ຝົນລິນໄດ້ເຊົາຕົກ ເມື່ອຮອດເວລາທີ່ ທ່ານອາແລັກເຊ ນາວາລນີ ຜູ້ຕໍ່ສູ້ເພື່ອຕ້ານການ
ສໍ້ລາດບັງຫຼວງ ໄດ້ກຽມພ້ອມທີ່ຈະຂຶ້ນເວທີເພື່ອຊັກຊວນຕໍ່ຝຸງຄົນທີ່ມາເຕົ້າໂຮມກັນ
ຢ່າງໜາແໜ້ນໃນຈັດຕຸລັດຢູ່ກາງນະຄອນຫຼວງ ມົສກູ ບ່ອນທີ່ມີພວກປະທ້ວງຕໍ່ຕ້ານ
ລັດຖະບານ ຢ່າງໜ້ອຍ 20,000 ຄົນ ໄດ້ມາໂຮມຊຸມນຸມກັນ ເພື່ອຮຽກຮ້ອງໃຫ້ຍຸຕິ
ທຳການປະຫັດປະຫານ ທີ່ເຊື່ອມໂຍງກັບການປະທ້ວງຂະໜາດໃຫຍ່ ໃນເມື່ອກ່ອນ.
ທ່າມກາງທ້ອງຟ້າທີ່ມືດມົ່ນ ແລະສະພາບອາກາດໜາວເຢັນຜິດກັບລະດູການໃນ
ເດືອນກັນຍາ ມັນກໍບໍ່ໄດ້ຍັບຢັ້ງພວກປະທ້ວງຫຼາຍພັນຄົນທີ່ມາໂຮມຊຸມນຸມເພື່ອ
ສະແດງຄວາມເຫັນຕໍ່ຕ້ານຂອງພວກເຂົາເຈົ້າ ຕໍ່ປະທານາທິບໍດີ ຣັດເຊຍ ທ່ານ
ວະາລາດີເມຍ ປູຕິນ ແລະຮຽກຮ້ອງໃຫ້ປ່ອຍໂຕ ບັນດານັກເຄື່ອນໄຫວຕໍ່ຕ້ານ
ລັດຖະບານ 13 ຄົນ ທີ່ຍັງຖືກຂັງຄຸກໃນນະຄອນຫຼວງມົສກູຢູ່ນັນ. ສ່ວນອີກສີ່ຄົນ
ກໍໄດ້ຖືກປ່ອຍເປັນອິດສະຫຼະໄປແລ້ວ ແຕ່ຍັງຄົງຢູ່ພາຍໃຕ້ການສືບສວນສອບ
ສ່ວນຢູ່.
ມັນເປັນການໂຮມຊຸມນຸມຂະໜາດໃຫຍ່ ທີ່ທ່ານນາວາລນີ ໄດ້ອອກມາປາກົດຕົວ
ເປັນເທື່ອທຳອິດ ນັບຕັ້ງແຕ່ທ່ານໄດ້ຖືກປ່ອຍໂຕອອກຈາກຄຸກ ເມື່ອເດືອນແລ້ວນີ້
ບ່ອນທີ່ທ່ານໄດ້ຖືກກັກຕົວໄວ້ ເປັນເວລາ 30 ວັນ ໃນຂໍ້ຫາຈັດການຊຸມນຸມໃນສາທາ
ລະນະທີ່ບໍ່ໄດ້ຮັບອະນຸຍາດ.
ສຽງຮ້ອງໂຮທີ່ວ່າ “ປ່ອຍພວກເຂົ້າເຈົ້າ” ແລະ “ປູຕິນເປັນໂຈນ” ສາມາດໄດ້ຍິນໄປ
ທົ່ວເມື່ອຕອນບ່າຍ ຊຶ່ງໃນລະຫວ່າງນັ້ນ ກໍມີເຈົ້າໜ້າທີ່ຕຳຫຼວດ ປະຈຳການຢູ່ພຽງ
ເລັກນ້ອຍສຳລັບການປະທ້ວງ ທີ່ໄດ້ຮັບໃບອະນຸຍາດຖືກຕ້ອງຕາມກົດໝາຍ ໂດຍ
ທາງການຂອງນະຄອນຫຼວງມົສກູ. ປະຊາຊົນຫຼາຍກວ່າ 1,000 ຄົນ ໄດ້ຖືກຈັບກຸມ
ໃນເດືອນກໍລະກົດ ແລະເດືອນສິງຫາ ໃນລະຫວ່າງການເດີນຂະບວນປະທ້ວງທີ່
ໃຫຍ່ທີ່ສຸດ ຕັ້ງແຕ່ທ່ານວາລາດີເມຍ ປູຕິນ ໄດ້ຖືກເລືອກອີກເທື່ອນຶ່ງໃຫ້ເປັນປະທາ-
ນາທິບໍດີ ໃນປີ 2012. ພວກປະທ້ວງເຫຼົ່ານັ້ນ ຍັງບໍ່ທັນໄດ້ຖືກລົງໂທດເທື່ອ ແລະໃນ
ຈຸດສູງສຸດຂອງການປະທ້ວງນັ້ນ ເຫັນໄດ້ວ່າ ມີພວກປະທ້ວງຫຼາຍເຖິງ 60,000 ຄົນ
ຜູ້ທີ່ກ້າຫານ ກໍໄດ້ພາກັນສູ້ຊົນກັບການປາບປາມຢ່າງໜັກຂອງຕຳຫຼວດ.
ໃນປີ 2012 ການປະທ້ວງຕໍ່ຕ້ານທ່ານ ປູຕິນ ໄດ້ເກີດຂຶ້ນຍ້ອນການກ່າວຫາວ່າ ມີ
ການສໍ້ໂກງການເລືອກຕັ້ງ ແລະຄວາມບໍ່ພໍໃຈຕໍ່ການກັບຄືນມາເປັນປະທານາທິບໍດີ
ໃນວັງເຄຣມລິນ ສະໄໝທີສາມ ຂອງທ່ານວາລາດີເມຍ ປູຕິນ ນັ້ນ ຊຶ່ງໃນທີ່ສຸດ ກໍໄດ້
ຄ່ອຍໆສະຫຼາຍໄປ ເພາະບັນດານັກເຄື່ອນໄຫວຕໍ່ຕ້ານລັດຖະບານ ອ່ອນເພຍລົງ
ຍ້ອນວ່າ ວັງເຄຣມລິນ ບໍ່ຍິນຍອມທີ່ຈະປານີປານອມ. ພວກປະທ້ວງ ໃນວັນອາທິດ
ວານນີ້ ໄດ້ສະແດງຄວາມເປັນຫ່ວງແດ່ໜ້ອຍນຶ່ງວ່າ ສະຕາກຳແບບດຽວກັນນັ້ນ
ຈະເກີດຂຶ້ນກັບຄື້ນຟອງໃໝ່ຂອງພວກປະທ້ວງທັງຫຼາຍ.
ແຕ່ ນາງລີຊາ ອາຍຸ 36 ປີ ຜູ້ທີ່ມີອາຊີບເປັນອິດສະຫຼະ ເຮັດວຽກໃນຂະແໜງການ
ສຶກສາ ໄດ້ກ່າວວ່າ ນາງບໍ່ອະນຸຍາດໃຫ້ອັນນັ້ນ ມາຍັບຢັ້ງນາງ ບໍ່ໃຫ້ເຂົ້າຮ່ວມການ
ປະທ້ວງໃນເວລານີ້.
ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