຕິຮູບໃໝ່, ແຕ່ພວກເຂົາເຈົ້າໄດ້ກ່າວ
ວ່າ ຂໍ້ສະເໜີ ກ່ຽວກັບ ກົດ ໝາຍ ແລະ ພັກຍຸຕິທຳ ແມ່ນກຳລັງດຳເນີນໄປໃນທາງທີ່ຜິດ.

ການປະທ້ວງຂອງວັນອາທິດວານນີ້ ແມ່ນການປະທ້ວງຕໍ່ຕ້ານລັດຖະບານຄັ້ງຫຼ້າສຸດ
ນັບຕັ້ງແຕ່ພັກຍຸຕິທຳຫົວອະນຸລັກນິຍົມ ແລະ ປະຊານິຍົມໄດ້ເຂົ້າດຳລົງຕຳແໜ່ງໃນປີ
2015 ເປັນຕົ້ນມາ.

ໂປແລນ ແມ່ນປະເທດທີ່ຂ້ອນຂ້າງເປັນປະຊາທິປະໄຕໃໝ່, ເຊິ່ງໄດ້ໂຄ່ນລົ້ມລະບອບ
ການປົກຄອງຄອມມູນິສໃນປີ 1989 ແລະ ໄດ້ເຂົ້າຮ່ວມສະຫະພາບ ຢູໂຣບ ໃນປີ 2004.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG