ປະຊາຊົນຫຼາຍພັນຄົນ ໃນເກາະຈາວາຕາເວັນອອກຂອງ ອິນໂດເນເຊຍ ໄດ້ຖືກແຈ້ງເຕືອນໃນລະດັບສູງໃນວັນຈັນມື້ນີ້ ຫຼັງຈາກການລະເບີດຂຶ້ນຢ່າງແຮງຢູ່ພູໄຟທີ່ສູງທີ່ສຸດຂອງເກາະນັ້ນ ຈົນກໍ່ໃຫ້ບັນດາເຈົ້າໜ້າທີ່ຕ້ອງຕັ້ງເຂດຫ້າມຜ່ານ 8 ກິໂລແມັດ ແລະ ບັງຄັບໃຫ້ປະຊາຊົນໝົດໝູ່ບ້ານໜີອອກຈາກພື້ນທີ່.
ອົງການຄົ້ນຫາ ແລະ ກູ້ໄພແຂວງ ຫຼື ບາຊານາສ ໄດ້ສົ່ງຫຼາຍກຸ່ມໄປເຂດທີ່ຖືກກະທົບຮ້າຍແຮງທີ່ສຸດໃກ້ກັບພູ ເຊເມຣູ ເພື່ອປະເມີນຄວາມເສຍຫາຍ, ດ້ວຍຝົນທີ່ຕົກລົງມາຄ່ອຍໆໄດ້ເຮັດໃຫ້ມັນບັນເທົາລົງໜ້ອຍນຶ່ງ, ອີງຕາມການກ່າວຂອງທ່ານ ໂທລິບ ວາເຕເລຮານ, ໂຄສົກຂອງອົງການ ບາຊານາສ ໄດ້ກ່າວຕໍ່ອົງການຂ່າວ ຣອຍເຕີ.
ທ່ານໄດ້ກ່າວວ່າ “ມື້ວານນີ້, ລະດັບຂອງຝົນຕົກແມ່ນສູງ, ເຮັດໃຫ້ວັດຖຸທຸກຢ່າງຈາກຈອມຂອງພູຕົກລົງມາ. ແຕ່ມື້ນີ້, ໃນປັດຈຸບັນນີ້, ມັນບໍ່ມີຝົນ, ສະນັ້ນ ມັນຂ້ອນຂ້າງຈະປອດໄພ.”
ບໍ່ມີຈຳນວນຜູ້ເສຍຊີວິດ ແລະ ບາດເຈັບຖືກລາຍງານ ແລະ ມັນບໍ່ໄດ້ມີການກໍ່ກວນການເດີນທາງທາງອາກາດໃນທັນທີ.
ພູໄຟສູງ 3,676 ແມັດ ໄດ້ລະເບີດຂຶ້ນຕອນບ່າຍ 2 ໂມງ 46 ຕາມເວລາໃນທ້ອງຖິ່ນເມື່ອວັນອາທິດວານນີ້, ພາບວິດີໂອທີ່ຖືກຖ່າຍໂດຍປະຊາຊົນໃນທ້ອງຖິ່ນໄດ້ສະແດງໃຫ້ເຫັນພູໄຟ ເຊເມຣູ ປ່ອຍຄວັນຂີ້ເທົ່າຂະໜາດໃຫຍ່ ຂຶ້ນຈາກປາກຂອງມັນ, ເຊິ່ງຕໍ່ມາໄດ້ປົກຄຸມພູດັ່ງກ່າວ ແລະ ທົ່ງນາທີ່ຢູ່ອ້ອມແອ້ມ, ຖະໜົນ ແລະ ຂົວ, ແລະ ໄດ້ເຮັດໃຫ້ທ້ອງຟ້າເປັນສີດຳ. ວິດີໂອທີ່ຖືກເຜີຍແຜ່ໂດຍກະຊວງສິ່ງແວດລ້ອມໃນທວິດເຕີໄດ້ສະແດງໃຫ້ເຫັນສາຍລາວາ, ກ້ອນຫີນ ແລະ ອາຍແກັສຮ້ອຍ ໄຫຼລົງມາຈາກຫ່ອມພູ.
ປະຊາຊົນໄດ້ພາກັນຫຼົບໜີຈາກການລະເບີດດ້ວຍລົດຈັກ, ໂດຍປະຊາຊົນເກືອບ 2,500 ຄົນໄດ້ຖືກບັງຄັບໃຫ້ອົບພະຍົບອອກຈາກພື້ນທີ່, ອີງຕາມການກ່າວຂອງບັນດາເຈົ້າໜ້າທີ່.
ອົງການຫຼຸດຜ່ອນອັນຕະລາຍຈາກພູໄຟ ແລະ ພູມສາດ ຂອງອິນໂດເນເຊຍ ໃນວັນອາທິດວານນີ້ ໄດ້ຍົກລະດັບເຕືອນໄພສຳລັບພູໄຟ ເຊເມຣູ ຂຶ້ນສູ່ລະດັບສູງສຸດ. ອົງການດັ່ງກ່າວ ຍັງໄດ້ເຕືອນປະຊາຊົນບໍ່ໃຫ້ເຂົ້າໄປໃກ້ພາຍໃນ 8 ກິໂລແມັດຂອງຈຸດສູງສຸດ, ຫຼື 500 ແມັດຂອງແຄມແມ່ນ້ຳ ຍ້ອນຄວາມສ່ຽງຂອງສາຍລາວາ.