ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວຊີເຣຍ ຫຼາຍພັນຄົນ ອົບພະຍົບ ເຂົ້າໄປ ໃນເຂດ Kurdistan (ວີດີໂອ)


ສູນອົບພະຍົບ Dumitz ຂອງຊາວຊີເຣຍ ເຊື້ອສາຍເຄີດ ໃນພາກເໜືອ ຂອງອີຣັກ
ສູນອົບພະຍົບ Dumitz ຂອງຊາວຊີເຣຍ ເຊື້ອສາຍເຄີດ ໃນພາກເໜືອ ຂອງອີຣັກ
ການ​ຍົກຍ້າຍ​ຢ່າງ​ກະທັນຫັນ ຂອງ​ຊາວ​ຊີ​ເຣຍຫລາຍພັນ​ຄົນ ​ທີ່
ພາກັນ​ຫລັ່ງ​ໄຫລ ​ໄປສູ່​ເຂດ Kurdistan ຂອງອີຣັກ ຫລັງ​ຈາກ​
ການ​ສູ້​ລົບ​ກັນ​ ເປັນ​ເວລາຫຼາຍ​ອາ ທິດ​ ລະຫວ່າງພວກ​ກະບົດ
ອິສລາມ​ແລະຊາວເຄີ​ດ ຢູ່​ທາງ​ພາກ​ເໜືອ​ຂອງຊີ​ເຣຍ.

ນັກ​ຂ່າວ ວີ​ໂອ​ເອ ຄົນ​ນຶ່ງ​ຂອງພະ​ແນ​ກ Kurdish ທີ່​ເມືອງ
Dohuk ​ໃນ​ພາກ ອີຣັກກ່າວ​ວ່າ ຫວ່າງ​ມໍ່ໆ​ມາ​ນີ້ຊາວ​ຊີ​ເຣຍ
​ເຊື້ອສາຍ Kurd ປະມານ 6,000 ຄົນ​ໄດ້​ພາກັນ​ຂ້າມ​ຂົວ​ ແມ່​
ນໍ້າ Tigris ​ເຂົ້າໄປ​ໃນ​ເຂດ Kurdistan. ທ່ານ​ກ່າວ​ວ່າ​ຢ່າງ​
ໜ້​ອຍ 1,000 ຄົນ ​ກໍາລັງພາກັນລໍຖ້າຢູ່​ຊາຍ​ແດນ​ຊີ​ເຣຍ ​ເພື່ອ​
ຈະ​ຂ້າມ​ເຂົ້າໃນ​ເຂດ Kurdistan ຂອງ​ອີຣັກ.

​ໃນ​ການ​ຖະ​ແຫຼງ ທີ່​ນະຄອນເຈ​ນີວາ ​ໃນ​ວັນ​ສຸກ​ວານ​ນີ້ ​ໂຄສົກ
​ຂອງອົງການ​ຂ້າ​ຫລວງ​ໃຫຍ່ດ້ານ​ອົບ​ພະຍົບຂອງສະຫະ​ປະ
ຊາ​ຊາດ ທ່ານ Adrian Edwards ກ່າວ​ວ່າ ການ​ຫລັງ​ໄຫລ
ຂອງ​ອົບ​ພະຍົບ ເລີ້ມ​ຂື້ນ​ເວລາ​ອົບ​ພະ​ຍົບຈຸ​ນຶ່ງ​ຈຳນວນ 750
ຄົນ​ ໄດ້​ພາກັນ​ຂ້າມໄປ​ສູ່ເມືອງPeshkhabour ​ໃນ​ເຂດ
Kurdistan ​ຂອງ​ອີຣັກ ໃນ​ວັນ​ພະຫັດ​ທີ່​ຜ່ານ​ມາ. ​ຫລັງ​ຈາກ​ນັ້ນກໍ​ມີ​ຊາວ​ເຄີ​ດ ອີກ​ຫລາຍ​ພັນ​ຄົນ​ໄດ້​ຕິດຕາມໄປ.

ອົບ​ພະຍົບທີ່​ມາ​ໃໝ່ສ່ວນ​ຫລາຍ​ແມ່ນ​ຜູ້​ຍິງ ​ເດັກນ້ອຍ ​ແລະ​ຜູ້​ເຖົ້າຜູ້​ແກ່. ສະຫະ​ປະຊາ​ຊາດ
ກ່າວ​ວ່າ ອົງການ​ຊ່ວຍ​ເຫລື​ອຕ່າງໆແລະ​ບັນດາ​ເຈົ້າ​ໜ້າ​ທີ່ກໍາລັງ​ພາກັນນໍາ​ສົ່ງ​ອາຫານ ​ແລະ​ ນໍ້າ​ໄປ​ຍັງ​ເຂດ​ດັ່ງກ່າວ.

ການ​ຫລັ່ງ​ໄຫລ​ໜີຂອງ​ອົບ​ພະຍົບມີ​ຂຶ້ນ​ທ່າມກາງການ​ສູ້​ລົບ​ກັນ​ຢ່າງໜັກໃນ​ໄລຍະ ​ສອງ​ສາມ​
ອາທິດ​ຜ່ານ​ມາ ລະຫວ່າງກໍາລັງຊາວ​ເຄີ​ດ​ ເຊື້ອສາຍ​ຊີເຣຍ​ແລະກຸ່ມ Jabhat al-Nusra ທີ່​
ເປັນເຄືອ​ຂ່າຍ ​ຂອງ​ກຸ່ມ​ກໍ່​ການ​ຮ້າຍ al-Qaida ທີ່​ຍັງໄດ້ສູ້​ລົບ​ກັບ ກໍາລັງ​ທີ່​ຈົງ​ຮັກ​ພັກດີ ຕໍ່ປະ ທານາທິບໍດີຊີ​ເຣຍ ທ່ານ Bashar al-Assad ນຳ​ດ້ວຍ.

ບັນດາ​ຜູ້​ນໍາຊາວ​ເຄີ​ດ ຢູ່​ໃນ​ອີຣັກ ​ແລະ​ຊີ​ເຣຍ ກໍາລັງ​ສືບສວນ ລາຍ​ງານ​ທີ່​ຍັງ​ບໍ່​ມີການຢືນ​ວ່າ ກຸ່ມ al-Nusra ​ໄດ້​ສັງຫານ​ໝູ່ຊາວ​ເຄີ​ດ. ຊາວ​ເຄີ​ດ​ເຊື້ອສາຍ​ຊີເຣຍສ່ວນ​ໃຫຍ່ແລ້ວ​ແ​ມ່ນໄດ້ ​ພະຍາຍາ​ມບໍ່​ຢາກ​ພົວພັນ​ໃນສົງຄາມ​ກາງ​ເມືອ​ງຂອງ​ຊີ​ເຣຍແລະ​ປະຕິບັດໜ້າທີ່ປົກຄອງ​ເຂດ ແລະ​ເມືອ​ງຕ່າງໆຂອງພວກ​ເຂົາ​ເຈົ້າ.

Syria
please wait
Embed

No media source currently available

0:00 0:00:39 0:00
XS
SM
MD
LG