ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ອີຕາລີ ກ່າວວ່າ ມີອົບພະຍົບ ທາງເຮືອ ຫຼາຍພັນ ມາຈາກ ລີເບຍ (ວີດີໂອ)


ພວກອົບພະຍົບ ຢູ່ເທິງເຮືອເຂົາເຈົ້າ ໃນລະຫວ່າງທີ່ກຳປັ່ນ ກອງທັບເຮືອອີຕາລີ ຊ່ອຍກູ້ໄພ ຢູ່ນອກເກາະ Sicily.
ພວກອົບພະຍົບ ຢູ່ເທິງເຮືອເຂົາເຈົ້າ ໃນລະຫວ່າງທີ່ກຳປັ່ນ ກອງທັບເຮືອອີຕາລີ ຊ່ອຍກູ້ໄພ ຢູ່ນອກເກາະ Sicily.

ກອງທັບເຮືອຂອງອີຕາລີ ໄດ້ຈັບພວກອົບພະຍົບຢ່າງໜ້ອຍ
1,400 ຄົນ ທີ່ພວມຂ້າມເຮືອ ມາຈາກ ອາຟຣິກາເໜືອ ໃນມື້
ກ່ອນນີ້. ພວກອົບພະຍົບເຫຼົ່ານີ້ແມ່ນຊອກສະແຫວງຫາຊ່ອງ
ທາງເພື່ອຢາກຂໍລີ້ໄພໃນຢູໂຣບແລະຈຳນວນຂອງພວກເຂົາ
ເຈົ້າແມ່ນເພີ້ມຂຶ້ນນຳນັບມື້.

ນັບແຕ່ຕົ້ນປີ ມາຮອດປັດຈຸບັນນີ້ ກອງທັບເຮືອອີຕາລີ ໄດ້
ຊ່ອຍເຫຼືອກູ້ໄພພວກອົບພະຍົບແລ້ວ 60,000 ຄົນຊຶ່ງເປັນ
ຈຳນວນຫລາຍກວ່າ 42,000 ຄົນໃນຕະຫຼອດ ປີ 2013 ທີ່
ຜ່ານມາ.

ເຮືອສ່ວນໃຫຍ່ແມ່ນເດີນທາງມາຈາກນະຄອນ Tripoli ປະເທດລີເບຍແຕ່ພວກອົບພະຍົບ
ແມ່ນມາຈາກຈຸດທີ່ເກີດບັນຫາຮ້ອນແຮງທັງຫຼາຍໃນອາຟຣິກາເໜືອເຊັ່ນເອຣີເທຣຍ ບ່ອນ ທີ່ອົງການສະຫະປະຊາຊາດພວມທຳການສືບສວນກ່ຽວກັບການລະເມີດສິດທິມະນຸດແລະ ບັນຫາຂັດແຍ້ງຢູ່ໃນພາກຕາເວັນອອກກາງເຊັ່ນຊີເຣຍເປັນຕົ້ນ.

ອີຕາລີຄາດວ່າ ພາຍໃນທ້າຍປີນີ້ ຈຳນວນອົບພະຍົບ ທີ່ເດີນທາງ ແຕ່ອາຟຣິກາເໜືອ ໄປ ເຖິງແຄມຝັ່ງຂອງອີຕາລີ ຈະເພີ້ມຂຶ້ນເປັນ 100,000 ຄົນ.

XS
SM
MD
LG