ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ປ. ໂອບາມາ ເອີ້ນ ການສັງຫານ ທີ່ເມືອງ Chaper Hill ວ່າ ໂຫດຮ້າຍ ແລະໜ້າຢ້ານກົວ


US MUSLIM KILLINGS VO
please wait
Embed

No media source currently available

0:00 0:00:53 0:00

ປະທານາທິບໍດີ ສະຫະລັດ ທ່ານ Barack Obama ​ຮ້ອງ​ການ
​ຍິງ​ສັງຫານຊາວມຸສລິ​ມສາມ​ຄົນ​ ໃກ້​ກັບມະຫາ​ວິທະຍາ​ໄລຢູ່​ລັດ
North Carolina ນັ້ນ​ວ່າ “​ເປັນ​ການ​ສັງຫານ ທີ່​ໂຫດຮ້າຍ​ທາ​ລຸນ.”

ປະ​ທາ​ນາ​ທິບໍດີ ກ່າ​ວຢູ່​ໃນ​ຖະ​ແຫລ​ງຂ່າວສະບັບນຶ່ງ ວ່າ “ບໍ່​ມີ​ຜູ້
ໃດ​ຜູ້​ນຶ່ງ ​ໃນ ສະຫະລັດອາ​ເມຣິກາ ຄວນ​ຕ້ອງຕົກເປັນ​ເປົ້າ​ໝາຍ
​ເພາະວ່າ ​ເຂົາ​ເຈົ້າແມ່ນ​ໃຜ ​ເຂົ້າ​ເຈົ້າ​ເບິ່ງ​ເປັນ​ຢ່າງ​ໃດ ຫລື ເຂົາ
ເຈົ້າ​ນັບຖືສາສະໜາຢ່າງ​ໃດ."

ທ່ານ Obama ຍັງໃຫ້ການ​ຢືນຢັນ​ອີກ​ວ່າ ອົງການສັນຕິບານ​
ກາງ ຫລື FBI ຂອງສະຫະລັດ ​ໄດ້​ເລີ້ມທຳການ​ສືບສວນກ່ຽວກັບ​ການ​ສັງຫານດັ່ງກ່າວ ​ເພື່ອ​ພິຈາລະນາ​ວ່າ ມີການລະເບີດກົດໝາຍ​ລັດຖະບານ​ກາງຫລື​ບໍ່.

Muslim Americans Insist Students Were Killed Because of Faith
please wait

No media source currently available

0:00 0:02:10 0:00

ຄອບຄົວ ​ແລະ​ພວກໝູ່​ເພື່ອນ​ຂອງ ບັນດາ​ຜູ້​ເຄາະ​ຮ້າຍ ​ຮ້ອງ​ການ​ຍິງ​ສັງຫານ​ດັ່ງກ່າວນີ້ວ່າ
​ເປັນອາຊະຍາກຳ​ຍ້ອນຄວາມ​ກຽດ​ຊັງທາງດ້ານເຊື້ອຊາດສາສະ ໜາ. ສອງເອື້ອຍ​ນ້ອງ
​ແລະ​ ສາມີ​ຂອງ​ຜູ້​ເປັນເອື້ອຍ ​ໄດ້​ຖືກ​ສັງຫານ​ໃນ​ວັນ​ອັງ ຄານ​ທີ່​ຜ່ານ​ນີ້ ຢູ່​ທີ່​ຄຸ້ມບ້ານພັກ apartment ນອກ​ມະ​ຫາ​ວິທະຍາ​ໄລ North Carolina ຢູ່​ໃນ​ເມືອງ Chaper Hill.

ຫ້ອງການ FBI ປະຈຳທ້ອງຖິ່ນ ໃນ​ລັດ North Carolina ກ່າວໃນຖະແຫຼງຂ່າວສັ້ນໆ ຢູ່
​ໃນ email ສົ່ງຫາວີ​ໂອ​ເອ ວ່າ “​ເຈົ້າ​ໜ້າ​ທີ່ FBI ກຳລັງ​ໃຫ້ການ​ຊ່ວຍ​ເຫລືອ ​ແກ່ກົມຕຳ
ຫລວດເມືອງ Chaper Hill ​ເພື່ອ​ເກັບກຳ​ຫລັກ​ຖານຕ່າງໆທີ່​ພົວພັນ​ກັບ​ການ​ສັງຫານສາມ​
ຄົນນີ້. ອົງການ FBI ​ຍັງໄດ້​ເລີ້ມການ​ສືບ ສວນ​ຂັ້ນ​ຕົ້ນ ​ເພື່ອ​ພິຈາລະ​ນາວ່າ ຫລື ກົດໝາຍ​
ລັດຖະບານ​ກາງ​ໄດ້​ມີການລະ ເມີດ​ຫລື​ບໍ່ ​ທີ່​ພົວພັນ​ກັບ​ຄະດີ​ດັ່ງກ່າວ.”

ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ສະຫະລັດ ທ່ານ Eric Holder ກ່າວ​ວ່າ ທ່ານ​ຕື່ນ​ຕົກ​ໃຈ ​ແລະ​
ໂສກ​ເສົ້າ​ກ່ຽວ​ກັບ “ການ​ສັງຫານ​ທີ່​ໂຫດຮ້າຍ’ ໃນ​ອາທິດ​ນີ້.

ທ່ານ Holder ກ່າວ​ວ່າ “ນອກເໜືອໄປຈາກການ​ສືບ​ສວນ​ ຂອງ​ທ້ອງ​ຖິ່ນແລ້ວ ຂ້າພະ​ເຈົ້າ
ຍັງໄດ້ກຽມຊັບພະ​ຍາກ​ອນຂອງ​ກະຊວງ​ຍຸຕິ​ທຳ ໄວ້ຢ່າງເຕັມທີ່ ​ເພື່ອ​ຊ່ວຍ​ຄໍ້າປະກັນ​ວ່າ ຄະ
​ດີ ດັ່ງກ່າວຈະດຳເນີນໄປດ້ວຍຄວາມຍຸຕິ​ທຳ.” ທ່ານກ່າວ​ວ່າ ການ​ຮັກສາຄຸ້ມຄອງ​ສິດທິ​ພົນ​
ລະ​ເຮືອນ ​ຂອງ​ທຸກ​ໆຄົນຢູ່​ໃນອາ​ເມຣິກາ ​ເປັນ​ບູລິມະສິດສຳຄັນ​ສູງ​ສຸດ​ຂອງກະຊວງ​ຍຸ​
ຕິທຳ.

XS
SM
MD
LG