ບັນທຶກໃໝ່ຂອງອົງການຈັດຕັ້ງສາກົນ ເພື່ອການເຄື່ອນຍ້າຍຂອງປະຊາກອນ ຫລື IOM
ໄດ້ພົບວ່າ ມີຊາວອາຟຣິກາຫລາຍກວ່າ 6,600 ຄົນເສຍ ຊີວິດໄປໃນ 5 ປີຜ່ານມານີ້ ຊຶ່ງ
ສ່ວນໃຫຍ່ແມ່ນເສຍຊີວິດໃນຂະນະທີ່ພາກັນຂ້າມ ທະເລຊາຍຊາຮາຣາ ໄປຫາທະວີບຢູ
ໂຣບ. ແຕ່ວ່າ, ການສຶກສາຄົ້ນຄວ້າດັ່ງກ່າວ ໄດ້ລະບຸວ່າ ຕົວເລກນີ້ "ເປັນພຽງແຕ່ສະເກັດ
ນຶ່ງ ຂອງພູນ້ຳແຂງເທົ່ານັ້ນ." ນັກຂ່າວວີໂອເອ, ລີຊາ ສລາຍນ໌, ມີລາຍງານກ່ຽວກັບເລື້ອງ
ນີ້ຈາກຫ້ອງການໃຫຍ່ຂອງອົງການ IOM ຢູ່ນະຄອນເຈນີວາ ຊຶ່ງບົວສະຫວັນ ມີລາຍລະ
ອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.
ພຽງແຕ່ໃນປີນີ້ເທົ່ານັ້ນ, ມີຫລາຍຮ້ອຍຄົນທີ່ເຫັນເຫດການໄດ້ຢືນຢັນວ່າ ມີອົບພະຍົບ
ເກືອບຮອດ 1,400 ຄົນ ເສຍຊີວິດ ຢູ່ໃນທະວີບອາຟຣິກາ. ແຕ່ວ່າ ພວກນັກຄົ້ນຄວ້າ
ເວົ້າວ່າ ຕົວເລກນີ້ເປັນພຽງພາກສ່ວນນ້ອຍໆອັນນຶ່ງ ຂອງຈຳນວນຄົນຕາຍທັງໝົດ
ໃນຂະນະທີ່ເຂົາເຈົ້າກຳລັງເດີນທາງຢູ່ ໃນທະວີບອາຟຣິກາ.
ອົງການຈັດຕັ້ງສາກົນ ເພື່ອການເຄື່ອນຍ້າຍຂອງປະຊາກອນ ຫລື IOM ລາຍງານວ່າການ
ເສຍຊີວິດທີ່ໄດ້ຖືກບັນທຶກໄວ້ ແມ່ນເກີດຂຶ້ນໃນທະເລຊາຍຊາຮາຣາ, ທາງພາກເໜືອຂອງ
ປະເທດໄນເຈີ, ທາງພາກໃຕ້ຂອງລີເບຍ ແລະທາງພາກເໜືອຂອງປະເທດຊູດານ. ບົດ
ລາຍງານນັ້ນ ເວົ້າອີກວ່າ ພວກອົບພະຍົບໃຊ້ເສັ້ນທາງເຫລົ່ານີ້ ເພື່ອເດີນທາງໄປຫາລີເບຍ
ຊຶ່ງເປັນປາກປະຕູໄປສູ່ຢູໂຣບ ແລະໄປສູ່ຄວາມຫວັງ ທີ່ຈະມີຊີວິດທີ່ດີຂຶ້ນກວ່າເກົ່ານັ້ນ.
ໂຄສົກປະຈຳອົງການ IOM, ທ່ານ ໂຈແອລ ມີລແມນ (Joel Millman) ເວົ້າວ່າ ເສັ້ນທາງ
ອົບພະຍົບດັ່ງກ່າວ ແມ່ນຖືກນຳໃຊ້ໂດຍພວກລັກລອບແລະພວກ ຄ້າມະນຸດ ທີ່ສວຍເອົາ
ຜົນປະໂຫຍດຈາກອົບພະຍົບອາຟຣິກາ ທີ່ເຂົາພົບພໍ້ນັ້ນ. ທ່ານເວົ້າວ່າ ໃນບັນດາສາເຫດ
ຕົ້ນຕໍທີ່ເຮັດໃຫ້ມີການເສຍຊີວິດຂອງພວກອົບພະຍົບ ໃນອາຟຣິກາທີ່ຖືກຈົດໄວ້ໃນບັນ
ທຶກນັ້ນ ສະແດງໃຫ້ເຫັນວ່າ ຫລາຍຢ່າງແມ່ນ ສາມາດປ້ອງກັນໄດ້.
