ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຊາວຊີເຣຍ ຫຼາຍສິບພັນຄົນ ມຸ່ງໜ້າ ສູ່ຊາຍແດນເທີກີ ຫຼົບໜີ ການໂຈມຕີ ຂອງຣັດເຊຍ


ຊາວຊີເຣຍຫລົບໜີໄປຍັງເມືອງ Bab al-Salam ທີ່ຕິດກັບຊາຍແດນເທີກີ
ຊາວຊີເຣຍຫລົບໜີໄປຍັງເມືອງ Bab al-Salam ທີ່ຕິດກັບຊາຍແດນເທີກີ

ຊາວ​ຊີ​ເຣຍຫລາຍໆ​ສິບ​ພັນ​ຄົນ ​ໄດ້​ຫຼົບໜີ​ຈາກ​ເຮືອນ​ຊານ​ບ້ານ​
ຊ່ອງ​ຂອງພວກ​ເຂົາ​ເຈົ້າ ຢູ່ທີ່​ເມືອງອາ​ເລັບ​ໂປ ​ໃນ​ວັນ​ສຸກ​ວານ​ນີ້ ​
ໂດຍ​ມຸ່ງ​ໜ້າ​ສູ່​ປະ​ເທດ​ເທີ​ກີ ​ໃນຂະນະ​ທີ່ຣັດ​ເຊຍ​ເພີ້ມທະວີ​ການ​
ໂຈມ​ຕີ​ທາງ​ອາກາດ ໃສ່​ກຸ່ມ​ຕໍ່ຕ້ານຕ່າງໆ ທີ່​ພະຍາຍາມ​ໂຄ່ນ​ລົ້ມ
ລັດຖະບານ​ຂອງ​ປະທານາທິບໍດີ Bashar al-Assad ​ໃນ​ພາກ
​ເໜືອ​ຂອງ​ຊີ​ເຣຍ.

ມູນ​ນິທິ​ບັນ​ເທົາ​ທຸກ​ມະນຸດສະທຳ​ຂອງ​ເທີ​ກີ​ ກ່າວ​ວ່າ ມີ​ພວກ​ອົບ​
ພະຍົບ 50 ພັນຄົນ ​ໄດ້​ໄປ​ເຖິງ​ຊາຍ​ແດນ​ຊີ​ເຣຍ ທີ່​ຕິດ​ກັບ​ເທີ​ກີ
ທັງໆ​ອັງກາຣາ​ໄດ້​ປິດ​ດ່ານ​ຂ້າມ​ຊາຍແດນ​ແລະ​ຍັງ​ບໍ່​ທັນ​ເປັນ​ທີ່​
ຈະ​ແຈ້ງ​ເທື່ອ​ວ່າ​ອົບ​ພະຍົບ​ເຫຼົ່ານີ້ຈະ​ໄດ້​ຮັບ​ອະນຸຍາດ​ໃຫ້ຂ້າມ
​ເຂົ້າ​ໄປ​ໃນ​ເທີ​ກີ​ຫຼືບໍ່. ອົງການ​ດັ່ງກ່າວ​ເວົ້າວ່າ ຕົນ​ໄດ້​ສ້າງ​ສູນ​ຕູບ​ຜ້າ​ຕັ້ງ ຂຶ້ນຢູ່​ໃນເຂດ​ແດນ​
ຊີ​ເຣຍທີ່​ຕິດ​ກັບ​ຊາຍ​ແດນ​ເພື່ອ​ສະໜອງ​ບ່ອນ​ພັກ​ເຊົາ​ຊົ່ວຄາວ.

​ເທີ​ກີ ຊຶ່ງ​ໄດ້​ຮັບ​ເອົາ​ຊາວ​ຊີ​ເຣຍ​ແລ້ວ​ຫລາຍກວ່າ 2 ລ້ານ 5 ​ແສນ​ຄົນ ນັບ​ແຕ່​ສົງຄາມ​ກາງ​
ເມືອງ​ໃນ​ຊີ​ເຣຍ​ເລີ້ມຂຶ້ນ​ເມື່ອ​ເກືອບ 5 ປີ​ກ່ອນກ່າວ​ວ່າຍັງ​ມີ​ພວກອົບ​ພະຍົບຕື່ມ​ອີກ​ຫຼາຍໆ
​ພັນ​ຄົນ​ກຳລັງ​ມຸ່ງ​ໜ້າ​ສູ່​ຊາຍ​ແດນ​ຂອງ​ຕົນ​ໃນ​ເວລາ​ນີ້.

