ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວບ້ານມຽນມາ ຫຼາຍພັນຄົນ ລໍຖ້າທີ່ຈະຫລົບໜີ ຄວາມຮຸນແຮງ ເຂົ້າສູ່ປະເທດໄທ


ທະຫານຊົນກຸ່ມນ້ອຍກະຫລ່ຽງ ທີ່ເຫັນຈູດປ້ອມຍາມທະຫານ ຢູ່ໃນມຽນມາ ໃກ້ກັບຊາຍແດນໄທ ແຄມແມ່ນໍ້າຊາລວິນ ວັນທີ 28 ເມສາ 2021.
ທະຫານຊົນກຸ່ມນ້ອຍກະຫລ່ຽງ ທີ່ເຫັນຈູດປ້ອມຍາມທະຫານ ຢູ່ໃນມຽນມາ ໃກ້ກັບຊາຍແດນໄທ ແຄມແມ່ນໍ້າຊາລວິນ ວັນທີ 28 ເມສາ 2021.

ຊາວບ້ານຊົນເຜົ່າກະຫລ່ຽງຫຼາຍພັນຄົນໃນມຽນມາ ລໍຖ້າທີ່ຈະຂ້າມເຂົ້າສູ່ປະເທດ ໄທ ຖ້າຫາກ ດັ່ງທີ່ໄດ້ຄາດເອົາໄວ້ ໄດ້ເກີດການສູ້ລົບຢ່າງດຸເດືອດລະຫວ່າງທະ ຫານມຽນມາ ແລະພວກກະບົດກະຫລ່ຽງ.

ພວກກະບົດກະຫລ່ຽງ ແລະທະຫານມຽນມາ ໄດ້ປະທະກັນໃກ້ກັບຊາຍແດນໄທ ໃນຫຼາຍອາທິດ ນັບແຕ່ວັນທີ 1 ເດືອນກຸມພາ ເວລາພວກນາຍພົນຂອງມຽນມາ ໄດ້ຂັບໄລ່ລັດຖະບານ ທີ່ນຳພາໂດຍຜູ້ນຳປະຊາທິປະໄຕ ທ່ານນາງອອງ ຊານ ຊູ ຈີ ທີ່ເຮັດໃຫ້ປະຊາຊົນຢູ່ທັງສອງຟາກຂອງຊາຍແດນ ຕ້ອງໄດ້ຍົກຍ້າຍອອກໜີ.

ທ້າວຈູ ວາ ໄດ້ກ່າວຕໍ່ອົງການຂ່າວຣອຍເຕີ ວ່າ ”ຄົນເວົ້າວ່າພະມ້າຈະມາ ແລະຍິງພວກເຮົາເພາະສະນັ້ນພວກເຮົາຈຶ່ງໄດ້ພາກັນໜີມາທີ່ນີ້.” ຊາວບ້ານກະຫລ່ຽງ ເວົ້າວ່າ ລາວໄດ້ຂ້າມໄປປະເທດໄທກັບຄອບຄົວຂອງລາວອາທິດນີ້ ຈາກ ອີ ທູ ຮາ ສູນອົບພະຍົບຢູ່ໃນມຽນມາ.

ທ້າວຈູ ວາ ກ່າວວ່າ “ລາວຕ້ອງໄດ້ຫລົບໜີຂ້າມແມ່ນໍ້າ” ຊຶ່ງໝາຍເຖີງ ແມ່ນໍ້າ ຊາລວິນ ທີ່ແບ່ງຊາຍແດນຂອງປະເທດທັງສອງຢູ່ໃນເຂດດັ່ງກ່າວ.

ຕາໜ່າງໃຫ້ການສະໜັບສະໜູນສັນຕິພາບກະຫລ່ຽງກ່າວວ່າ ຊາວບ້ານຫຼາຍພັນ ຄົນກຳລັງພາກັນລີ້ຊ່ອນຢູ່ທາງຟາກມຽນມາຂອງແມ່ນໍ້າຊາລວິນ ແລະຈະຫລົບ ໜີໄປປະເທດໄທ ຖ້າຫາກການສູ້ລົບທະວີຄວາມຮ້າຍແຮງຂຶ້ນ.

ກຸ່ມດັ່ງກ່າວຂຽນລົງໃນໜ້າເຟສບຸກວ່າ “ໃນຫຼາຍໆວັນຈະມາເຖິງ ຊາວກະຫລ່ຽງ ຫຼາຍກວ່າ 8,000 ຄົນ ທີ່ຢູ່ເລາະຕາມແມ່ນໍ້າຊາລວິນ ຈະຕ້ອງພາກັນຫລົບໜີ ໄປປະເທດໄທ. ພວກເຮົາຫວັງວ່າທະຫານໄທ ຈະໃຫ້ການຊ່ວຍເຫຼືອແກ່ເຂົາເຈົ້າ ຫລົບໜີຈາກສົງຄາມ.”

ພວກນັກລົບກະຫລ່ຽງໃນວັນອັງຄານທີ່ຜ່ານມາ ໄດ້ບຸກໂຈມຕີທະຫານມຽນມາ ຢູ່ທາງຝັ່ງຕາເວັນຕົກຂອງແມ່ນໍ້າຊາລວິນ ໃນການໂຈມຕີກ່ອນເຊົ້າມືດ. ພວກກະຫລ່ຽງກ່າວວ່າ ມີທະຫານ 13 ຄົນ ແລະພວກນັກລົບຂອງເຂົາເຈົ້າ 3 ຄົນ ໄດ້ເສຍຊີວິດ. ທະຫານມຽນມາໄດ້ຕອບໂຕ້ດ້ວຍການໂຈມຕີທາງອາກາດ ຢູ່ໃນຫຼາຍໆແຫ່ງໃກ້ກັບຊາຍແດນໄທ.

ພວກເຈົ້າໜ້າທີ່ໄທກ່າວວ່າ ມີຊາວບ້ານເກືອບ 200 ຄົນ ໄດ້ຂ້າມເຂົ້າສູ່ປະເທດ ໄທໃນອາທິດນີ້. ປະເທດໄທໄດ້ເສີມກຳລັງຂອງຕົນ ແລະຈຳກັດການເຂົ້າໄປໃນ ບໍລິເວນຊາຍແດນ.

ຊາວບ້ານຂອງໄທຫຼາຍຮ້ອຍຄົນ ທີ່ມີເຮືອນຊານໃກ້ໆຊາຍແດນ ກໍໄດ້ມີການຍົກ ຍ້າຍອອກໜີ ໄປສູ່ເຂດທີ່ເຂົ້າເລິກໄປໃນດີນແດນໄທ ເພື່ອຄວາມປອດໄພ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG