ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົບພະຍົບ ຫລາຍພັນຄົນ ເຂົ້າສູ່ ສະໂລເວເນຍ ຈາກ ໂຄຣເອເຊຍ


ພວກອົບພະຍົບ ພາກັນຢ່າງຢູ່ນອກເມືອງ Brezice ປະເທດ Slovenia ວັນທີ 20, ຕຸລາ 2015.
ພວກອົບພະຍົບ ພາກັນຢ່າງຢູ່ນອກເມືອງ Brezice ປະເທດ Slovenia ວັນທີ 20, ຕຸລາ 2015.

ບັນດາ​ຜູ້ຊອກ​ຫາ​ບ່ອນ​ລີ້​ໄພ​ຫລາ​ຍພັນ​ຄົນ ​ໄດ້​ພາກັນ​ເຂົ້າ​ໄປໃນ
ປະ​ເທດສະ​ໂລ​ເວ​ເນຍນັບ​ແຕ່​ວັນ​ເສົານີ້ເປັນຕົ້ນມາ ຊຶ່ງໄດ້ບັງ​ຄັບ
​ໃຫ້​ປະ​ເທດ​ດັ່ງກ່າວຕ້ອງໄດ້ຮັບມືກັບການຫລັ່ງໄຫລເຂົ້າປະເທດ
ເພີ້ມຂື້ນ ຂອງພວກ​ອົບພະຍົບ ຢູ່ໃນເຂດ​ຊາຍ​ແດນ​ພາກ​ໃຕ້.

ບັນດາ​ເຈົ້າໜ້າ​ທີ່ ສະ​ໂລ​ເວ​ເນຍ ກ່າວ​ວ່າ ມີອົບ​ພະ​ຍົບຢ່າງ​
ໜ້ອຍ 4,000 ຄົນ ຮວມທັງທາລົກ ​ແລະ​ເດັກ​ນ້ອຍ ​ໄດ້​ໄປ
ເຖິງ​ໃ​ນວັນ​ອັງຄານ​ວານ​ນີ້ ຈາກ ​ໂຄຣ​ເຊຍ ທີ່​ເພີ້​ມຂື້ນຈາກ
ພວກ​ອົບ​ພະຍົບ ປະມານ 8,000 ຄົນ ທີ່​ໄດ້​ເດີນທາງມ​ໄປ
ເຖິງ ໃນ​ວັນ​ຈັນ​ທີ່​ຜ່າ​ນມາ.

ປະທານາທິບໍດີ ສ​ະ​ໂລ​ເວ​ເນຍ ທ່ານ Borut Pahor ກ່າວ​ວ່າ ຈະ​ເພີ້​ມຕຳຫລວດ​ໄປ​ຍັງ
​ຊາຍ​ແດນທີ່ຕິກັບ ​ໂຄຣ​ເຊຍ ແລະທ່ານພ້ອມແລ້ວ ທີ່ຈະໃຫ້ການອະນຸມັດ ຕໍ່ການສົ່ງທະ
ຫານສະໂລວາເນຍ ໄປຮັບມືກັບສະຖານະການ ໃນການຫລັ່ງໄຫລເຂົ້າປະເທດຢ່າງ
ຫລວງຫລາຍຂອງອົບພະຍົບ. ​

ຫລັງ​ຈາກ​ໄດ້​ພົບ​ປະກັນ​ກັບ ປະທານຢູ​ໂຣບ ທ່ານ Doanald Tusk ​ແລະ ປະທານຄະນະ ກຳມາທິການຢູໂຣບ ທ່ານ Jean-Claude Juncker ທີ່​ນະຄອນ Brussels ແລ້ວ ປະທາ
ນາທິບໍດີ ສະ​ໂລ​ເວ​ເນຍ ກ່າວ​ວ່າ ການຊ່ວຍເຫລືອຂອງຕຳຫລວດ​ຊາຍແດນ ແລະການ​
ຊ່ວຍ​ເຫລືອ​ດ້ານ​ການ​ເງິນ ​ເພື່ອ​ຮັບມືກັບ​ວິ​ກິ​ດການ ກໍຈະໄດ້ຮັບການອະນຸມັດ ​ຖ້າ​ຫາກ
​ຮ້ອງ​ຂໍ.

ໃນການຖະແຫຼງຕໍ່​ບັນດາ​ນັກ​ຂ່າວ​ທີ່ ນະຄອນ Ljubljana ​ໃນ​ຕອນ​ເຊົ້າມື້ວານນີ້ ລັດຖະ
ມົນຕີ​ພາຍ​ໃນ ສະ​ໂລ​ເວ​ເນຍ ທ່ານ Bostjan Sefic ກ່າວ​ວ່າ ການໃຊ້ອຳນາດ​ທະຫານ
ຈະ​ເປັນ​ທີ່​ຈຳກັດ ​ແລະ​ຈະ​ບໍ່​ມີ​ເຈົ້າ​ໜ້າ​ທີ່​ຕຳຫລວດ ​ແລະ “ທຸກສິ່ງ​ທຸກ​ຢ່າງ ຈະ​ນຳພາ
ໂດຍ ຕຳ​ຫລວດ ສະ​ໂລ​ເວ​ເນຍ.”

ທ່ານ Sefic ກ່າ​ວວ່າ ລັດຖະບານ​ຂອງ​ທ່ານ ບໍ່​ໄດ້​ບົ່ງ​ບອກ​ເຖິງ​ຄວາມ​ເປັນໄປໄດ້ ໃນການຄຸ້ມຄອງການ​ຂ້າມຊາ​ຍ​ແດນ “ດ້ວຍການໃຊ້ເຄື່ອງ ກີດຂວາງ.”

ສະໂລເວເນຍ ເປັນປະເທດນ້ອຍໆ ມີພົນລະເມືອງ 2 ລ້ານ 2 ແສນຄົນ ຍັງໄດ້ຮ້ອງຂໍ
ການຊ່ວຍເຫລືອຈາກ ສະຫະພາບຢູໂຣບ ເພື່ອຮັບມືກັບ ການຫລັ່ງໄຫລເຂົ້າປະເທດ
ຂອງຜູ້ລີ້ໄພ ແລະອົບພະຍົບ ທີ່ເດີນທາງໄປເຖິງຈາກ ໂຄຣເຊຍ ນັບແຕ່ ຮັງກາຣີ ໄດ້ປິດ
ຊາຍແດນ ໃນວັນສຸກແລ້ວນີ້ເປັນຕົ້ນມາ.

Europe Migrants
please wait
Embed

No media source currently available

0:00 0:01:35 0:00

XS
SM
MD
LG