ປະຊາຊົນ ເຮຕີ ຫຼາຍພັນຄົນພາກັນເຕົ້າໂຮມກັນຢູ່ຖະໜົນຫົນທາງສາຍຕ່າງໆ ໃນນະ
ຄອນຫຼວງຂອງ ເຮຕີ ເພື່ອຕອບສະໜອງຄຳຮຽກຮ້ອງຂອງບັນດານັກສີລະປິນແຫ່ງຊາດ
ທີ່ນິຍົມຊົມຊອບຫຼາຍທີ່ສຸດ ໃຫ້ມາຮ່ວມກັບພວກເຂົາເຈົ້າ ໃນການຮຽກຮ້ອງໃຫ້ປະທາ
ນາທິບໍດີ ໂຈເວີແນລ ມົວເຊ ລາອອກຈາກຕຳແໜ່ງ.
ການປະທ້ວງ ໄດ້ເລີ້ມຕົ້ນຂຶ້ນຢູ່ບໍ່ໄກຈາກ ພະລາຊະວັງແຫ່ງຊາດ ແລະໄດ້ເຄື່ອນຍ້າຍ
ເຂົ້າໄປໃນເຂດຄຸ້ມບ້ານຂອງພວກຄົນລວຍ ເປຊີອົງວີລ (Petionville) ຊຶ່ງການເດີນ
ຂະບວນປະທ້ວງນັ້ນ ມີບັນຍາກາດແບບງານບຸນ.
ໃນເມື່ອຝຸງຄົນເດີນທາງໄປຮອດຄຸ້ມບ້ານ ເປຊີອົງວີລ ພວກເຂົາເຈົ້າພາກັນຢືນຢູ່ດ້ານ
ໜ້າຂອງກົມຕຳຫຼວດ ແລະພາກັນຮ້ອງໂຮວ່າ “Grenadye a laso” ອັນເປັນຄຳຂວັນ
ທີ່ໄດ້ຮ້ອງອອກມາ ຢ້ອນຄືນໄປໃນຍຸກສະໄໝຂອງການປະຕິວັດ ເມື່ອປະເທດຊາດ
ໄດ້ຮັບເອກກະລາດ ຈາກຝຣັ່ງ.
ຜູ້ປະທ້ວງຄົນນຶ່ງທີ່ບໍ່ປະສົງອອກຊື່ ກ່າວວ່າ “ຂ້າພະເຈົ້າ ເຫັນບັນດານັກສີລະປິນທັງ
ຫຼາຍພາກັນອອກມາໃນຖະໜົນຫົນທາງ ເພາະວ່າພວກເຂົາເຈົ້າເຫັນວ່າ ເຮຕີ ບໍ່ມີ
ຄວາມກ້າວໜ້າເລີຍ. ພວກເຂົາເຈົ້າກຳລັງຮຽກຮ້ອງຂໍ ອາຫານ ສະຫວັດດີການ ໄຟຟ້າ
ສຳລັບພວກຄົນຜູ້ທີ່ດຳລົງຊີວິດດ້ວຍຄວາມຍາກລຳບາກ ພວກຄົນທຸກຍາກ ຢູ່ໃນຊຸມ
ຊົນ Cite Soleil, La Saline, Carrefour Feuille. ສ່ວນພວກເຮົາ ທີ່ອາໄສຢູ່ໃນຄຸ້ມ
‘Baz 47’ ແມ່ນຢູ່ກັບພວກເຂົາເຈົ້າ. ພວກເຮົາ ພ້ອມທີ່ຈະກ້າວຂຶ້ນລະດັບນຶ່ງ ເພື່ອໄປ
ຫາ ປະທານາທິບໍດີ ໂຈເວີແນລ ແລະບອກວ່າ ທ່ານຄວນອອກໄປສະ.”
ເຮຕີ ໄດ້ປະສົບກັບການປະທ້ວງມາໄດ້ຫຼາຍເດືອນແລ້ວ ທີ່ເກີດຂຶ້ນຍ້ອນການກ່າວຫາວ່າ
ມີການສໍ້ລາດບັງຫລວງ ບັນຫາການຂາດແຄນນ້ຳມັນ ພາວະເງິນເຟີ້ ການວ່າງງານ ອາ
ຊະຍາກຳ ທີ່ສູງຂຶ້ນ ແລະເປັນສິ່ງທີ່ປະຊາຊົນຖືວ່າ ເປັນການນຳພາທີ່ຫຼົ້ມແຫຼວຂອງປະ
ທານາທິບໍດີ.
ປະທານາທິບໍດີ ມົວເຊ ບໍ່ໄດ້ອອກມາປາກົດຕົວ ຫຼື ບໍ່ໄດ້ຍິນເຖິງເລີຍ ນັບຕັ້ງແຕ່ສັບປະດາແລ້ວນີ້ ໃນເວລາທີ່ທ່ານ ໄດ້ເດີນທາງໄປຢ້ຽມຢາມຕະຫຼາດແຫ່ງນຶ່ງ ໂດຍບໍ່ໄດ້ແຈ້ງໃຫ້
ຊາບລ່ວງໜ້າ ໃນຄຸ້ມ ເປຊີອົງວີລ. ທ່ານໄດ້ພະຍາຍາມຕອບສະໜອງ ຂໍ້ຮຽກຮ້ອງຂອງ
ພວກປະທ້ວງ ດ້ວຍການສັບປ່ຽນຕຳແໜ່ງໃນຄະນະລັດຖະບານຂອງທ່ານ ແລະຈັດຕັ້ງ
ຄະນະກຳມາທິການຊຸດນຶ່ງ ເພື່ອຈັດແຈງໃຫ້ມີການສົນທະນາປຶກສາຫາລືລະດັບຊາດ
ເພື່ອຫາທາງແກ້ໄຂບັນຫາຕ່າງໆຂອງປະເທດຊາດ ອັນເປັນແນວຄິດ ທີ່ໄດ້ຮັບການສະ
ໜັບສະໜຸນໂດຍປະຊາຄົມນານາຊາດ.
ແຕ່ກຸ່ມຝ່າຍຄ້ານ ກ່າວວ່າ ມັນຊ້າເກີນໄປແລ້ວ ແລະ ພວກເຂົາເຈົ້າ ຈະບໍ່ຍອມຮັບເອົາ
ສິ່ງໃດທັງນັ້ນ ພຽງແຕ່ຢາກໃຫ້ປະທານາທິບໍດີ ຍື່ນໜັງສືລາອອກ ເທົ່ານັ້ນ. ຈົນກວ່າວ່າ
ຈະເຖິງເວລານັ້ນ ພວກເຂົາເຈົ້າວາງແຜນທີ່ຈະອອກມາເຕົ້າໂຮມກັນຢູ່ຖະໜົນຫົນທາງ
ປິດກັ້ນປະເທດ ຈົນກວ່າຂໍ້ຮຽກຮ້ອງຂອງພວກເຂົາເຈົ້າ ໄດ້ຮັບການຕອບສະໜອງ.