ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຊາວອີທິໂອເປຍ ຫລາຍພັນຄົນ ປະທ້ວງລັດຖະບານ ຮຽກຮ້ອງໃຫ້ປ່ອຍ ພວກນັກໂທດການເມືອງ


ຊາວອີທິໂອເປຍ ປະມານ 10,000 ພັນ​ຄົນ ​ພາກັນ​ປະ​ທ້ວງ​ຢູ່ ນະຄອນຫລວງ Addis Ababa ຮຽກຮ້ອງລັດຖະບານ ປ່ອບນັກ ໂທດການເມືອງ
ຊາວອີທິໂອເປຍ ປະມານ 10,000 ພັນ​ຄົນ ​ພາກັນ​ປະ​ທ້ວງ​ຢູ່ ນະຄອນຫລວງ Addis Ababa ຮຽກຮ້ອງລັດຖະບານ ປ່ອບນັກ ໂທດການເມືອງ
ຊາວອີທິ​ໂອ​ເປຍຫລາຍ​ພັນ​ຄົນ ​ພາກັນ​ເດີນ​ຂະ​ບວນ ປະ​ທ້ວງ
ລັດຖະບານ ທີ່​ບໍ່​ຄ່ອຍມີ​ມາ​ກ່ອນໃນ​ວັນ​ອາທິດ​ວານ​ນີ້ ຮຽກຮ້ອງ
ໃຫ້ປ່ອຍ​ພວກ​ນັກ​ໂທດ​ການ​ເມືອງ.

ປະມານ 10,000 ພັນ​ຄົນ ​ພາກັນ​ປະ​ທ້ວງ​ຢູ່ ນະຄອນຫລວງ
Addis Ababa ຊຶ່ງເປັນການ​ເດີນ​ຂະ​ບວນ​ເທື່ອທໍາ​ອິດ ທີ່​ໄດ້​
ຮັບອະນຸຍາດ​ຈາກ​ລັດຖະບານ​ ນັບ​ຕັ້ງ​ແຕ່ຕໍາຫລວດໄດ້​ຍິງໃສ່
ຝຸງ​ຊົນໃນ​ປີ 2005 ​ທີ່​ທໍາ​ການ​ປະ​ທ້ວງ​ກ່ຽວ​ກັບການເລືອກ​ຕັ້ງ
ບັນຫາ​ໂຕ້​ແຍ້​ງກັນ. ຫລາຍ​ຮ້ອຍ​ຄົນ​ໄດ້​ເສຍ​ຊີວິດ​ ​ໃນ​ການ​ປະ
​ທ້ວງຄັ້ງ​ນັ້ນ.

​ໃນ​ວັນ​ອາທິດ​ວານ​ນີ້ ພວກ​ເດີນ​ຂະ​ບວນ​ພາກັນ​ຮຽກຮ້ອງ​ໃຫ້ລັດ
ຖະບານ ປ່ອຍ​ບັນດາ​ນັກ​ໂທດ​ການ​ເມືອງ ຮວມ​ທັງພວກ​ນັກ​ຂ່າວ
ແລະສະມາຊິກ​ ຝ່າຍ​ຄ້ານ.

ບັນດາ​ກຸ່ມ​ສິ້ງ​ຊອມ​ສິດທິ​ມະນຸດ ພາກັນ​ຕິຕຽນ​ຢ່າງ​ແຮງ ​ຕໍ່ກົດ
ໝາຍຕໍ່​ຕ້ານ​ຜູ້​ກໍ່​ການ​ຮ້າຍທີ່​ເຂ້​ມງວດ ທີ່​ເຮັດ​ໃຫ້​ເປັນ​ເລື້ອງ​ຜິດ
​ກົດໝາຍ​ ການ​ພິມ​ຂໍ້ມູນ​ໃດໆ​ກໍ​ຕາມ​ອອກ​ມາ ທີ່ພວກ​ເຈົ້າ​ໜ້າ​ທີ່​ເຫັນ​ວ່າ ​ເປັນ​ການຊັກຊວນ
ໃຫ້​ທໍາການ​ກໍ່​ການ​ຮ້າຍ. ບັນດາ​ກຸ່ມສິດທິ​ມະນຸດກ່າວ​ວ່າ ພວກ​ເຈົ້າ​ໜ້າ​ທີ່​ໃຊ້​ກົດໝາຍນີ້
​ເປັນ​ການ​ຂໍ້​ອ້າງ​ໃນ​ການ​ຈັບ​ບັນດາ​ຜູ້​ນໍາ​ຝ່າຍ​ຄ້ານ​ເຂົ້າ​ຄຸກ.

ລັດຖະບານປະຕິ​ເສດ​ວ່າ ທາງການ​ບໍ່​ໄດ້ກັກຂັງ ນັກ​ໂທ​ດການ​ເມືອງ
XS
SM
MD
LG