ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແມ່​ຍິງຫຼາຍ​ພັນ​ຄົນ ເຕົ້າ​ໂຮມ​ກັນ ສຳ​ລັບ​ການ​ເດີນ ​ຂະ​ບ​ວນ​ປະ​ຈຳ​ປີ​ ຄັ້ງ​ທີ​ສີ່​ຂອງ ແມ່​ຍິງ


ປະ​ຊາ​ຊົນຫຼາຍ​ພັນ​ຄົນ ເຂົ້າ​ຮ່ວມ​ໃນ​ການ​ເດີນ​ຂະ​ບວນ​ປະ​ຈຳ​ປີ​ຂອງ​ແມ່​ຍິງ ຢູ່​ສະ​ໜາມຫຼວງ​ໃນ​ນະ​ຄອນຫຼວງ ວໍ​ຊິ​ງ​ຕັນ. 19 ມັງ​ກອນ, 2019.
ປະ​ຊາ​ຊົນຫຼາຍ​ພັນ​ຄົນ ເຂົ້າ​ຮ່ວມ​ໃນ​ການ​ເດີນ​ຂະ​ບວນ​ປະ​ຈຳ​ປີ​ຂອງ​ແມ່​ຍິງ ຢູ່​ສະ​ໜາມຫຼວງ​ໃນ​ນະ​ຄອນຫຼວງ ວໍ​ຊິ​ງ​ຕັນ. 19 ມັງ​ກອນ, 2019.

ແມ່​ຍິງຫຼາຍ​ພັນ​ຄົນ​ໄດ້​ເລີ່ມ​ການ​ເດີນ​ຂະ​ບວນ​ໃນ​ເມືອງ​ຕ່າງໆ​ທົ່ວ ສະ​ຫະ​ລັດ ໃນ​ວັນ​ເສົາ​ວານນີ້ ສຳ​ລັບ​ການ​ເດີນ​ຂະ​ບວນ​ຂອງ​ແມ່​ຍິງ​ຄັ້ງ​ທີ​ສີ່ ເພື່ອ​ສະ​ໜັບ​ສະ​ໜູນຫຼາກຫຼາຍ​ບັນ​ຫາ, ລວມ​ມີ​ຄວາມ​ເທົ່າ​ທຽບ​ທາງ​ເພດ ແລະ ສິດ​ທິ​ມະ​ນຸດ​ຂອງ​ແມ່​ຍິງ.

ການ​ຊຸມ​ນຸມ​ທັງຫຼາຍ​ໄດ້ເລີ່ມ​ຂຶ້ນ​ໃນຫຼາຍ​ສິບ​ເມືອງ, ລວມ​ທັງ​ນະ​ຄອນຫຼວງ ວໍ​ຊິງ​ຕັນ, ບ່ອນ​ທີ່​ການ​ເດີນ​ຂະ​ບວນ​ຂອງ​ແມ່​ຍິງ​ຄັ້ງ​ທຳ​ອິດໃນ​ປີ 2017 ໄດ້​ດຶງ​ດູດ​ປະ​ຊາ​ຊົນຫຼາຍ​ຮ້ອຍ​ພັນ​ຄົນ​ເຂົ້າ​ຮ່ວມ ​ໃນ​ວັນຫຼັງ​ຈາກ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ສາ​ບານ​ຕົນ​ເຂົ້າ​ຮັບ​ຕຳ​ແໜ່ງ.

ການ​ເດີນ​ຂະ​ບວນ​ນັ້ນ​ໄດ້​ລວມ​ເອົາ​ຂໍ້​ຄວາມ​ທາງ​ການ​ເມືອງ ​ນັບ​ຕັ້ງ​ແຕ່​ມັນ​ໄດ້​ເລີ່ມ​ຂຶ້ນ​ເມື່ອ​ສາມ​ປີ​ທີ່​ຜ່ານ​ມາ ເວ​ລາ​ທີ່​ຜູ້​ປະ​ທ້ວງຫຼາຍ​ຄົນ​ໄດ້​ໃສ່​ໝວກ​ແລັນ​ສີ​ບົວ​ທີ່​ໄດ້​ກາຍ​ເປັນ​ສັນ​ຍາ​ລັກ​ຂອງ​ຄວາມ​ຄິດ​ຕໍ່​ຕ້ານ​ທ່ານ ທ​ຣຳ ຂອງ​ພວກ​ແມ່​ຍິງ​.

ການ​ເມືອງ​ໄດ້​ສືບ​ຕໍ່​ເປັນ​ຫົວ​ຂໍ້​ທີ່​ແຂງ​ແກ່ນ​ ໃນ​ການ​ເດີນ​ຂະ​ບວນ​ຂອງ​ແມ່​ຍິງ​ໃນ​ທຸກ​ປີ​ຕໍ່​ມາ, ລວມ​ທັງ​ໃນ​ປີ 2018 ເມື່ອ​ຜູ້​ຈັດ​ງານ​ໄດ້​ຍ້າຍ​ການ​ເດີນ​ຂະ​ບວນ​ໄປ​ລັດ ເນ​ວາ​ດາ, ເຊິ່ງ​ແມ່ນ​ລັດ​ແຂ່ງ​ຂັນ​ສຳ​ລັບ​ການ​ເລືອກ​ຕັ້ງ​ກາງ​ສະ​ໄໝ​ໃນ​ປີ​ນັ້ນ, ພ້ອມ​ກັນ​ໃນ​ປີ 2019 ເມື່ອ​ການ​ເດີນ​ຂະ​ບ​ວນ​ໄດ້​ກັບ​ຄືນ​ມາ​ນະ​ຄອນຫຼວງ ວໍ​ຊິງ​ຕັນ ແລະ ໄດ້​ປະ​ກາດ​ຈຳ​ນວນ​ແມ່​ຍິງ 102 ຄົນຜູ້​ທີ່​ຖືກ​ເລືອກ​ເປັນ​ສະ​ມາ​ຊິກ​ສະ​ພາ​ຕ່ຳ​ເມື່ອບໍ່​ດົນ​ມາ​ນີ້​ ເຊິ່ງ​ແມ່ນ​ຈຳ​ນວນ​ທີ່ຫຼາຍ​ເປັນ​ສະ​ຖິ​ຕິ.

ຜູ້​ລົງ​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ​ປີ 2020 ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ຫຼາຍ​ຄົນໄດ້​ກ່າວ​ວ່າ ເຂົາ​ເຈົ້າ​ມີ​ແຜນ​ທີ່​ຈະ​ເຂົ້າ​ຮ່ວມ​ໃນ​ງານ​ເດີນ​ຂະ​ບວນ​ຂອງ​ບັນ​ດາ​ແມ່​ຍິງ​ໃນ​ທົ່ວ​ປະ​ເທດ​ໃນ​ປີນີ້. ທ່ານ ພີດ ບູ​ຕີເ​ຈຈ໌, ອະ​ດີດ​ເຈົ້າ​ເມືອງ​ ຊ້າວ​ທ໌ ເບັນ​, ລັດ ອິນ​ເດຍ​ນາ, ຈະ​ເຂົ້າ​ຮ່ວມ​ການ​ເດີນ​ຂະ​ບວ​ນ​ຂອງ​ແມ່​ຍິງ​ໃນ​ເມືອງ ເຣ​ໂນ, ລັດ ເນ​ວາ​ດາ, ໃນ​ຂະ​ນະ​ທີ່​ອະ​ດີດ​ຜູ້​ປົກ​ຄອງ​ລັດ ແມ​ສ​ຊາ​ຈູ​ເຊັດ​ສ໌ ທ່ານ ເດ​ວາ​ລ ແພັດ​ທ​ຣິກ ມີ​ແຜນ​ຈະ​ເຂົ້າ​ຮ່ວມການ​ຊຸມ​ນຸມໃນ​ລັດ ຄາ​ໂຣ​ໄລ​ນາໃຕ້. ສະ​ມາ​ຊິກ​ສະ​ພາ​ສູງ ທ່ານ ໄມ​ເກິ​ລ ເບັນ​ເນັດ ແລະ ນັກ​ທຸ​ລະ​ກິດ ທ່ານ ແອນດ​ຣູ ແຢງ ຈະ​ເຂົ້າ​ຮ່ວມ​ງານ​ເດີນ​ຂະ​ບ​ວນ​ໃນ​ລັດ ນິວ ແຮມ​ເຊຍ ແລະ ລັດ​ໄອ​ໂອ​ວາ​ ຕາມ​ລຳ​ດັບ.

ນັບ​ຕັ້ງ​ແຕ່​ການ​ເດີນ​ຂະ​ບວນ​ຄັ້ງ​ທຳ​ອິດຂອງ​ເຂົາ​ເຈົ້າ, ການ​ເດີນ​ຂະ​ບວນ​ຂອງ​ແມ່​ຍິງກໍ​ໄດ້​ປະ​ເຊີນ​ກັບ​ບັນ​ຫາ, ລວມ​ມີ​ຜູ້​ນຳ​ຂອງ​ເຂົາ​ເຈົ້າ​ໄດ້​ປະ​ເຊີນ​ກັບ​ການ​ກ່າວ​ຫາ ກ່ຽວ​ກັບ ການ​ຕໍ່​ຕ້ານ​ຊາວ ຢິວ ແລະ ອາ​ຣັບ. ບັນ​ດາ​ຜູ້​ຈັດ​ງານ​ໄດ້​ປະ​ຕິ​ເສດການ​ກ່າວ​ອ້າງ​ດັ່ງ​ກ່າວ​ຢ່າງ​ຊ້ຳ​ແລ້ວ​ຊໍ້​າ​ອີກ. ປະ​ທານ​ຮ່ວມ​ດັ້ງ​ເດີມ​ສາມ​ຈາກ​ສີ່​ຄົນ​ຂອງ​ຂະ​ບວນ​ການ​ດັ່ງ​ກ່າວ​ໄດ້​ອອກ​ຈາກ​ກຸ່ມ​ນັ້ນ, ແລະ ຂະ​ບວນ​ການ​ດັ່ງ​ກ່າວ​ກໍ​ໄດ້​ແຕ່ງ​ຕັ້ງ​ຄະ​ນະ​ກຳ​ມະ​ການຄົນ​ໃໝ່​ທີ່​ລວມ​ມີ​ແມ່​ຍິງ​ຊາວຢິວ ສາມ​ຄົນ.

ປະ​ທານ​ຮ່ວມ​ໃນ​ປັດ​ຈຸ​ບັນ​ຂອງ​ການ​ເດີນ​ຂະ​ບວນ​ແມ່​ຍິງ, ທ່ານ​ນາງ ໄອ​ຊາ ໂນ​ໂຢ​ລາ, ໄດ້​ກ່າວ​ຢ້ຳ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ ​ກ່ອນ​ການ​ເດີນ​ຂະ​ບ​ວນ​ຂອງ​ປີນີ້​ວ່າ ມັນ​ຈະ​ເປັນ​ການ​ເດີນ​ຂະ​ບວນ​ຄັ້ງ​ສຸດ​ທ້າຍ​ກ່ອນ​ການ​ເລືອກ​ຕັ້ງ​ປີ 2020.

ທ່ານ​ນາງ​ໄດ້​ກ່າວ​ວ່າ “ໃນ​ປີ 2020, ພວກ​ເຮົາ​ມີ​ໂອ​ກາດ​ທີ່​ຈະ​ຢຸດ​ສິ່ງ​ທີ່​ພວກ​ເຮົາ​ໄດ້​ເລີ່ມ​ຂຶ້ນ​ເມື່ອ​ສາມ​ປີ​ທີ່​ຜ່ານ​ມາ ແລະ ປົດ​ທ່ານ​ ທ​ຣຳ ອອກ​ຈ​າກ​ຕຳ​ແໜ່ງ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG