ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເດັກນ້ອຍ ໂຣຮິງຢາ 40,000 ຄົນ ປະເຊີນກັບ ໂຣກຂາດອາຫານ ຢ່າງໜັກ


ເດັກນ້ອຍອົບພະຍົບໂຣຮິງຢາ ຄົນນຶ່ງຮ້ອງໃຫ້ ໃນຂະນະທີ່ພວກ ເດັກນ້ອຍພາກັນຢືນລຽນແຖວເພື່ອເອົາອາຫານ ທີ່ແຈກຢາຍໃຫ້.
ເດັກນ້ອຍອົບພະຍົບໂຣຮິງຢາ ຄົນນຶ່ງຮ້ອງໃຫ້ ໃນຂະນະທີ່ພວກ ເດັກນ້ອຍພາກັນຢືນລຽນແຖວເພື່ອເອົາອາຫານ ທີ່ແຈກຢາຍໃຫ້.

ອົງການກໍາມະການຊ່ວຍກອບກູ້ຊີວິດສາກົນເວົ້າໃນວັນສຸກມື້ນີ້ວ່າ ເດັກນ້ອຍຊາວໂຣຮິງ
ຢາ ຢູ່ໃນມຽນມາ ແລະບັງກລາແດັສປະເຊີນກັບໂຣກຂາດອາຫານເພີ້ມຂຶ້ນ 10 ເທົ່າເມື່ອ
ທຽບກັບປີກາຍນີ້ ແລະຕ້ອງການຄວາມເອົາໃຈໃສ່ຕໍ່ພວກກ່ຽວຢ່າງວ່ອງໄວ.

ການສໍາຫລວດດ້ານການຂາດອາຫານທີ່ດໍາເນີນໂດຍ ອົງການຕ້ານຄວາມຫິວ ຫລື ACF ຊຶ່ງເປັນອົງການຮ່ວມງານຂອງອົງການກໍາມະການຊ່ວຍກອບກູ້ຊີວິດສາກົນ ຫລື IRC ຢູ່
ເຂດ Bazar ຂອງເມືອງ Cox ໃນບັງກລາແດັສ ພົບວ່າເດັກນ້ອຍຊາວໂຣຮິງຢາ
40,000 ທີ່ມີອາຍຸລະຫວ່າງ 6 ເດືອນຫາ 5 ປີ ແມ່ນຕ້ອງການຄວາມຊ່ວຍເຫລືອເພື່ອ
ໃຫ້ມີຊີວິດຢູ່ລອດ ແລະກໍຕ້ອງມີເງິນຫລາຍກວ່າ 12 ລ້ານໂດລາ ເພື່ອຈະແກ້ໄຂວິກິດ
ການທາງມະນຸດສະທໍາເຊັ່ນນັ້ນໄດ້.

ພວກເດັກນ້ອຍອົບພະຍົບໂຣຮິງຢາ ພາກັນຢືນຕີນເປົ່າ ລໍຖ້າຂໍອາຫານ.
ພວກເດັກນ້ອຍອົບພະຍົບໂຣຮິງຢາ ພາກັນຢືນຕີນເປົ່າ ລໍຖ້າຂໍອາຫານ.

ການສໍາຫລວດຍັງໄດ້ເປີດເຜີຍໃຫ້ຮູ້ວ່າອັດຕາການເປັນໂຣກຂາດອາຫານ 7.5 ເປີເຊັນ ແມ່ນສູງກກວ່າລະດັບສຸກເສີນຂອງສາກົນຢູ່ 4 ເທົ່າ ແລະສູງກວ່າປີກາຍນີ້ 10 ເທົ່າ.

ເດັກນ້ອຍທີ່ມີອາຍຸຕໍ່າກວ່າ 6 ເດືອນ ປະເຊີນກັບການຕາຍເພີ້ມຂຶ້ນ 10 ເທົ່າ ອີງຕາມ
ການວັດແທກວົງແຂນຂອງພວກເຂົາ.

ອົງການ IRC ຄາດວ່າຈະມີຄົນເຂົ້າມາສູນອົບພະຍົບອີກ 200,000 ຄົນໃນຫລາຍອາ
ທິດຕໍ່ໜ້ານີ້ ຊຶ່ງຈະເຮັດໃຫ້ຈໍານວນອົບພະຍົບໃນບັງກລາແດັສເພີ້ມຂຶ້ນເປັນຫລາຍກວ່າ
1 ລ້ານຄົນ ແລະຈະເຮັດໃຫ້ວິກິດການຮ້າຍແຮງເພີ້ມຂຶ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາລາວ

XS
SM
MD
LG