ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ພວກປະທ້ວງໃນເມັກຊິໂກ ທຳລາຍ ຕຶກໂຮງການ ລັດຖະບານ


Mexico Protests VO
please wait
Embed

No media source currently available

0:00 0:01:10 0:00

Mexico Protests VO

ພວກປະທ້ວງໃນລັດ Guerrero ປະເທດເມັກຊິໂກ ​ໄດ້​ພາກັນ​
ບຸກ​ເຂົ້າ​ທຳລາຍ ສຳນັກງານ​ຂອງລັດຖະບານ ໃນວັນຈັນວານນີ້ ​
ໃນ​ການເພີ້ມທະວີ​ການ​ປະ​ທ້ວງ ຍ້ອນຄວາມ​ໂກດ​ແຄ້ນ ກ່ຽວກັບ
ການຫາຍຕົວໄປຂອງ ນັກສຶກສາຫຼາຍສິບຄົນ ໃນເດືອນແລ້ວນີ້.

ປະຊາຊົນຫຼາຍຮ້ອຍຄົນ ພາກັນທັບກະຈົກ ປ່ອງຢ້ຽມ ແລະຈູດ
ໄຟເຜົາຕຶກສຳນັກງານລັດຖະບານ ໃນເມືອງ Chilpancingo
ເມືອງ​ຫລວງ​ຂອງ​ລັດ Guerrero ຫຼັງຈາກທີ່ ພວກພະນັກງານ
ເລີກການ​ໄປແລ້ວ. ການປະທ້ວງຄັ້ງນີ້ແມ່ນເປັນຄັ້ງຫຼ້າສຸດທີ່
ກ່ຽວຂ້ອງກັບນັກສຶກສາ ​ໂຮງຮຽນສ້າງຄູ ຈຳນວນ 43 ຄົນທີ່ຍັງ
ຫາຍສາບສູນ ຫຼັງຈາກທີ່ໄດ້ ປະທະກັບຕຳຫຼວດໃນເມືອງ Iguala.

ເຈົ້າໜ້າທີ່ໄດ້ທຳການຈັບກຸມຕໍາຫຼວດ ຢ່າງນ້ອຍ 22 ຄົນ ແລະສະມາຊິກແກ໊ງອັນຕະພານ
ຫລາຍ​ຄົນ ໃນຄະດີ ທີ່​ເອົາ​ເຈົ້າ​ໜ້າ​ທີ່ຮັກສາຄວາມປອດໄພ ​ໄປພົວພັນກັບ​ແກ໊ງອາ​ຊະ​ຍາ
ກ​ອນ.

ຍັງບໍ່ມີຮ່ອງຮອຍ​ໃດ ຂອງພວກນາຍຄູຝຶກຫັດ​ເຫລົ່າ​ນັ້ນ ນັບຕັ້ງແຕ່ ຫາຍຕົວໄປໃນວັນທີ 26 ​ເດືອນກັນຍາ. ການກວດສອບ DNA ກຳລັງດຳເນີນຢູ່ຕໍ່ມາ ​ເພື່ອ​ພິສູດ​ວ່າ ພວກສົບ
ທີ່ໄດ້ພົບ​ເຫັນ​ຢູ່ຂຸມຝັງສົບໝູ່ ໃນເມືອງ Iguala ເປັນຂອງພວກນັກສຶກສາ ຫລື​ບໍ່.

XS
SM
MD
LG