ພວກນັກເຄື່ອນໄຫວເພື່ອສິດທິໃນການຄອບຄອງປືນຫຼາຍພັນຄົນ ຮວມທັງພວກສະມາຊິກທະຫານບ້ານຕິດອາວຸດ ໄດ້ເຕົ້າໂຮມຊຸມນຸມ ຢ່າງສັນຕິ ໃນວັນຈັນວານນີ້ ຢູ່ທີ່ເມືອງເອກຂອງລັດເວີຈີເນຍທີ່ຕັ້ງຢູ່ທາງພາກຕາເວັນອອກສຽງໃຕ້ຂອງສະຫະລັດ ໃນການສະແດງອອກເຖິງການຄັດຄ້ານຕໍ່ຂໍ້ສະເໜີກົດລະບຽບຕ່າງໆໃນການຄວບຄຸມປືນຂອງລັດຖະບານຂັ້ນທ້ອງຖິ່ນ.
ເຖິງແມ່ນຈະມີຄວາມຢ້ານກົວວ່າ ການໂຮມຊຸມນຸມນັ້ນ ຈະຫັນກາຍເປັນຄວາມຮຸນແຮງ ກໍຕາມ ການປະທ້ວງກໍໄດ້ສິ້ນສຸດລົງ ໂດຍປາສະຈາກການລາຍງານ ຂອງເຫດການຮ້າຍແຮງ ຫຼືການຈັບກຸມແຕ່ຢ່າງໃດເລີຍ. ພວກນັກຂ່າວທີ່ປະຈຳການຢູ່ທີ່ການໂຮມຊຸມນຸມ ກ່າວວ່າ ບັນຍາກາດໂດຍສ່ວນໃຫຍ່ແລ້ວ ແມ່ນຄືກັບງານບຸນ ໂດຍມີພວກເດີນຂະບວນປະທ້ວງຮ້ອງໂຮວ່າ “USA USA.” ຫຼາຍໆຄົນຢູ່ໃນຝຸງຄົນນັ້ນ ໃສ່ເຄື່ອງໜຸ່ງທີ່ມີຄຳຂວັນຕ່າງໆນາໆ ໃຫ້ການສະໜັບສະແກ່ປະທານາທິບໍດີ ດໍໂນລ ທຣຳ.
ກ່ອນໜ້າການໂຮມຊຸມນຸມກັນ ການຮັກສາຄວາມສະຫງົບ ໄດ້ຖືກຍົກລະດັບຂຶ້ນ ໃນບໍລິເວນອ້ອມແອ້ມລັດຖະສະພາຂອງລັດເວີຈີເນຍ ໃນເມືອງເອກຣິຈມອນ (Richmond) ບ່ອນທີ່ລັດນີ້ ໄດ້ປະກາດບັງຄັບໃຊ້ພາວະສຸກເສີນ ຈົນເຖິງວັນອັງຄານມື້ນີ້. ຜູ້ປົກຄອງລັດເວີຈີເນຍ ທ່ານຣາຟ ນໍຖຳ ເມື່ອວັນພຸດຜ່ານມານີ້ ໄດ້ອອກແຈ້ງການ ທີ່ຫ້າມບໍ່ໃຫ້ເອົາອາວຸດທຸກຊະນິດ ເຂົ້າມາໃນຈະຕຸລັດຂອງເມືອງເອກ ເພື່ອປ້ອງກັນບໍ່ໃຫ້ “ພວກກຸ່ມທະຫານບ້ານບຸກເຂົ້າມາໃນເມືອງເອກຂອງພວກເຮົາ.”
ປືນຊະນິດຕ່າງໆ ກໍຍັງອະນຸຍາດໃຫ້ຖືໄດ້ຢູ່ນອກຈະຕຸລັດຂອງລັດຖະສະພາຂອງລັດ ແລະ ຫຼາຍໆຄົນທີ່ມາຮວມໃນການຊຸມນຸມ ກໍເຂົ້າມາໃນຣິຈມອນ ພ້ອມດ້ວຍປືນຍາວຂອງພວກເຂົາເຈົ້າ.
ທ້າວອອສຕິນ ໄວ້ ຜູ້ປະທ້ວງຕິດອາວຸດຄົນນຶ່ງ ໄດ້ກ່າວຕໍ່ວີໂອເອວ່າ ການເດີນຂະບວນປະທ້ວງ ແມ່ນໝາຍເຖິງ ເພື່ອ “ສະແດງໃຫ້ເຫັນວ່າ ຄົນທົ່ວໄປສາມາດໂຮມຊຸມນຸມກັນໄດ້ຢ່າງສັນຕິ ແລະພວກຄົນຢ່າງຫຼວງຫຼາຍຕິດອາວຸດ ແລະບໍ່ມີຫຍັງເກີດຂຶ້ນເລີຍ.”
ຜູ້ກ່ຽວກ່າວອີກວ່າ “ປືນທັງຫຼາຍ ຊ່ອຍຊີວິດຄົນໄດ້ໃນແຕ່ລະວັນ ແຕ່ມັນກໍບໍ່ເຄີຍວ່າ ໄດ້ອອກຢູ່ໃນຂ່າວເລີຍ.”
ສ່ວນນາງແມດີສັນ ແກຣຟ ຈາກເມືອງລິນຈ໌ເບີກ ຂອງລັດເວີຈີເນຍ ກໍໄດ້ມາຮ່ວມການໂຮມຊຸມນຸມ ກັບຄອບຄົວທີ່ທີ່ໜຸ່ມນ້ອຍຂອງນາງ.
ຊຶ່ງນາງໄດ້ກ່າວວ່າ “”ມັນບໍ່ພຽງແຕ່ເປັນສິດຂອງພວກເຮົາເທົ່ານັ້ນ. ມັນແມ່ນສິດທິໃນອະນາຄົດຂອງພວກລູກເຕົ້າເຮົາ ນອກນັ້ນ ພວກອາຊະຍາກອນ ກໍຈະບໍ່ນຳເອົາປືນຂອງພວກເຂົາມາມອບຄືນໃຫ້ທາງການ ສະນັ້ນແລ້ວ ເປັນຫຍັງພວກເຮົາຈະເຮັດຈັ່ງຊັ້ນ.”
ບັນດາສະມາຊິກສະພາສັງກັດພັກເດໂມແຄຣັດ ຜູ້ທີ່ເມື່ອບໍ່ດົນມານີ້ ໄດ້ເຂົ້າຄວບຄຸມທັງສອງສະພາຂອງສະພາລັດເວີຈີເນຍ ກໍໄດ້ຮັບຜ່ານກົດໝາຍຄວບຄຸມປືນທີ່ເຄັ່ງຄັດຂຶ້ນ ອັນເປັນຈຸດສູນການຂອງການໂຮມຊຸມນຸມ.