ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ແມ່ຍິງຫຼາຍແສນຄົນ ເດີນຂະບວນ ເພື່ອສິດທິ ອັນເທົ່າທຽມ ໃນ ສະຫະລັດ ແລະ ທົ່ວໂລກ


ພວກປະທ້ວງເດີນຂະບວນແມ່ຍິງ ຍ່າງຜ່ານທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ. 20 ມັງກອນ, 2018.
ພວກປະທ້ວງເດີນຂະບວນແມ່ຍິງ ຍ່າງຜ່ານທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ. 20 ມັງກອນ, 2018.

ຜູ້ປົກຄອງນະຄອນ ນິວຢອກ ທ່ານ ບິລ ເດິ ບລາສຊີໂອ "Bill de Blasio" ກ່າວວ່າ ມີ
ຜູ້ປະທ້ວງຫຼາຍກວ່າ 120,000 ຄົນ ອອກມາປາກົດຕົວ ໃນເຂດ Manhattan ເພື່ອ
ເຂົ້າຮ່ວມໃນການເດີນຂະບວນ ເພື່ອສິດທິຂອງແມ່ຍິງໃນວັນເສົາວານນີ້, ໃນຂະນະທີ່
ຄົນອື່ນໆອີກຫຼາຍຮ້ອຍພັນຄົນ ກໍໄດ້ຈັດການເດີນຂະບວນເຊັ່ນກັນ ໃນເມືອງຕ່າງໆທົ່ວ
ປະເທດ.

ການເດີນຂະບວນຂອງແມ່ຍິງປີ 2018 ຖືກຈັດຂຶ້ນໃນວັນຄົບຮອບນຶ່ງປີ ເນືອງໃນໂອ
ກາດການສາບານຕົວເຂົ້າຮັບຕຳແໜ່ງຂອງປະທານາທິບໍດີ ດໍໂນລ ທຣຳ ແລະ ການ
ປະທ້ວງໃນຫຼາຍແຫ່ງຂອງວັນເສົາວານນີ້ ໄດ້ສະແດງໃຫ້ເຫັນຄວາມບໍ່ພໍໃຈຕໍ່ທ່ານທີ່
ເຫັນໄດ້ ໃນປ້າຍ ແລະ ເຄື່ອງນຸ່ງຂອງເຂົາເຈົ້າ, ເຊິ່ງລວມມີໝວກສີບົວຫູຕັ້ງຂຶ້ນທັງຂ້າງ
ຂອງກຸ່ມ “Pink Pussy” ທີ່ໄດ້ຮັບຄວາມນິຍົມປີກາຍນີ້, ຈາກການກ່າວຄຳປາໄສ
ຫຍາບຄາຍທີ່ທ່ານ ທຣຳ ໄດ້ກ່າວຜ່ານການບັນທຶກສຽງຫຼາຍປີ ກ່ອນທີ່ທ່ານໄດ້ຊະນະ
ຕຳແໜ່ງເປັນປະທານາທິບໍດີ.

ບັນດາແມ່ຍິງໄດ້ເຕົ້າໂຮມກັນ ເພື່ອຮຽກຮ້ອງເອົາສິດທິອັນເທົ່າທຽມໃນຄ່າຈ້າງແຮງ
ງານ ແລະ ປະກັນສຸຂະພາບ, ເພື່ອປະນາມການລວນລາມທາງເພດ, ແລະ ເພື່ອສະ
ໜັບສະໜູນໃຫ້ບັນດາແມ່ຍິງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ.

ພວກເດີນຂະບວນຍັງໄດ້ກ່າວເຖິງບັນຫາອື່ນໆ, ເຊັ່ນຄວາມເທົ່າທຽມດ້ານເຊື້ອຊາດ
ຜິວພັນ, ການຄວບຄຸມປືນ, ການປົກປ້ອງຜູ້ຍົກຍ້າຍຖິ່ນຖານ, ແລະ ຄວາມພະຍາຍາມ
ຂອງພວກອະນຸລັກນິຍົມ ເພື່ອຖອນທຶນສຳລັບໂຄງການວາງແຜນຄອບຄົວ.

Marches Draw Hundreds of Thousands Across the US
please wait

No media source currently available

0:00 0:02:21 0:00

ການເດີນຂະບວນຕ່າງໆ ແມ່ນມີຈຸດປະສົງທີ່ຈະຕິດຕາມການເດີນຂະບວນຂອງບັນ
ດາແມ່ຍິງໃນປີກາຍນີ້ ທີ່ໄດ້ເກີດຂຶ້ນຢ່າງກະທັນຫັນ ຫຼັງຈາກການສາບານຕົນເຂົ້າຮັບ
ຕຳແໜ່ງຂອງປະທານາທິບໍດີ ທຣຳ. ແມ່ຍິງຫຼາຍຄົນ ທີ່ເຂົ້າຮ່ວມໃນການເດີນຂະບວນ
ນັ້ນ ໄດ້ລະບຸໃຫ້ເຫັນການຄັດຄ້ານຂອງເຂົາເຈົ້າ ຕໍ່ປະທານາທິບໍດີຄົນປັດຈຸບັນ, ຜູ້ທີ່
ຖືກກ່າວຫາ ກ່ຽວກັບ ການກະທຳທີ່ບໍ່ຖືກຕ້ອງທາງເພດ ຕໍ່ແມ່ຍິງຢ່າງໜ້ອຍ 19 ຄົນ.
ທຳນຽບຂາວ ໄດ້ກ່າວວ່າ ເລື່ອງທັງໝົດນັ້ນ ບໍ່ແມ່ນເລື່ອງຈິງ.

ໃນປີທີ່ຜ່ານມາ, ເລື່ອງຕ່າງໆ ກ່ຽວກັບ ຄ່າຈ້າງທີ່ບໍ່ເທົ່າທຽມກັນ ສຳລັບແມ່ຍິງ ແລະ
ການລວນລາມທາງເພດໂດຍຜູ້ຊາຍມີອຳນາດ ໄດ້ກາຍມາຢູ່ໃນແຖວໜ້າຂອງການ
ສົນທະນາໃນປະເທດ. ຜູ້ຊາຍຫຼາຍສິບຄົນ, ລວມທັງບຸກຄົນສຳຄັນໃນວົງການຮູບເງົາ
ທ້າວ ຮາວີ ໄວນ໌ສຕີນ "Harvey Weinstein," ນັກສະແດງເຈົ້າຂອງລາງວັນ ອອສກາ
"Oscar" ທ້າວ ເຄວິນ ສເປຊີ "Kevin Spacey," ຜູ້ຈັດລາຍການຂ່າວຕອນເຊົ້າຂອງ
ໂທລະພາບ NBC ທ້າວ ແມັດ ລາວເອີ "Matt Lauer," ແລະ ສະມາຊິກສະພາສູງພັກ
ເດໂມແຄຣັດ ທ່ານ ອາລ ແຟຣັງເຄັນ "Al Franken," ແມ່ນໄດ້ສູນເສຍ ຫຼື ລາອອກ
ຈາກວຽກງານຂອງເຂົາເຈົ້າ ຍ້ອນການກ່າວຫາ ກ່ຽວກັບ ການລວນລາມທາງເພດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG