ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຫຼາຍພັນຄົນ ພາກັນ ຢຶນລໍຖ້າ ຄຳນັບສົບ ຂອງ ທ່ານ Lee Kuan Yew ທີ່ ສິງກະໂປ


Le 29e tour de Faso a été remporté par le Burkinabè Harouna Ilboudou, prenant le maillot jaune, le 6 novembre 2016.
Le 29e tour de Faso a été remporté par le Burkinabè Harouna Ilboudou, prenant le maillot jaune, le 6 novembre 2016.

ສິງກະ​ໂປ ພວມສືບຕໍ່​ໄວ້ອາ​ໄລ​ ເປັນ​ເວລານຶ່ງ​ອາທິດ ໃນທົ່ວ
ປະເທດໃຫ້ແກ່​ມື້​ລາງ​ຜູ້ກໍ່​ຕັ້ງ​ປະ​ເທດ​ ທ່ານ Lee Kuan Yew
ຊຶ່ງ​ສົບ​ຂອງ​ທ່ານ ກຳລັງ​ຖືກ​ນຳໄປດອຍ​ໄວ້ເພື່ອໃຫ້​ປະຊາຊົນ
​ໄປຢ້ຽມຄຳນັບໃນ​ວັນ​ພຸດ​ມື້​ນີ້.

ພວກໄວ້ທຸກຫລາຍ​ພັນ​ຄົນ ​ພາກັນ​ຢືນແອ​ອັດ​ຢູ່​ຕາມ​ຖະໜົນ
ຫົນທາງ ຂອງ​ສິງກະ​ໂປ ​ເພື່ອ​ຄຳນັບ​ສົບ ທ່ານ Lee Kuan
Yew ​ທີ່ຜ່ານໄປ ຢູ່​ໃນ​ອູບແກ້ວຢອງ​ໄວ້​ຢູ່​ເທິງລໍ້ແກ່ປືນ​ໃຫຍ່
ຈາກ​ບ້ານພັກປະ​ທາ​ນາ​ທິບໍດີ ​ໄປ​ຫາ​ຕຶກ​ສະພາ.

ສົບ​ຂອງ​ທ່ານ​ຈະຖືກນຳໄປ​ດອຍ​ໄວ້ ​ເພື່ອ​ໃຫ້​ປະຊາຊົນໄປຢ້ຽມ
​ຄຳນັບ ຈົນ​ກວ່າ​ວັນ​ສົ່ງສະການໃນວັນ​ອາທິດ​ຈະ​ມາ​ເຖິງ​ນີ້ ຊຶ່ງ​ຄາດວ່າຈະ​ມີ​ບັນດາ​ແຂກ
ຜູ້ມີກຽດ ​ຕ່າງປະ​ເທດຈາກທົ່ວ​ໂລກ​ເຂົ້າຮ່ວມ.

ທ່ານ Lee ​ທີ່​ໄດ້​ປົກຄອງ​ປະ​ເທດ​ເກາະ​ດອນແຫ່ງນີ້ ແຕ່​ປີ 1959 ຫາ 1990 ​ໄດ້​ເຖິງແກ່
ອະສັນຍະກຳ​ໃນ​ວັນ​ຈັນ​ທີ່​ຜ່າ​ມມາ ຮວມອາຍຸ​ໄດ້ 91 ປີ ຫລັງ​ຈາກ​ໄດ້​ຕໍ່ສູ້​ກັບໂຣກ​ປອດ
​ບວມມາລະຍະນຶ່ງ.

ທ່ານ​ໄດ້​ເປັນ ນາຍົກລັດຖະມົນຕີ ສິງກະ​ໂປ ຄົນທຳອິດ ຫລັງ​ຈາກປະເທດດັ່ງກ່າວ​ໄດ້​ຮັບ​
ສິດໃນການ​ປົກຄອງ​ຕົນ​ເອງ​ຢ່າງ​ເຕັມທີ່ ຈາກ​ການເປັນ​ຫົວ​ເມືອງ​ຂື້ນ​ຂອງ​ອັງກິດ. ທ່ານ
​ຍັງສືບຕໍ່​ເປັນ​ແຮງ​ຊຸກຍູ້​ແກ່​ປະ​ເທດຊາດ ຫລັງ​ຈາກ​ໄດ້​ອອກ​ກິນ​ເບ້​ຍບຳນານ​ແລ້ວ​ເມື່ອ
​ສາມ​ທົດ​ສະ​ວັດ​ຕໍ່ມາ.

ທ່ານ Lee ​ໄດ້​ຖືກ​ຍ້ອງຍໍ​ສັນລະ​ເສີນ ​ໃນ​ການວາງພື້ນຖານແກ່ສິງກະໂປ ​ໃຫ້​ເຕີບໃຫຍ່
ຂະຫຍາຍໂຕຢ່າງຫລວງຫຼາຍ ​ແລະ​ຈະ​ເລີ​ນຮັ່ງ​ມີ ​ແຕ່​ກໍໄດ້ຖືກ​ຕິຕຽນ​ຈາກ​ຫລາຍ​ໆຄົນ​
ຊຶ່ງບໍ່​ເຫັນ​ພ້ອມກັບ​ການ​ປົກຄອງ​ແບບຜະເດັດການຂອງ​ທ່ານ.

ເຮົາຍັງມີລາຍງານກ່ຽວກັບການເຖິງແແກ່ອະສັນຍະກຳຂອງທ່ານ Lee Kuan Yew ມາ
ສະເໜີທ່ານ ຫລັງພາກຂ່າວ ກະລຸນາຕິດຕາມຮັບຟັງ.

Singapore Lee
please wait
Embed

No media source currently available

0:00 0:00:59 0:00

XS
SM
MD
LG