ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກໄວ້ທຸກ ເຂົ້າຮ່ວມພິທີ ສົ່ງສະການ ຕາມປະເພນີມຸສລິມ ໃຫ້ແກ່ທ່ານ Muhammad Ali


ທ່ານ Nahed Ahmed Zeead ອາຍຸ 51 ປີ ຈາກອີຣັກ ໄປຮ່ວມພິທີສົ່ງສະການ ໃຫ້ແກ່ທ່ານ Muhammad Ali ທີ່ເມືອງ Louisville ໃນລັດ Kentucky. (ວັນທີ 9 ມິຖຸນາ 2016)
ທ່ານ Nahed Ahmed Zeead ອາຍຸ 51 ປີ ຈາກອີຣັກ ໄປຮ່ວມພິທີສົ່ງສະການ ໃຫ້ແກ່ທ່ານ Muhammad Ali ທີ່ເມືອງ Louisville ໃນລັດ Kentucky. (ວັນທີ 9 ມິຖຸນາ 2016)

ຫລາຍໆ​ພັນ​ຄົນ ທັງ​ດຳແລະ​ຂາວ ທັງ​ມຸສລິ​ມ​ແລະ​ຢິວ ທັງ​ເຖົ້າ​ແລະ​ໜຸ່ມ ​ແມ່ນ​ພາກັນ​ແອ​ອັດ​ຈົນ​ແໜ້ນຕຶກອາຄານ Freedom Hall ​ໃນເມືອງ Louisville ລັດ Kentucky ​ໃນ​ວັນ​ພະຫັດ​ວານ​ນີ້ ​ເພື່ອ​ເຂົ້າຮ່ວມ​ພິທີ​ສົ່ງສະການ ​ຕາມ​ປະ​ເພນີ ຂອງ​ຊາວ​ມຸສລິ​ມ​ໃຫ້​ແກ່ທ່ານ​ Muhammad Ali.

ນັກ​ມວຍ​ຊື່​ສຽງ​ໂດ່​ງດັງ​ ທີ່​ຫລາຍພັນ​ລ້ານ​ຄົນຮູ້​ກັນ​ໃນ​ທົ່ວ​ໂລກ ໄດ້ເຖິງ​ແກ່​ກຳ ​ໃນ​ອາທິດ​ແລ້ວຮວມອາຍຸ​ໄດ້ 74 ປີ ຫລັງ​ຈາກ​ໄດ້​ຕໍ່ສູ້​ກັບ​ໂຣກພາກ​ກິນ​ຊັ່ນ​ມາ​ເປັນ​ເວລາ​ດົນ​ນານ.

ພິທີ​ສົ່ງສະການ​ໃຫ້​ແກ່ທ່ານ Muhammad Ali ຈັດ​ຂຶ້ນ​ໃນ​ບ່ອນ​ດຽວ​ກັນ​ກັບ​ທີ່​ທ່ານເຄີຍ​ຂຶ້ນຊົກມວຍ​ອາຊີບ​ເປັນ​ເທື່ອ​ທຳ​ອິດ ​ໃນ​ປີ 1960 ບໍ່​ດົນ​ຫລັງ​ຈາກ​ໄດ້​ຊະນະຫຼຽນຄຳ ​ໃນ​ການ​ແຂ່ງຂັນ​ກິລາ​ໂອ​ລິ​ມປິກ​ລະດູ​ຮ້​ອນທີ່​ກຸງ​ໂຣມ ປະ​ເທດ​ອີ​ຕາ​ລີ.

ຕາມ​ປະ​ເພ​ນີຂອງ​ສາສະໜາ​ອິສລາມ​ນັ້ນ ພວກ​ຜູ້​ຊາຍ​ແລະແມ່ຍິງ​ຊາວ​ມຸສລິ​ມຈະ​ພາກັນ​ພາວະນາ​ແບບ​ແຍກ​ກັນ ​ໃນ​ຂະນະ​ທີ່ Imam Zaid Shakir ​ເປັນ​ຜູ້ນຳ​ພາ​ພິທີ​ທາງ​ສາສະ ໜາ.

ນີ້​ແມ່ນ​ກ່ຽວ​ກັບ ການ​ອຳ​ລາ​ທ່ານ​ໃນ​ວິທີ​ທີ່​ດີ​ທີ່​ສຸດ​ແລະ​ໃຫ້​ກຽດໃນ​ຄວາມ​ຊົງ​ຈຳ​ຕໍ່ ທ່ານ ດຳລົງ​ຊີວິດ​ໃນ​ຄວາມ​ຊົງ​ຈຳ​ຂອງ​ທ່ານ ​ແລະ​ມີ​ຄວາມ​ຮັກ​ຕໍ່​ກັນ​ແລະ​ກັນ​ດັ່ງ ທີ່​ທ່ານ​ປະສົງ​ເອົາ​ໄວ້ ນັ້ນຄື​ຄຳ​ເທດ​ສະໜາ​ຂອງ Imam.

ພວກ​ທີ່​ໄປ​ຮ່ວມ​ສວດ​ມົນ​ພາວະນາ​ແລະ​ມີ​ຄວາມ​ນັບຖື​ເອີ້ນ Muhammad Ali ວ່າ ​ເປັນ​ໂສມ​ໜ້າ​ອັນ​ແທ້​ຈິງ​ຂອງ​ອິສລາມ ທີ່​ຊຸກຍູ້​ໃຫ້​ມີ​ສັນຕິພາບ ມີ​ການ​ໂຍະ ຍານ​ຜ່ອນ​ຜັນຕໍ່​ຜຸູ້ຄົນ​ຈາກ​ທຸກໆ​ສາສະໜາ.

ທ່ານ Muhammad Ali ຈະ​ໄດ້​ຮັບ​ການ​ໄວ້ອາ​ໄລ​ອີກ​ເທື່ອ​ນຶ່ງ​ໃນ​ວັນ​ສຸກ​ມື້ນີ້ ຢູ່​ໃນ​ພິທີ​ສົ່ງສະການ​ທີ່​ທຸກໆ​ຄົນຈາກ​ທຸກໆ​ສາສະໜາ​ສາມາດ​ເຂົ້າຮ່ວມໄດ້ ທີ່​ເມືອງ Louisville.

'Reason I Rhyme is Cause of Ali,' Remembering the Champ
please wait

No media source currently available

0:00 0:02:45 0:00

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG