ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ຫລາຍ​ພັນ​ຄົນ​ລຽນ​ແຖວ​ກັນ​ເຂົ້າ​ໄປ ​ໄວ້​ອາ​ໄລ ແລະ​ສັ່ງ​ລາພະ​ຣາ​ຊີ​ນີ ເອ​ລີ​ຊາ​ແບັດ ທີ II


ປະ​ຊາ​ຊົນ​ພາ​ກັນ​ໄປ​ສະ​ແດງຄວາມເຄົາ​ລົບ ​ໃນ​ຂະ​ນະ​ທີ່​ເຂົາ​ເຈົ້າຍ່າງ​ຜ່ານ​ໂລງພະ​ບໍ​ລົມ​ມະສົບຂອງ​ພະ​ຣາ​ຊີ​ນີ Elizabeth ທີ II ທີ່ດອຍ​ໄວ້​ໃນ​ຫ້ອງ​ຮັບ​ຮອງ​ໃຫຍ່​​ຂອງສະ​ພາ ແວັ​ສມິນ​ສເຕີ ຢູ່​ໃນ​ພະ​ຣາ​ຊະ​ວັງແວັ​ສມິນ​ສເຕີ, ນະ​ຄອນ​ຫລວງ​ລອນ​ດອນ, 15 ກັນຍາ, 2022.
ປະ​ຊາ​ຊົນ​ພາ​ກັນ​ໄປ​ສະ​ແດງຄວາມເຄົາ​ລົບ ​ໃນ​ຂະ​ນະ​ທີ່​ເຂົາ​ເຈົ້າຍ່າງ​ຜ່ານ​ໂລງພະ​ບໍ​ລົມ​ມະສົບຂອງ​ພະ​ຣາ​ຊີ​ນີ Elizabeth ທີ II ທີ່ດອຍ​ໄວ້​ໃນ​ຫ້ອງ​ຮັບ​ຮອງ​ໃຫຍ່​​ຂອງສະ​ພາ ແວັ​ສມິນ​ສເຕີ ຢູ່​ໃນ​ພະ​ຣາ​ຊະ​ວັງແວັ​ສມິນ​ສເຕີ, ນະ​ຄອນ​ຫລວງ​ລອນ​ດອນ, 15 ກັນຍາ, 2022.

ພວກ​ຜູ້​ໄວ້ອາ​ໄລ​ຫຼາຍ​ສິບ​ພັນ​ຄົນ​ໄດ້​ພາກັນຢືນ​ລຽນ​ແຖວ​ຕະ​ຫລອດ​ທັງ​ຄືນ ​ແລະ ເວັນ ​ໃນ​ວັນ​ພະຫັດວານນີ້ ​ເພື່ອ​ເຂົ້າ​ໄປ​ຢ້ຽມໂລງພະ​ບໍ​ລົມ​ມະສົບ​ຂອງ​ພະຣາຊີນີ ເອ​ລີ​ຊາ​ແບັດ​ທີ II ​ໃນ​ຫ້ອງຮັບ​ຮອງ​ໃຫຍ່ຂອງຫໍ​ສະ​ພາແວັ​ສມິນ​ສເຕີ (Westminster).

ວິ​ດີ​ໂອ​ຖ່າຍ​ທອດ​ອອກອາ​ກາດ​ໃນ​ລອນ​ດອນ​ໄດ້​ສະ​ແດງ​ໃຫ້​ເຫັນ​ຜູ້​ໄວ້​ອາ​ໄລໄປ​ລຽນ​ແຖວກັນ ເປັນ​ສາຍ​ລຽບ​ຝັ່ງ​ແມ່​ນ້ຳເທມ​ສ໌ (Thames) ແລະ​ຢູ່ຟາກ​ຂົວຫໍ​ຄອຍ ຫລື Tower Bridge ຊຶ່ງ​ມີ​ຄວາມ​ຍາວ​ປະມານ 5.6 ກິ​ໂລ​ແມັດ. ພວກເຈົ້າ​ໜ້າ​ທີ່​ຄາດ​ວ່າ​ ຈະ​ມີ​ປະ​ຊາ​ຊົນ 750,000 ຄົນ ​ໄປ​ເຄົາລົບພະ​ບໍ​ລົມ​ມະສົບ​ ກ່ອນ​ພິທີ​ປົງ​ສົບ​ຂອງ​ພະ​ຣາຊີ​ນີທີ່​ຈະ​ຈັດ​ຂຶ້ນ​ໃນ​ວັນ​ຈັນ​ຈະ​ມາ​ເຖິງນີ້.

ຫ້ອງຮັບ​ຮອງ​ໃຫຍ່​ແຫ່ງນັ້ນຈະເປີດໄວ້ 23 ຊົ່ວໂມງຕໍ່ມື້ ເພື່ອໃຫ້​ຜູ້​ໄວ້​ອາ​ໄລ​ພະ​ບໍ​ລົມ​ມະ​ສົບເຂົ້າ​ໄປ ແລະຈະຖືກຍາມ​ຮັກ​ສາ​ຄວາມ​ປອດ​ໄພ​ໂດຍທະຫານປະ​ຈຳພະຣາຊະວັງ.

ພະຣາຊະວັງບັກ​ກິງ​ແຮມ (Buckingham) ໃນວັນພະຫັດວານນີ້ ໄດ້ເປີດເຜີຍ ຄໍາສັ່ງຢ່າງ​ເປັນ​ທາງ​ການກ່ຽວ​ກັບພິ​ທີການ​ຕ່າງໆ ຈົນໄປຮອດແລະຫຼັງຈາກ ພິທີປົງ​ສົບທາງ​ການໃນວັນຈັນຈະ​ມານີ້. ໃນວັນສຸກມື້ນີ້, ກະສັດຊາ​ລ​ສ໌ທີ III ພ້ອມດ້ວຍບັນດານ້ອງໆຂອງພະອົງຈະເຂົ້າໄວ້​ອາ​ໄລຢູ່ຂ້າງໂລງພະ​ບໍ​ລົມ​ມະ ສົບຂອງພະ​ມານ​ດາຂອງພວກພະ​ອົງເປັນເວລາ 15 ນາທີ ໃນຫ້ອງຮັບ​ຮອງ​ໃຫຍ່ແວັ​ສມິນ​ສເຕີດັ່ງທີ່ພວກພະ​ອົງໄດ້ເຮັດໃນຕົ້ນອາທິດນີ້ ໃນເວລາທີ່ໂລງ​ພະ​ບໍ​ລົມ​ມະ​ສົບ​ນັ້ນດອຍຢູ່ໃນພະວິຫານເຊນ​ທ໌ ໄຈ​ລ​ສ໌ (St. Giles) ໃນນະ​ຄອນ ເອ​ດິນເບີກ (Edinburg).

ມີແຂກ​ປະມານ 2,000 ຄົນ, ລວມທັງ​ປະມຸກ​ລັດ​ທີ່​ມາ​ຢ້ຽມຢາມ​ ແລະ​ບັນດາ​ຜູ້​ມີ​ກຽດຄົນ​ອື່ນໆ ຄາດ​ວ່າ​ຈະ​ເຂົ້າ​ຮ່ວມພິ​ທີ​ປົງ​ສົບ​ພະ​ອົງ​ໃນ​ວັນ​ຈັນຈະ​ມາ​ເຖິງນີ້​ທີ່ ທີ່ພະ​ວິ​ຫານແວສມິນສເຕີ ອາບ​ບີ (Westminster Abbey). ຫຼັງ​ຈາກ​ນັ້ນໃນ​ທັນ​ທີທັນ​ໃດ ກໍ​ຈະ​ມີການ​ຢືນກົງ​ຄຳ​ນັບ​ດ້ວຍ​ຄວາມ​ມິດ​ງຽບເປັນ​ເວ​ລາ 2 ນາ​ທີ ​ໃນ​ທົ່ວ​ປະ​ເທດ​ອັງກິດ, ​ເຮັດ​ໃຫ້​ຊາວ​ອັງ​ກິດ​ມີ​ໂອກາດໄດ້​ສະ​ແດງ​ຄວາມ​ເຄົາ​ລົບ​ເປັນ​ຄັ້ງສຸດ​ທ້າຍ​ຕໍ່​ມື້​ລາງກະສັດອົງ​ນີ້​.

ຫຼັງຈາກນັ້ນ, ໂລງພະ​ບໍ​ລະສົບຂອງພະ​ຣາ​ຊີ​ນີເອ​ລີ​ຊາ​ແບັດ ​ກໍ​ຈະຖືກນຳອອກ​ຈາກພະ​ວິ​ຫານ​ອາບ​ບີໄປຜ່ານຫົວໃຈທາງປະຫວັດສາດຂອງນະ​ຄອນ​ຫຼວງ ລອນດອນໄປສູ່ປະ​ຕູ​ໄຊແວ​ລ​ລິງ​ຕັນ (Wellington Arch) ໃກ້ກັບພະຣາຊະວັງ ບັກ​ກິງ​ແຮມໂດຍລົດລໍ້ບັນທຸກປືນທີ່​ແກ່​ດ້ວຍ​ມ້າ, ໂດຍທີ່ກະ​ສັດຊາ​ລ​ສ໌ທີ​ III ຈະ​ຊົງພະ​ດຳ​ເນີນ​ດ້ວຍ​ພະ​ບາດ​ຢູ່​ທາງ​ຫລັງ​ຂອງ​ຂະ​ບວນ​ແຫ່​ພະ​ບໍ​ລົມ​ມະ​ສົບ ແລະ ຣາຊະວົງອື່ນໆ ຍ່າງຕາມຫຼັງ.

ຈາກນັ້ນ ໂລງພະ​ບໍ​ລົມ​ມະສົບກໍຈະຖືກຂັບເຄື່ອນຢູ່ໃນພະ​ໂກດຂອງລັດໄປ ຫາປາ​ສາດ​ວິນ​ເຊີ (Windsor) ເພື່ອ​ທຳ​ພິ​ທີ​ທີ່ໂບດເຊນ​ທ໌ ຈອ​ຣ​ສ໌ (St. Georges) ໃກ້ກັບປາ​ສາດວິນ​ເຊີ.

ຕໍ່ມາໃນມື້ນັ້ນ, ສະມາຊິກຂອງຄອບຄົວຣາຊະວົງ ຈະຈັດພິທີຝັງສົບເປັນ​ການ ສ່ວນຕົວ ຢູ່ທີ່ໂບດອະນຸສອນສະຖານກະສັດຈອ​ຣ​ສ໌ (George) ທີ VI, ບ່ອນທີ່ ພະຣາຊິນີຈະຖືກຝັງໄວ້​ຄຽງຂ້າງ​ພະສາມີຂອງພະ​ອົງ ຄືເຈົ້າຊາຍຟີ​ລິບ ຜູ້ທີ່ ສິ້ນພະ​ຊົນ​ໄປໃນປີກາຍນີ້.

​ພະຣາຊີ​ນີເອ​ລີ​ຊາ​ແບັດ​ໄດ້ສິ້ນ​ພະ​ຊົນ​ໄປໃນວັນທີ 8 ກັນຍາທີ່ປາ​ສາດ​ແບ​ລ​ມໍຣາ​ລ (Balmoral) ໃນເຂດທີ່​ຮາບສູງຂອງ​ສກອດ​ແລນ ຊຶ່ງ​ເປັນສະຖານທີ່ຮັກຫອມ​ຂອງ​ພະ​ອົງ ແລະບ່ອນທີ່ເຈົ້າ​ຊາຍ​ຊາ​ລ​ສ໌ໄດ້ຂຶ້ນ​ສະ​ເຫວີຍ​ຣາດເປັນ ກະສັດນັ້ນ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG