ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຊາຊົນມຽນມາ ຫຼາຍພັນຄົນ ພາກັນຢູ່ບ້ານ ອັນເປັນສ່ວນນຶ່ງ ຂອງການນັດຢຸດງານ "ແບບງຽບໆ" ຕ້ານທະຫານ


ພວກປະທ້ວງທີ່ຖືກປ່ອຍໂຕອອກຈາກຄຸກອິນເຊັນ ພາກັນຍົກນີ້ວມື ສາມນີ້ວ ທີ່ເປັນສັນຍາລັກການຄຳນັບ ຈາກລົດບັສ ເມື່ອວັນທີ 24 ກຸມພາ 2021 ໃນນະຄອນຢາງກຸ້ງ.
ພວກປະທ້ວງທີ່ຖືກປ່ອຍໂຕອອກຈາກຄຸກອິນເຊັນ ພາກັນຍົກນີ້ວມື ສາມນີ້ວ ທີ່ເປັນສັນຍາລັກການຄຳນັບ ຈາກລົດບັສ ເມື່ອວັນທີ 24 ກຸມພາ 2021 ໃນນະຄອນຢາງກຸ້ງ.

ປະຊາຊົນຫຼາຍພັນຄົນ ຢູ່ໃນປະເທດມຽນມາ ພາກັນນັດຢຸດງານ “ແບບງຽບໆ” ເພື່ອເປັນການສືບຕໍ່ສະແດງໃຫ້ເຫັນເຖິງການຄັດຄ້ານຕໍ່ການປົກຄອງຂອງພວກທະຫານ ທີ່ໄດ້ກ້າວເຂົ້າສູ່ມືີ້ທີ 51 ແລ້ວນັ້ນ.

ພວກນັກເຄື່ອນໄຫວສະໜັບສະໜູນປະຊາທິປະໄຕ ກຳລັງຮຽກຮ້ອງໃຫ້ຄົນອື່ນໆ ພາກັນຢູ່
ບ້ານເຮືອນ ແລະຢ່າໄດ້ຄ້າຂາຍ ແລະເຮັດທຸລະກິດໝົດມື້ ຊຶ່ງເປັນກົນ ລະຍຸດໃໝ່ວາງ
ອອກເພື່ອຫຼີກລ່ຽງ ບໍ່ໃຫ້ພວກທະຫານຕອບໂຕ້ຢ່າງຮຸນແຮງ ຕໍ່ ການເດີນຂະບວນປະ
ທ້ວງ ໃນແຕ່ລະວັນ.

ການປະທ້ວງໄດ້ເລີ້ມຂຶ້ນ ຢ່າງບໍ່ຢຸດເຊົາໃນມຽນມາ ນັບແຕ່ຜູ້ນຳທີ່ແທ້ຈິງ ທ່ານ ນາງອອງຊານ ຊູຈີ ແລະບັນດາສະມາຊິກຂັ້ນສູງຄົນອື່ນໆ ຂອງລັດຖະບານພົນ ລະເຮືອນໄດ້ຖືກປົດອອກຈາກຕຳແໜ່ງແລະຖືກກັກຂັງໂດຍພວກທະຫານໃນວັນ ທີ 1 ກຸມພາຜ່ານມາ.

ກຸ່ມນັກເຄື່ອນໄຫວທ້ອງຖິ່ນ ສະມາຄົນຊ່ວຍບັນດານັກໂທດການເມືອງຫຼື AAPP ກ່າວວ່າ
ຢ່າງໜ້ອຍ 275 ຄົນໄດ້ຖືກຂ້າຕາຍໂດຍກຳລັງທະຫານໃນລະຫວ່າງ ທີ່ມີການທັບມ້າງ
. ນຶ່ງໃນພວກທີ່ຖືກຂ້າຕາຍນັ້ນແມ່ນເດັກນ້ອຍແມ່ຍິງອາຍຸ 7 ປີ ໄດ້ຖືກຍິງຕາຍ ໃນວັນອັງ
ຄານທີ່ຜ່ານມາ ເວລາທະຫານ ບຸກເຂົ້າໄປເຮືອນຂອງ ລາວ ຢຸ່ນະຄອນມັນດາເລ ອີງຕາມ
ໜັງສືພິມ ມຽນມານາວ (Myanmar Now) ແລະອົງການຂ່າວຣອຍເຕີ.

ມີລາຍງານວ່າ ເດັກນ້ອຍໄດ້ນັ່ງຢູ່ຕັກ ຂອງພໍ່ລາວ ເວລາທະຫານບຸກເຂົ້າໄປ ແລະຢາກ
ຮູ້ຈັກວ່າທຸກຄົນຢູ່ໃນເຮືອນບໍ່. ຜູ້ເປັນພໍ່ຕອບວ່າແມ່ນແລ້ວ ແຕ່ພວກ ທະຫານໄດ້ກ່າວຫາ
ວ່າລາວຂີ້ຕົວະ ແລະໄດ້ຍິງປືນໄປຕໍາເອົາເດັກນ້ອຍແມ່ຍິງຄົນນັ້ນ.

ສະມາຄົນ AAPP ກ່າວວ່າ ຫຼາຍກວ່າ 2,000 ຄົນ ໄດ້ຖືກຈັບແລະຖືກກັກຂັງ ນັບແຕ່ໄດ້
ເລີ້ມມີການທັບມ້າງ. ບັນດາອົງການຂ່າວກ່າວວ່າ ລົດບັສຫຼາຍຄັນທີ່ ເຕັມໄປດ້ວຍພວກ
ປະທ້ວງຕໍ່ຕ້ານການເຮັດລັດຖະປະຫານ ໄດ້ຂັບໜີອອກໄປ ຈາກຄຸກອິນເຊນ ຢູ່ໃນນະ
ຄອນຢາງກຸ້ງ ເມື່ອວັນພຸດວານນີ້ ທີ່ສະແດງໃຫ້ເຫັນ ຈຸດປະສົງດີໂດຍທະຫານ. ອົງການ
ຂ່າວເອພີ ແລະອົງການຂ່າວຝຣັ່ງ AFP ກະວ່າ ບັນດາຄົນທີ່ຖືກປ່ອຍ ແມ່ນຫຼາຍກວ່າ
600 ຄົນ.

ຮວມຢູ່ໃນບັນດາຜູ້ຖືກປ່ອຍໂຕນັ້ນ ແມ່ນນັກຂ່າວເອພີ ທ່ານທຽນ ຊໍ ຜູ້ທີີ່ໄດ້ຖືກ ຈັບ ໃນຂະນະທີ່ລາຍງານຂ່າວ ການປະທ້ວງຢູ່ຕາມຖະໜົນໃນນະຄອນຢາງກຸ້ງ ພ້ອມດ້ວຍນັກຂ່າວຄົນອື່ນໆອີກແປດຄົນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG