ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວອັຟການິສຖານຫຼາຍພັນຄົນ ຂໍລີ້ໄພໃນສະຫະລັດ ແຕ່ສະພາສູງ ຍັງບໍ່ຜ່ານກົດໝາຍດັດແກ້

ແຟ້ມພາບ - ຜູ້​ອົບ​ພະ​ຍົບ​ຈາກ​ອັ​ຟ​ກາ​ນິ​ສ​ຖານ ​ລໍ​ຖ້າ​ພ້ອມກັນກັບ​ຜູ້​ອົບ​ພະ​ຍົບ​ອື່ນໆ ​ທີ່​ຈະ​ບິນ​ໄປ​ສະ​ຫະ​ລັດ ​ຫຼື​ສະ​ຖານ​ທີ່​ປອດ​ໄພ​​ອື່ນ​ ຢູ່​ທີ່​ປະ​ຕູ​ທາງອອກ​​ຊົ່ວ​ຄາວ​ ​ໃນໂຮງເກັບເຮືອບິນ ທີ່​ຖານ​ທັບ​ອາ​ກາດ​ສະ​ຫະ​ລັດ​ ໃນເມືອງແຣມສໄຕນ໌ ປະ​ເທດ​ເຢຍຣະ​ມັນ​, ວັນ​ທີ 01 ກັນ​ຍາ 2021​.

ຈໍານວນຊາວອັຟການິສຖານທີ່ຂໍລີ້ໄພຢູ່ໃນສະຫະລັດໄດ້ເພີ່ມຂຶ້ນເປັນ 19,000 ຄົນໃນຊ່ວງສອງປີທີ່ຜ່ານມາ, ເຊິ່ງແຕກຕ່າງຢ່າງເຫັນໄດ້ຈະແຈ້ງຈຳ​ນວນຫຼາຍ​ສິບ ແລະ ຫຼາຍ​ຮ້ອຍ​ຄົນ​ໃນ​ແຕ່​ລະ​ປີ ຕາມທີ່ລາຍ ງານໂດຍອົງ​ການບໍລິການ ການຄົນ​ເຂົ້າ​ເມືອງ ແລະ ສັນ​ຊາດ ສະຫະລັດ (USCIS) ກ່ອນໜ້ານີ້.

ນັບ​ແຕ່​ປີ 2013 ຫາ​ປີ 2021, ສະ​ຫະ​ລັດ​ໄດ້​ອະ​ນຸ​ຍາດການລີ້ໄພ ​ໃຫ້ແກ່​ຊາວ​ອັ​ຟ​ກາ​ນິ​ສ​ຖານ​ ທັງໝົດ ຫນ້ອຍ​ກວ່າ 1,000 ຄົນ.

ການເພີ່ມຂຶ້ນຢ່າງວ່ອງໄວຂອງຈໍານວນຜູ້ຂໍລີ້ໄພຊາວອັຟການິສຖານແມ່ນຕິດພັນໂດຍກົງກັບການອົບພະຍົບປະຊາຊົນຫຼາຍກວ່າ 124,000 ຄົນ ທີ່ດຳເນີນການ ໂດຍທະຫານສະຫະລັດ, ເຊິ່ງສ່ວນຫຼາຍແມ່ນສັນຊາດອັຟການິສຖານ, ຈາກສະ ໜາມບິນສາກົນ Kabul ໃນເດືອນສິງຫາ 2021.

ຫຼັງຈາກໄດ້ຮັບການກວດກາດ້ານຄວາມປອດໄພ ແລະສຸຂະພາບໃນເບື້ອງຕົ້ນຢູ່ ທີ່ຖານທັບທະຫານຂອງສະຫະລັດໃນກາຕາ, ເຢຍຣະມັນ ແລະປະເທດອື່ນໆ, ຜູ້ອົບພະຍົບ ຊາວອັຟການິສຖານ ໃນເວລາຕໍ່ມາໄດ້ເດີນທາງເຂົ້າສະຫະລັດ ພາຍໃຕ້ສະຖານະທີ່ເອີ້ນວ່າ ການອະ​ນຸ​ຍາດເຂົ້າ​ປະ​ເທດຊົ່ວ​ຄາວດ້ານມະນຸດສະທໍາ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG