ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ປະຊາຊົນຫຼາຍພັນຄົນ ເຂົ້າຮ່ວມການປະທ້ວງ ຕໍ່ຕ້ານລັດຖະບານ ທີ່ບໍ່ເຄີຍເຫັນມາກ່ອນໃນຄິວບາ


ປະທານາທິບໍດີຂອງຄິວບາ ທ່ານມິແກລ ດີອັສ-ຄາແນລ ແມ່ນເຫັນໄດ້ຢູ່ທາງກາງ ໃນລະຫວ່າງການປະທ້ວງທີ່ໄດ້ຖືກຈັດຂຶ້ນໂດຍພົນລະເມືອງທີ່ຮຽກຮ້ອງໃຫ້ມີການປັບປຸງຢູ່ໃນປະເທດ, ໃນເມືອງແຊນ ແອນໂຕນີໂອ ເດີ ລອສ ບາໂນສ ຂອງຄິວບາ, ວັນທີ 11 ກໍລິກົດ 2021.
ປະທານາທິບໍດີຂອງຄິວບາ ທ່ານມິແກລ ດີອັສ-ຄາແນລ ແມ່ນເຫັນໄດ້ຢູ່ທາງກາງ ໃນລະຫວ່າງການປະທ້ວງທີ່ໄດ້ຖືກຈັດຂຶ້ນໂດຍພົນລະເມືອງທີ່ຮຽກຮ້ອງໃຫ້ມີການປັບປຸງຢູ່ໃນປະເທດ, ໃນເມືອງແຊນ ແອນໂຕນີໂອ ເດີ ລອສ ບາໂນສ ຂອງຄິວບາ, ວັນທີ 11 ກໍລິກົດ 2021.

ໃນວັນອາທິດວານນີ້ ຊາວຄິວບາຫຼາຍພັນຄົນ ໄດ້ພາກັນເດີນຂະບວນປະທ້ວງຕໍ່ຕ້ານລັດຖະບານຄັ້ງໃຫຍ່ທີ່ສຸດໃນຫຼາຍຮອບທົດສະວັດ ຂະນະທີ່ປະຊາຊົນສະແດງຄວາມບໍ່ພໍໃຈ ກັບວິກິດການດ້ານເສດຖະກິດ ແລະການຮັບມືກັບໂຣກລະບາດໄວຣັສໂຄໂຣນາຂອງລັດຖະບານ.

ພວກປະທ້ວງໄດ້ຮ້ອງຄຳຂວັນ ຮຽກຮ້ອງເພື່ອໃຫ້ມີອິດສະລະພາບ ເສລີພາບ ແລະເອກະພາບ ຂະນະທີ່ພວກເຂົາເຈົ້າເດີນຂະບວນຢູ່ໃນນະຄອນຫຼວງຮາວານາ ຈົນໃນທີ່ສຸດຕຳຫຼວດໄດ້ສະຫຼາຍການເດີນຂະບວນດັ່ງກ່າວ ໃນຂະນະດຽວກັນນັ້ນ ກໍໄດ້ຈັບກຸມພວກປະທ້ວງບາງສ່ວນ.

ພວກປະທ້ວງ ໄດ້ພາກັນອອກມາເດີນຂະບວນຢູ່ໃນເຂດອື່ນຂອງປະເທດ ລວມທັງຢູ່ໃນເມືອງແຊນ ແອນໂຕນີໂອ ເດີ ລອສ ບາໂນສ ທີ່ຢູ່ໃກ້ກັບນະຄອນຫຼວງຮາວານາ ໂດຍສະແດງຄວາມໂມໂຫຂອງພວກເຂົາເຈົ້າ ກ່ຽວກັບການເຂົ້າແຖວຍາວເພື່ອຊື້ອາຫານ ການຕັດໄຟຟ້າ ແລະບັນຫາກັບການສະໜອງ ຢາປົວພະຍາດ.

ຄິວບາຍັງໄດ້ປະສົບກັບການລະບາດຂອງໄວຣັສໂຄໂຣນາຄັ້ງຮ້າຍແຮງສຸດໂດຍ ບັນດາເຈົ້າໜ້າທີ່ສາທາລະນະສຸກ ລາຍງານວ່າ ມີກໍລະນີຕິດເຊື້ອໄວຣັສໃໝ່ສູງເປັນປະຫວັດການ ເຖິງ 6,923 ຄົນ ແລະ 45 ໄດ້ເສຍຊີວິດ ໃນວັນອາທິດວານນີ້.

ປະທານາທິບໍດີຂອງຄິວບາ ທ່ານມິແກລ ດີອັສ-ຄາແນລ ໄດ້ເດີນທາງໄປຢ້ຽມ ຢາມເມືອງແຊນ ແອນໂຕນີໂອ ເດີ ລອສ ບາໂນສ ໃນວັນອາທິດວານນີ້ ແລະໄດ້ຮັບຮູ້ວ່າ ປະຊາຊົນ ໄດ້ພາກັນອອກມາສະແດງຄວາມບໍ່ພໍໃຈຂອງພວກເຂົາ ເຈົ້າ ແຕ່ໄດ້ຖິ້ມໂທດຄວາມບໍ່ສະຫງົບນັ້ນ ໃສ່ການປຸກລະດົມທາງສື່ສັງຄົມຂອງ“ພວກແກັ່ງມາເຟຍອາເມຣິກັນເຊື້ອສາຍຄິວບາ”.

ທ່ານຍັງໄດ້ຖິ້ມໂທດໃສ່ສະຫະລັດ ຊຶ່ງຢູ່ພາຍໃຕ້ ອະດີດປະທານາທິບໍດີ ດໍໂນລ ທຣຳ ຜູ້ທີ່ໄດ້ວາງມາດຕະການກີດກັນດ້ານການຄ້າຄືນຕໍ່ຄິວບາ. ທ່ານດີອັສ-ຄາແນລ ໄດ້ຮຽກຮ້ອງໃຫ້ພວກສະໜັບສະໜຸນທ່ານອອກມາປະເຊີນໜ້າກັບ “ການຍຸແຍ່ເກາະຜິດ” ແລະກໍມີການປະທ້ວງສະໜັບສະໜຸນລັດຖະບານ ຂະໜາດນ້ອຍກວ່ານຳດ້ວຍ.

ບັນດາເຈົ້າໜ້າທີ່ສະຫະລັດ ໄດ້ສະແດງການສະໜັບສະໜຸນພວກປະທ້ວງຕໍ່ຕ້ານລັດຖະບານ ໃນວັນອາທິດວານນີ້ ແລະໄດ້ກ່າວເຕືອນ ບໍ່ໃຫ້ໃຊ້ຄວາມຮຸນແຮງ.

ທ່ານນາງຈູລີ ຈັງ ຮັກສາການ ລັດຖະມົນຕີຊ່ວຍວ່າການ ກະຊວງຕ່າງປະເທດສະຫະລັດ ຮັບຜິດຊອບກິດຈະການຊີກໂລກຕາເວັນຕົກ ໄດ້ກ່າວໄປວ່າ “ການປະທ້ວງແບບສັນຕິ ແມ່ນກໍາລັງໃຫຍ່ຂຶ້ນ ຢູ່ໃນ #ຄິວບາ ຂະນະທີ່ປະຊາຊົນຄິວບາ ໃຊ້ສິດໃນການໂຮມຊຸມນຸມຂອງພວກເຂົາເພື່ອສະແດງອອກເຖິງຄວາມເປັນຫ່ວງກ່ຽວກັບກໍລະນີການຕິດພະຍາດໂຄວິດ/ການຕາຍ ແລະການຂາດແຄນຢາປິ່ນປົວ”.

ໃນການສົ່ງຕໍ່ຂໍ້ຄວາມໃນທວີດເຕີຂອງທ່ານນາງຈັງນັ້ນ ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ທ່ານເຈັກ ຊູລລີວັນ ໄດ້ກ່າວຕື່ມໃນຂໍ້ຄວາມທີ່ຂຽນລົງໃນທວີດເຕີຂອງທ່ານເອງວ່າ ສະຫະລັດ “ສະໜັບສະໜຸນ ອິດສະຫລະພາບ ຂອງການສະ ແດງອອກ ແລະການໂຮມຊຸມນຸມທົ່ວຄິວບາ ແລະຈະປະນາມຢ່າງໜັກແໜ້ນຕໍ່ຄວາມຮຸນແຮງໃດໆ ຫຼື ການແນເປົ້າໝາຍໃສ່ພວກປະທ້ວງທີ່ສັນຕິ ຜູ້ທີ່ກຳລັງໃຊ້ສິດອັນຊອບທຳຂອງພວກເຂົາເຈົ້າ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG