ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວເມັກຊິກໂກ ຫຼາຍໝື່ນຄົນ ເດີນຂະບວນ ປະທ້ວງ ຕໍ່ຕ້ານ ປ. ທຣຳ ແລະ ປ. ນີເອໂຕ


ພວກປະທ້ວງ ພາກັນໂບກທຸງຊາດຂອງເມັກຊິກໂກ ແລະຊູປ້າຍຕໍ່ຕ້ານ ທ່ານທຣຳ ຕ່າງໆນາໆ ທັງເປັນພາສາ ສະເປນ ແລະ ອັງກິດ ທີ່ບາງອັນມີຄຳເວົ້າ ທີ່ຫຍາບຄາຍນຳ.
ປ້າຍໃຫຍ່ອັນນຶ່ງ ທີ່ຍໍຂຶ້ນໂດຍພວກປະທ້ວງ ກ່າວວ່າ “ທ່ານທຣຳ ຕ້ອງນັບຖືເມັກຊິໂກ” ໃນນະຄອນຫຼວງ Mexico City, ເມື່ອວັນອາທິດ ທີ 12 ກຸມພາ 2017.
ພວກປະທ້ວງ ພາກັນໂບກທຸງຊາດຂອງເມັກຊິກໂກ ແລະຊູປ້າຍຕໍ່ຕ້ານ ທ່ານທຣຳ ຕ່າງໆນາໆ ທັງເປັນພາສາ ສະເປນ ແລະ ອັງກິດ ທີ່ບາງອັນມີຄຳເວົ້າ ທີ່ຫຍາບຄາຍນຳ. ປ້າຍໃຫຍ່ອັນນຶ່ງ ທີ່ຍໍຂຶ້ນໂດຍພວກປະທ້ວງ ກ່າວວ່າ “ທ່ານທຣຳ ຕ້ອງນັບຖືເມັກຊິໂກ” ໃນນະຄອນຫຼວງ Mexico City, ເມື່ອວັນອາທິດ ທີ 12 ກຸມພາ 2017.

ພວກປະທ້ວງຫຼາຍພັນຄົນ ໄດ້ໂຮມຊຸມນຸມກັນ ຢູ່ທົ່ວຕົວເມືອງຕ່າງໆ ຂອງ Mexico
ປະມານ 20 ແຫ່ງ ໃນວັນອາທິດວານນີ້ ເພື່ອປະນາມ ແຜນການກໍ່ສ້າງກຳແພງ ຢູ່ຕາມ
ຊາຍແດນ ຂອງປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ແລະຍັງໄດ້ດູຖູກ ທ່ານ
Enrique Pena Nieto ປະທານາທິບໍດີ ຂອງພວກຕົນ ວ່າ ເປັນຜູ້ນຳທີ່ອ່ອນແອ ຜູ້ທີ່
ໄດ້ຮັບຜິດຊອບ ໃນຕະຫຼອດໄລຍະ ມີການສໍ້ລາດບັງຫຼວງ ແລະ ຄວາມຮຸນແຮງ ຢູ່ໃນ
ປະເທດ ຢ່າງແຜ່ຫຼາຍ.

ບັນດາເຈົ້າໜ້າທີ່ໃນທ້ອງຖິ່ນ ກະປະມານວ່າ ຈຳນວນຜູ້ຄົນທີ່ອອກມາເດີນຂະບວນ
ປະທ້ວງ ຢູ່ໃນສອງຕົວເມືອງໃຫຍ່ທີ່ສຸດຂອງປະເທດ ຄື ນະຄອນຫຼວງMexico City
ແລະ Guadalajara ນັ້ນ ມີທັງໝົດ 30,000 ຄົນ.

ພວກປະທ້ວງພາກັນໂບກທຸງຊາດຂອງເມັກຊິໂກ ແລະຊູປ້າຍຕໍ່ຕ້ານທ່ານທຣຳຕ່າງໆ
ນາໆ ທັງເປັນພາສາ ສະເປນ ແລະ ອັງກິດ ທີ່ບາງອັນມີຄຳເວົ້າ ທີ່ຫຍາບຄາຍນຳ.

ປ້າຍໃຫຍ່ອັນນຶ່ງ ທີ່ຍໍຂຶ້ນໂດຍພວກປະທ້ວງ ກ່າວວ່າ “ທ່ານທຣຳ ຕ້ອງນັບຖື
ເມັກຊິໂກ.”

ອີກຫຼາຍໆຄົນໄດ້ຮ້ອງໂຮ ວ່າ “ພວກເຮົາຢາກໄດ້ຂົວ ບໍ່ແມ່ນກຳແພງ” ຊຶ່ງໝາຍເຖິງ
ແຜນການກໍ່ສ້າງກຳແພງ ຢູ່ຊາຍແດນ ລະຫວ່າງ ສະຫະລັດ ກັບ ເມັກຊິໂກ ຂອງ
ທ່ານທຣຳ ທີ່ທ່ານກ່າວວ່າ ຈະຫລຸດຜ່ອນພວກຄົນເຂົ້າເມືອງ ທີ່ຜິດກົດໝາຍ ແລະ
ການລັກລອບນຳເອົາຢາເສບຕິດ ເຂົ້າມາໃນ ສະຫະລັດ.

ເມັກຊິໂກ ຢ້ານວ່າ ນະໂຍບາຍຕ່າງໆ ຂອງປະທານາທິບໍດີ ສະຫະລັດ ອາດຈະສົ່ງ
ຜົນເຮັດໃຫ້ ເສດຖະກິດທີ່ໃຫຍ່ທີ່ສຸດ ອັນດັບສອງ ຂອງປະເທດອາເມຣິກາ ລາຕິນ
ຕົກຢູ່ໃນພາວະວິກິດການ.

ທ່ານທຣຳ ຍັງໄດ້ຂົ່ມຂູ່ເສດຖະກິດຂອງເມັກຊິໂກ ໂດຍການເຕືອນວ່າ ທ່ານຈະຍົກ
ເລີກສາຍສຳພັນພິເສດດ້ານການຄ້າ ຂອງເມັກຊິໂກ ກັບ ສະຫະລັດ ຊຶ່ງທ່ານໄດ້ໂທດ
ເມັກຊິໂກ ສຳລັບ ການສູນເສຍວຽກເຮັດງານທຳ ຂອງຊາວອາເມຣິກັນ.

Mexico Protests
please wait
Embed

No media source currently available

0:00 0:01:23 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG