ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະ​ຊາ​ຊົນ ຫຼາຍ​ພັນ​ຄົນ ຢືນ​ລຽນ​ກັນ ເພື່ອ​ເບິ່ງ ກະ​ສັດຂອງ ຍີ່​ປຸ່ນ


​ກະ​​ສັດ ນາ​ຣູ​ຮີ​ໂຕະ ແລະ​ ​ມະ​ເຫ​ສີ ມາ​ຊາ​ໂກະ ຍົກ​ມື​ທັກ​ທາຍ​ປະ​ຊາ​ຊົນ ໃນ​ຂະ​ບວນ​ລົດກະ​ສັດ ທີ່​ນະ​ຄອນຫຼວງ ໂຕ​ກຽວ. 10 ພະ​ຈິກ, 2019. (AP Photo/Jae C. Hong)
​ກະ​​ສັດ ນາ​ຣູ​ຮີ​ໂຕະ ແລະ​ ​ມະ​ເຫ​ສີ ມາ​ຊາ​ໂກະ ຍົກ​ມື​ທັກ​ທາຍ​ປະ​ຊາ​ຊົນ ໃນ​ຂະ​ບວນ​ລົດກະ​ສັດ ທີ່​ນະ​ຄອນຫຼວງ ໂຕ​ກຽວ. 10 ພະ​ຈິກ, 2019. (AP Photo/Jae C. Hong)

ປະ​ຊາ​ຊົນ​ຊາວ ​ຍີ່​ປຸ່ນ ຫຼາຍສິບ​ພັນ​ຄົນ ລຽນ​ແຖວ​ເປັນ​ສາຍ​ຕາມ​ເສັ້ນ​ທາງ ທີ່​ຍາວ​ຢຽດເຖິງ 5 ກິ​ໂລ​ແມັດ ໃນ​ໃຈ​ກາງ​ນະ​ຄອນຫຼວງ​ໂຕ​ກຽວ ໃນ​ວັນ​ອາ​ທິດມື້ນີ້ ເພື່ອທີ່​ຈະ​ໄດ້​ເບິ່ງ ​ກະສັດ ນາ​ຣູ​ຮີ​ໂຕະ ແລະ​ ​ມະ​ເຫ​ສີ ມາ​ຊາ​ໂກະ ​ພຽງ​ເລັກໆນ້ອຍໆ ທີ່ບໍ່​ຄ່ອຍ​ເກີດ​ຂຶ້ນ​ເລື້ອຍນັ້ນ.

ຂະ​ບວນ​ແຫ່​ລົດເປັນ​ພິ​ທີ​ນຶ່ງ​ໃນ​ທ້າຍ​ງານ ຂອງ​ການ​ຂຶ້ນ​ຄອງ​ບັນ​ລັງ​ຂອງ​ກະ​ສັດ ນາ​ຣູ​ຮີ​ໂຕະ.

ກະ​ສັດນາ​ຣູ​ຮີ​ໂຕະ ໄດ້​ເລີມ​ຕົ້ນ​ເຂົ້າ​ຄອງ​ບັນ​ລັງດອກເບນ​ຈະ​ມາດ ໃນ​ເດືອນພຶດ​ສະ​ພາ ຜ່ານ​ມາ​ຢ່າງ​ເປັນ​ທາງ​ການ ໃນ​ເວ​ລາທີ່​ພະ​ບິ​ດາ​ຂອງ​ພະ​ອົງ ທີ່​ຊົງ​ມີ​ອາ​ຍຸ​ໄດ້​ 85 ປີ ກໍ​ຄື ​ກະ​ສັດ ອາ​ກິ​ຮີິໂຕະ ໄດ້ສະ​ຫລະ​ບັນ​ລັງ​ຢ່າງ​ເປັນ​ທາງ​ການ ຫຼັງ​ຈາກ​ທີ່​ໄດ້​ປົກ​ຄອງ​ມາ​ໄດ້​ສີ່​ທົດ​ສະ​ວັດ​ມາ​ແລ້ວ ໂດຍ​ອ້າງ​ເຖິງ​ສຸ​ຂະ​ພາບ​ທີ່​ອ່ອນ​ເພຍ​ຂອງ​ພະ​ອົງ​ນັ້ນ. ກະ​ສັດ​ ອາ​ກິ​ຮີ​ໂຕະ ຊົງ​ໄດ້​ຮັບ​ບັນ​ລັງ​ຕໍ່​ຈາກ​ພະ​ບິ​ດາ​ຂອງ​ພະ​ອົງ ​ກໍຄື ກະ​ສັດ ຮີ​ໂຣ​ຮີ​ໂຕະ ໃນ​ຍຸ​ສະ​ໄໝ ສົງ​ຄາມ​ໂລກ ຄັ້ງ​ທີ​ສອງ ຊຶ່ງ​ພະ​ບິ​ດາ​ຂອງ​ພະ​ອົງ ເປັນ​ກະ​ສັດ​ຂອງ​ຍີ່​ປຸ່ນ ອົງ​ທຳ​ອິດ ທີ່​ໄດ້​ສະຫຼະ​ບັນ​ລັງ ໃນຊ່ວງ 200 ປີ.

ການແຫ່​ຂະ​ບວນ​ທີ່​ມີ​ຄວາມ​ຍາວ 30 ນາ​ທີ ໃນ​ວັນ​ອາ​ທິດມື້ນີ້ ໄດ້​ເລີ້ມ​ຕົ້ນ​ຂຶ້ນ ຢູ່​ທີ່ຫໍ​ພະ​ລາດ​ຊະ​ວັງ.

ພວກ​ຜູ້​ລໍ​ຖ້າ​ເບິ່ງ​ຈຳ​ນວນ​ນຶ່ງ ໄດ້​ພາ​ກັນ​ຕັ້ງ​ສະ​ຖານ​ທີ່​ພັກ​ຊົ່ວ​ຄາວ​ດ້ວຍ​ຕູບ​ຜ້ານອນ​ຄ້າງ​ຄືນ ໃນ​ການ​ພະ​ຍາຍ​າມ​ທີ່​ຈະ​ໄດ້​ເຫັນ​ມະ​ຫາ​ກະ​ສັດ​ຂອງ​ຍີ່​ປຸ່ນ ໃນ​ລົດ​ເປີດຫຼັງ​ຄາ ທີ່​ອອກ​ແບບ​ມາ​ເປັ​ນ​ພິ​ເສດ ຈາກ​ບໍ​ລິ​ສັດ​ໂຕ​ໂຍ​ຕ້າ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG