ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວຮົງກົງ ຫຼາຍໝື່ນຄົນ ເດີນຂະບວນປະທ້ວງ ການໂຈມຕີ ອະດີດບັນນາທິການຂ່າວ (ວີດີໂອ)


Hong Kong Protest
please wait
Embed

No media source currently available

0:00 0:00:22 0:00

ວີດີໂອ ກ່ຽວກັບ ຂ່າວນີ້.

ປະຊາ​ຊົນ​ຫລາຍ​ໝື່ນ​ຄົນ ພາກັນ​ລົງ​ສູ່​ຖະນົນ​ຫົນທາງ ເດີນ
​ຂະ​ບວນປະ​ທ້ວງ ຢູ່​ຮົງ​ກົງ ​ໃນ​ວັນ​ອາທິດ​ມື້​ນີ້ ​ເພື່ອ​ປະນາມ
​ການ​ໂຈມ​ຕີ​ອັນ​ຊົ່ວ​ຮ້າຍ​ຕໍ່​ອະດີດ​ບັນນາທິການ​ໜັງສືພິມ
​ຄົນ​ນຶ່ງ ​ແລະ​ປະ​ທ້ວງ​ອິດ​ທິພົນ​ ທີ່​ມີ​ຫລາຍ​ຂຶ້ນ​ເລື້ອຍໆ​ຂອງ​
ປັກ​ກິງ ຕໍ່​ສື່​ມວນ​ຊົນ​ໃນ​ຮົງ​ກົງນັ້ນ.

ທ່ານ Kevin Lau Chun-to ກຳລັງ​ຈະ​ຂຶ້ນ​ລົດ​ຂອງ​ທ່ານ
ໃນ​ຕອນ​ເຊົ້າ​ວັນ​ພຸດ ອາທິດ​ແລ້ວ​ນີ້ ​ເວລາ​ຊາຍ​ຄົນ​ນຶ່ງ​ທີ່​ຖື​ມີດ
​ປາດ​ຊີ້ນ ກະ​ໂດ​ລລົງ​ຈາກ​ລົດຈັກ​ທີ່ເຂົາ​ຂີ່​ຊ້ອນ​ທ້າຍ​ມາ ​ແລ້ວ
​ແລ່ນ​ເຂົ້າ​ໂຈມ​ຕີ​ທ່ານ Lau ທີ່​ຖືກ​ແທງ​ຕາມ​ຕົນ​ໂຕແລະ​ຂາ
ອາການ​ສາຫັດ ​ແຕ່​ລອດ​ຊີວິດ​ມາ​ໄດ້ ຫລັງ​ຈາ​ກການຜ່າຕັດ​.
ທັງ​ຄົນ​ຮ້າຍ​ແລະ​ຄົນ​ຂັບ​ລົດຈັກ ຫລົບໜີ​ໄປ​ໄດ້. ຕຳຫຼວດ​ເວົ້າວ່າ ຕົນ​ຍັງ​ລົງ​ຄວາມ​ເຫັນ​
ກ່ຽວ​ກັບ​ສາ​ເຫດ​ຂອງ​ການ​ໂຈມ​ຕີ​ທ່ານ Lau ນັ້ນ ບໍ່​ໄດ້​ເທື່ອ.

ທ່ານ Lau ທີ່​ເຄີຍ​ເປັນບັນນາທິການຂອງ​ໜັງສືພິມ Ming Pao ຊຶ່ງ ເປັນ​ໜັງສືພິມ​ທີ່​ມີຊື່
​ສຽງ​ທາງ​ດ້ານ​ການ​ສືບສວນ​ສອບ​ສວນ​ນັ້ນ​ ໄດ້​ຖືກ​ປົດອອກ​ຈາກ​ຕຳແໜ່ງໃນເດືອນແລ້ວນີ້
ຍ້ອນ​ການ​ຍາດ​ແນ່​ງຕຳແໜ່​ງບັນນາທິການ. ຫລັງ​ຈາກ​ນັ້ນ ກໍໄດ້ມີການແຕ່ງຕັ້ງໃຫ້ບັນນາ
ທິການທີ່​ນິຍົມ​ຈີນ ເຂົ້າຮັບໜ້າທີ່ແທນ.

Thousands in Hong Kong Protest Violence Against Editor
please wait

No media source currently available

0:00 0:02:45 0:00
ລິງໂດຍກົງ
XS
SM
MD
LG