ການ​ຫລັ່ງໄຫຼ​ເທື່ອ​ຫລ້າ​ສຸດ​ຂອງ​ພວກ​ອົບ​ພະຍົບທີ່​ພະຍາຍາມ​ຫຼົບໜີ​ໄປ​ຈາກ​ຊີ​ເຣຍ​ແມ່ນ​ມີ​
ຂຶ້ນ​ໃນ​ຂະນະ​ທີ່ ​ທະຫານ​ລັດຖະບານ​ ຊຶ່ງ​ໄດ້​ຮັບ​ການ​ສະໜັບສະໜຸນ​ຈາກ​ການ​ໂຈມຕີ​ທາງ​
ອາກາດ​ຂອງຣັດ​ເຊຍ ​ເລີ້ມບຸກ​ໂຈມ​ຕີ​ ເຂົ້າ​ໄປ​ໃນ​ພາກ​ເໜືອ ຂອງ​ຊີ​ເຣຍ ທີ່​ແນ​ໃສ່​ ເພື່ອ​ປິດ​
ລ້ອມ​ເມືອງ​ອາ​ເລັບໂປ ຊຶ່ງ​ເປັນ​ຫົວ​ເມືອງ​ໃຫຍ່​ສຸດຂອງ​ປະ​ເທດ​.

ກະຊວງ​ປ້ອງ​ກັນ​ປະ​ເທດຣັດ​ເຊຍ​ກ່າ​ວວ່າ ​ເຮືອບິນ​ລົບ​ຂອງ​ຕົນ​ໄດ້​ໂຈມ​ຕີ​ເປົ້າໝາຍຕ່າງໆ
​ໃນ​ຊີ​ເຣຍ​ 875 ແຫ່ງ​ ໃນ​ອາທິດ​ນີ້ຮວມທັງ​ການ​ໂຈມ​ຕີເພື່ອ​ສະໜັບສະ​ໜຸນ​ທະຫານ​ຊີ​ເຣຍ
ຢູ່​ໃນ​ພາກ​ເໜືອ​ຂອງ​ປະ​ເທດ.

​ໃນ​ການ​ສູ້​ລົບ​ກັນ​ໃນ​ວັນ​ສຸກ​ວານ​ນີ້ ອົງການ​ຂ່າວ SANA ຂອງ​ທາງ​ການ​ຊີ​ເຣຍ ລາຍ​ງານ​
ວ່າທະຫານ​ລັດຖະບານ​ໄດ້​ເຂົ້າຍຶດ​ເອົາບ້ານ Rityan ທີ່​ຕັ້ງຢູ່​ທາງທິດ​ເໜືອຂອງ​ເມືອງ​ອາ​
ເລັບ​ໂປ​ໄດ້​ແລ້ວ ຫລັງ​ຈາກ​ໄດ້​ເຂົາຍຶດ​ເອົາ​ອີກ​ສອງ​ເມືອງ​ໃນ ຕົ້ນອາທິດ​ນີ້.​ ​ເມືອງ​ອາ​ເລັບ​ໂປຊຶ່ງ​ຄັ້ງນຶ່ງ​ເຄີຍ​ເປັນ​ສູນ​ກາງ​ການ​ຄ້າ​ຂອງ​ຊີ​ເຣຍທີ່​ມີ​ປະຊາກອນ 2 ລ້ານ​ຄົນ​ກ່ອນ​ທີ່​ການ
​ສູ້​ລົບ​ກັນລະ​ເບີດ​ຂຶ້ນ​ໃນ​ປີ 2011 ຊຶ່ງ​ໃນ​ເວລາ​ນີ້​ໄດ້​ແບ່ງ​ອອກ​ເປັນສອງ​ເຂດ​ທີ່​ລັດຖະ​ບານ​
ແລະ​ພວກ​ຕໍ່ຕ້ານ​ຄວບ​ຄຸມ.

Syria
please wait
Embed

No media source currently available

0:00 0:00:39 0:00

XS
SM
MD
LG