ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ຊາວຣັດ​ເຊຍ ຫລາຍ​ພັນ​ຄົນ ​​ປະທ້ວງ ຢູ່​​ເຂດ​ໃຈກາງ​ ກຸງມົສກູ (ເບິ່ງສະໄລດ໌ກັບ​ວີ​ດີ​ໂອ)


ພວກຝ່າຍຄ້ານ ທີ່ພາກັນໂຮມຊຸມປະທ້ວງ ຖືທຸງ ແລະຮ້ອງປະນາມ ທ່ານ Vladimir Putin ຢູ່ໃຈກາງກຸງມົສກູ ໃນວັນເສົາ ທີ່ 10 ມີນາ 2012.
ພວກຝ່າຍຄ້ານ ທີ່ພາກັນໂຮມຊຸມປະທ້ວງ ຖືທຸງ ແລະຮ້ອງປະນາມ ທ່ານ Vladimir Putin ຢູ່ໃຈກາງກຸງມົສກູ ໃນວັນເສົາ ທີ່ 10 ມີນາ 2012.

ຊາວຣັດ​ເຊຍ ຫລາຍ​ພັນ​ຄົນ​ພາກັນ​ເຕົ້າ​ໂຮມ​ກັນ​ຢູ່ໃນ​ເຂດ​ໃຈກາງ​ກຸງມົສກູ ​ໃນ​ວັນ​ເສົາ
ມື້​ນີ້ ​ເພື່ອ​ປະ​ທ້ວງປະທານາທິບໍດີ ທີ່​ຖື​ກ​ເລືອກ​ໃຫ້​ເຂົ້າ​ຮັບ​ຕໍາ​ແໜ່​ງ​ເປັນ​ສະ​ໄໝ​ທີ​ສາ​ມ
ທ່ານ Vladimir Putin ​ທ່າມກາງ​ທີ່​ມີ​ການກ່າວ​ຫາ​ວ່າ​ ມີ​ການ​ສໍ້​ໂກງ​ຄະ​ແນນໃນ​ການ
ປ່ອນ​ບັດ.

ພວກ​ປະ​ທ້ວງພາກັນ​ທ້າ​ທາຍ​ຕໍ່ເຈົ້າ​ໜ້າ​ທີ່ ກ່ຽວ​ກັບ​ການ​ໄດ້​ຮັບໄຊຊະນະ​ໃນ​ການ​ເລືອກ​
ຕັ້ງຂອງທ່ານ Putin ດ້ວຍ​ຄະ​ແນນ​ສຽງ 64 ​ເປີ​ເຊັ​ນໃນ​ວັນ​ອາທິດແລ້ວ​ນີ້. ທ່ານ​ໄດ້​ເປັນ
ປະທານ​ປະ​ເທດ​ແຕ່​ປີ 2000 ຫາ 2008 ​ແຕ່​ການ​ຈໍາກັດ​ໃນ​ການ​ຮັບ​ໜ້າ​ທີ່ ​ໄດ້​ຂັດຂວາງ
ບໍ່​ໃຫ້​ທ່ານ​ສະມັກ​ເຂົ້າແຂ່ງຂັນ​ສາມ​ສະໄໝ​ຕິດ​ຕໍ່​ກັນ ​ເພາະສະ​ນັ້ນ​ ທ່ານ​ຈຶ່ງ​ໄດ້ມາເປັນ​ນາຍ
ຍົກລັດຖະມົນຕີຊຶ່ງເປັນ​ຕຳ​ແໜ່​ງທ່ານກຳ​ຢູ່​ໃນ​ປັດ​ຈຸ​ບັນ​ນີ້.

ພັກ​ແນວ​ໂຮມຣັດ​ເຊຍຂອງ​ທ່ານ Putin ຊຶ່ງ​ເປັນ​ພັກ​ລັດຖະບານ ​ໃນ​ເວລານີ້ ​ໄດ້​ຊະນະ
238 ບ່ອນ​ນັ່ງຂອງຈໍາ​ນວນທັງ​ໝົດ 450 ບ່ອນ​ນັ່ງ​ ໃນ​ການ​ເລືອກ​ຕັ້ງ​ສະພາ ເມື່ອ​ເດືອນ​
ທັນ​ວາທີ່​ຜ່ານ​ມາ. ການ​ກ່າວ​ຫາກ່ຽວ​ກັບ​ການ​ສໍ້​ໂກງ​ຄະ​ແນນ​ສຽງ​ໃນ​ການເລືອກ​ຕັ້ງໄດ້​ພາ
ໃຫ້ມີ​ການ​ປະ​ທ້ວງ​ຢ່າງ​ໃຫ່ຍນໍາ​ໂດຍ​ບັນດາ​ພວກ​ຝ່າຍຄ້ານ.

ຫລາຍ​ສິບ​ພັນ​ຄົນ​ພາກັນ​ປ​ະທ້ວງ​ຢູ່​ຕາມ​ຖະນົນ​ຫົນທາງ​ສາຍຕ່າງໆ​ຢູ່ໃນກຸງ​ມົສກູແລະ​ເຂດ​
ອື່ນໆ​ຮຽກຮ້ອງ​ໃຫ້​ມີ​ການ​ປ່ອນ​ບັດ​ໃໝ່​ ​ໃນ​ການ​ປະ​ທ້ວງ​ທີ່​ໃຫຍ່​ທີ່​ສຸດໃນ​ຍຸກ​ຫຼັງສະຫະພາບ
ໂຊ​ວຽດ.

ເບິ່ງ​ວີ​ດີ​ໂອຂອງ​ພວກ​ຄັດຄ້ານ ທີ່​ເຮັດ​ອອກ​ມາ​ໂຈມ​ຕີ​ທ່ານ​ພູ​ຕິນທາງ​ອິນ​ເຕ​ແນັດ:

XS
SM
MD
LG