ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ສະໜັບສະໜູນ EU ຫຼາຍພັນຄົນ ເດີນຂະບວນເພື່ອ ຢູໂຣບ


ປະຊາຊົນ ຖືປ້າຍໂຄສະນາ ໃນລະຫວ່າງ ການປະທ້ວງ "March for Europe" ຕໍ່ການຕັດສິນໃຈຖອນຕົວອອກຈາກ ສະຫະພາບ ຢູໂຣບ, ໃນໃຈກາງນະຄອນຫຼວງ ລອນດອນ. ອັງກິດ. 2 ກໍລະກົດ 2016.
ປະຊາຊົນ ຖືປ້າຍໂຄສະນາ ໃນລະຫວ່າງ ການປະທ້ວງ "March for Europe" ຕໍ່ການຕັດສິນໃຈຖອນຕົວອອກຈາກ ສະຫະພາບ ຢູໂຣບ, ໃນໃຈກາງນະຄອນຫຼວງ ລອນດອນ. ອັງກິດ. 2 ກໍລະກົດ 2016.

ຜູ້ສະໜັບສະໜູນສະຫະພາບ ຢູໂຣບ ຈຳນວນຫຼາຍພັນຄົນ ໄດ້ເດີນຂະບວນ ຜ່ານໃຈກາງ ນະຄອນຫຼວງ ລອນດອນ ໃນວັນເສົາວານນີ້, ເພື່ອປະທ້ວງ ຕໍ່ຜົນການລົງປະຊາມະຕິ Brexit.

ຜູ້ເຂົ້າຮ່ວມຫຼາຍຄົນໃນການເດີນຂະບວນ “March for Europe” ທີ່ມີໄລຍະ ຍາວ 3 ກິໂລ ແມັດ ຈາກສວນສາທາລະນະ Hyde ໄປຫາຈະຕຸລັດສະພາ ແຫ່ງຊາດ ໄດ້ກ່າວວ່າ ພວກ ເຂົາເຈົ້າຫວັງວ່າ ບັນດາສະມາຊິກສະພາແຫ່ງ ຊາດຂອງ ອັງກິດ ຈະກີດກັ້ນທຸກໆການເຄື່ອນໄຫວເພື່ອຖອນໂຕອອກຈາກ ກຸ່ມທີ່ມີ 28 ປະເທດນັ້ນ.

ໃນການລົງປະຊາມະຕິວັນທີ 23 ເດືອນມິຖຸນາທີ່ຜ່ານມາ ປະມານ 52 ເປີເຊັນ ຂອງປະ ຊາຊົນ ອັງກິດ ໄດ້ລົງຄະແນນສຽງສຳລັບປະເທດທີ່ຈະອອກຈາກ EU.

ປະຊາຊົນ ຖືປ້າຍໂຄສະນາ ໃນລະຫວ່າງ ການປະທ້ວງ "March for Europe" ຕໍ່ການຕັດສິນໃຈຖອນຕົວອອກຈາກ ສະຫະພາບ ຢູໂຣບ, ໃນໃຈກາງນະຄອນຫຼວງ ລອນດອນ. ອັງກິດ. 2 ກໍລະກົດ 2016.
ປະຊາຊົນ ຖືປ້າຍໂຄສະນາ ໃນລະຫວ່າງ ການປະທ້ວງ "March for Europe" ຕໍ່ການຕັດສິນໃຈຖອນຕົວອອກຈາກ ສະຫະພາບ ຢູໂຣບ, ໃນໃຈກາງນະຄອນຫຼວງ ລອນດອນ. ອັງກິດ. 2 ກໍລະກົດ 2016.

ປະຊາຊົນຫຼາຍຄົນແມ່ນກຳລັງຮຽກຮ້ອງໃຫ້ມີການລົງປະຊາມະຕິເປັນຄັ້ງທີ 2, ໂດຍໂຕ້ ຖຽງວ່າການໂຄສະນາ “ຖອນຕົວອອກ” ໄດ້ຕົວະຫຼອກລວງປະຊາຊົນ ແລະ ໄດ້ເຮັດໃຫ້ ການປະຕິຍານ ແລະ ຄຳສັນຍາຖືກລະຖິ້ມ ເມື່ອຝ່າຍຂອງ ພວກເຂົາເຈົ້າໄດ້ຊະນະໃນການ ລົງປະຊາມາຕິ.

ທ່ານ Charlie Gardiner ນາຍຄູຄົນໜຶ່ງຈາກພາກຕາເວັນອອກສຽງໃຕ້ຂອງ ປະເທດ ໄດ້ສະແດງຂໍ້ຄິດເຫັນຂອງທ່ານອອກມາວ່າ.

“ຖ້າພວກເຮົາແມ່ນບ້ານຂອງຄວາມເປັນປະຊາທິປະໄຕ, ຄວາມເປັນປະຊາທິ ປະໄຕ ຂອງລັດຖະສະພາ ດັ່ງນັ້ນພວກເຂົາເຈົ້າຕ້ອງໃຫ້ພວກເຮົາມີການ ເລືອກຕັ້ງທົ່ວໄປ, ພວກເຂົາເຈົ້າຈະເລັ່ງໃຫ້ມັນຜ່ານໄປບໍ່ໄດ້ໂດຍກ່າວວ່າ “ປະຊາຊົນໄດ້ກ່າວອອກມາ ແລ້ວ ຍ້ອນວ່າພວກປະຊາຊົນໄດ້ຖືກຕົວະຕົ້ມ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG