ມີການຖືປ້າຍຕ່າງໆ ແລະກໍຮ້ອງໂຮ ປະນາມປະທານາທິບໍດີທີ່ຫາກໍຖືກເລືອກໃໝ່
ວ່າເປັນພວກແບ່ງແຍກເຊື້ອຊາດຜິວພັນ ແລະເປັນຄົນກຽດຊັງພວກແມ່ຍິງ ຊຶ່ງພວກ
ປະທ້ວງຫຼາຍພັນຄົນ ໄດ້ພາກັນລົງສູ່ຖະນົນຫົນທາງ ຢູ່ຕາມຫົວເມືອງຕ່າງໆໃນທົ່ວ
ສະຫະລັດ ໃນວັນພຸດວານນີ້ ເພື່ອປະທ້ວງການໄດ້ຮັບໄຊຊະນະໃນການເລືອກຕັ້ງ
ປະທານາ ທິບໍດີຂອງທ່ານ Donald Trump.
ຝູງຊົນຂະໜາດໃຫຍ່ພາກັນເຕົ້າໂຮມກັນຈົນແໜ້ນຖະໜົນ Fifth Ave ໃນນະຄອນ
New York ຕໍ່ໜ້າຕຶກຂອງທ່ານ Trump ບ່ອນທີ່ປະທານາທິບໍດີຜູ້ຊຶ່ງຫາກໍຖືກເລືອກ
ໃໝ່ນີ້ອາໄສຢູ່ ໂດຍພາກັນຍົກປ້າຍໄປມາ ທີ່ມີຄຳຂວັນຂຽນວ່າ “Love Trumps Hate”
ທີ່ມີຄວາມໝາຍວ່າ ຮັກໃນສິ່ງທີ່ທ່ານ Trumps ກຽດຊັງ.
ອີກກຸ່ມນຶ່ງກໍພາກັນໂຮມຊຸມນຸມ ກົງກັນຂ້າມກັບທຳນຽບຂາວໃນນະຄອນຫຼວງວໍຊີງຕັນ
ຊຶ່ງຈະເປັນບ່ອນພຳນັກຂອງທ່ານ Trumps ໃນເວລາອັນໃກ້ໆນີ້. ພຽງແຕ່ບໍ່ເທົາໃດຮ່ອມ
ຈາກຖະໜົນ Pennsylvania ບ່ອນທີ່ໂຮງແຮມຂອງທ່ານ Trumps ທີ່ຫາກໍເປີດ ໃຫ້ບໍລິ ການນັ້ນ ພວກປະທ້ວງກໍພາກັນ ໂຮຮ້ອງອອກມາວ່າ“ບອກອອກມາດັງໆບອກອອກມາ ຢ່າງຈະແຈ້ງວ່າ ທີ່ນີ້ຍິນດີຕ້ອນຮັບພວກອົບພະຍົບ.”
ສ່ວນໃນບ່ອນອື່ນໆ ທາງຝັ່ງຕາເວັນອອກຂອງສະຫະລັດນັ້ນ ພວກປະທ້ວງແມ່ນໄດ້
ພາກັນເຕົ້າໂຮມກັນ ທີ່ນະຄອນ Miami ນະຄອນ Philadelphia ແລະນະຄອນ
Boston ບ່ອນທີ່ພວກປະທ້ວງພາກັນຖືປ້າຍຮຽກຮ້ອງໃຫ້ຟ້ອງແລະປົດຕຳແໜ່ງທ່ານ Trump ແລະໃຫ້ຍຸຕິ ການເລືອກແບບໃຊ້ຄະແນນສຽງຜູ້ແທນລັດ ຊຶ່ງເປັນຂັ້ນຕອນ ທີ່ລັດຖະທຳມະນູນໄດ້ກຳນົດໄວ້ທີ່ນຳໄປສູ່ການໄດ້ຮັບໄຊຊະນະເປັນປະທານາທິບໍດີ
ສະຫະລັດຂອງທ່ານ Trump ເຖິງແມ່ນວ່າ ທ່ານຈະມີຄະແນນສຽງຫລຸດໜ້ອຍນຶ່ງ
ເມື່ອນັບຄະແນນທັງໝົດຂອງປະຊາຊົນໃນທົ່ວປະເທດ.
ໃນຝັ່ງກົງກັນຂ້າມອີກດ້ານນຶ່ງຂອງປະເທດພວກປະທ້ວງໃນນະຄອນ Los Angeles
San Francisco, Portland ແລະ Seattle ກໍພາກັນອອກມາເດີນຂະບວນແລະຂັດ
ຂວາງການສັນຈອນໄປມາ ເພື່ອສະແດງອອກເຖິງຄວາມໂກດແຄ້ນຕໍ່ການທີ່ທ່ານ
Trump ໄດ້ຊະນະ ທ່ານນາງ Hillary Clinton.
ໃນພາກກາງຂອງປະເທດນັ້ນ ພວກປະທ້ວງໄດ້ໂຮມຊຸມນຸມກັນໃນນະຄອນ Chicago ເມືອງແຝດ ລັດ Minnessota ເມືອງ Omaha ລັດ Nebraska ແລະເມືອງ Kasas City ລັດ Missouri.