ທ່ານ ມີລແມນ ກ່າວດັ່ງນີ້ "ຄວາມຫິວໂຫຍ, ການຂາດແຄນນ້ຳ, ການທາລຸນທາງຮ່າງ
ກາຍ, ການເຈັບ ເປັນ, ແລະການຂາດຊ່ອງທາງເຂົ້າໄປຫາຢຸກຢາ ແມ່ນພາໃຫ້ຄົນເສຍ
ຊີວິດ ທີ່ມັກຖືກພວກອົບພະຍົບທີ່ລາຍງານກ່ຽວກັບການຕາຍຂອງຄົນຕ່າງໆ ກ່າວເຖິງ
ຢູ່ເລື້ອຍໆ ຢູ່ພາຍໃນທະວີບອາຟຣິກາ. ການກ່ຽວພັນກັບການລັກລອບເອົາຄົນ ແລະ
ຄ້າມະນຸດ ສາມາດເຮັດໃຫ້ຄົນຕົກໄປຢູ່ໃນສະພາບທີ່ສ່ຽງໄພຫລາຍທີ່ສຸດ ຊຶ່ງເຮັດໃຫ້
ເຂົາເຈົ້າບໍ່ສາມາດປົກປ້ອງຕົນເອງໄດ້, ຍັງບໍ່ທັນເວົ້າເຖິງການເຫັນ ເພື່ອນທີ່ເດີນທາງ
ໄປນຳກັນ ກຳລັງຖືກທາລຸນ.”
ເຖິງແມ່ນວ່າຄົນທີ່ເສຍຊີວິດເກືອບທັງໝົດຖືກລະບຸໂຕວ່າ ເປັນຊາຍໜຸ່ມກໍຕາມ, ແຕ່ທ່ານມີລແມນ ກໍບອກວີໂອເອວ່າ ພວກຜູ້ຍິງ ແລະເດັກນ້ອຍຫລາຍຮ້ອຍຄົນ ກໍນອນຢູ່ໃນພວກທີ່ໄດ້ຮັບເຄາະຮ້າຍນັ້ນອີກດ້ວຍ. ທ່ານເວົ້າວ່າ ການສຳຫລວດ ກ່ຽວກັບການເສຍຊີວິດຂອງພວກອົບພະຍົບ ໄດ້ເປີດເຜີຍໃຫ້ຮູ້ວ່າ ມີການຊ່ວຍເຫລືອທີ່ຈຳກັດຫລາຍ ໃຫ້ແກ່ພວກທີ່ລອດຊີວິດຈາກການເດີນທາງທີ່ຫຍຸ້ງຍາກລຳບາກຢ່າງໜັກນັ້ນ.
ທ່ານເວົ້າອີກວ່າ ພວກຄົນທີ່ໄດ້ເຫັນເພື່ອນຮ່ວມເດີນທາງນຳກັນຕາຍ ຮູ້ສຶກໂສກເສົ້າເສຍໃຈຢ່າງແຮງ. ທ່ານກ່າວວ່າ ພວກເຂົາເຈົ້າປະສົບກັບຄວາມເຄັ່ງຄຽດທາງດ້ານຈິດຕະສັງຄົມຢ່າງຫລວງຫລາຍ ແຕ່ວ່າພວກເຂົາເຈົ້າກັບໄດ້ຮັບການຊ່ວຍເຫລືອພຽງແຕ່ໜ້ອຍດຽວ ໃນການຊ່ວຍໃຫ້ຟື້ນຈາກເຫດການທີ່ພາໃຫ້ໂສກເສົ້າເສຍໃຈນັ້ນ.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