ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອະດີດປະທານາທິບໍດີ ບຣາຊິລ ທ່ານ ດາ ຊິລວາ ຖືກຕຳຫຼວດ ຄວບຄຸມຕົວ


ຜູ້ສະໜັບສະໜູນອະດີດປະທານາທິບໍດີ ບຣາຊິລ ທ່ານ ຫຼຸຍສ ອິນາຊີໂອ ລູລາ ດາ ຊິລວາ (Luiz Inacio Lula da Silva)
ເຕົ້າໂຮມກັນຢູ່ຕໍ່ໜ້າສຳນັກງານໃຫຍ່ສະຫະພັນກຳມະກອນ
ເຫຼັກໃນເມືອງ ຊາວ ເບີນາໂດ ໂດ ກຳໂປ (Sao Bernardo do Campo,) ປະເທດ ບຣາຊິລ. 7 ເມສາ, 2018.
ຜູ້ສະໜັບສະໜູນອະດີດປະທານາທິບໍດີ ບຣາຊິລ ທ່ານ ຫຼຸຍສ ອິນາຊີໂອ ລູລາ ດາ ຊິລວາ (Luiz Inacio Lula da Silva) ເຕົ້າໂຮມກັນຢູ່ຕໍ່ໜ້າສຳນັກງານໃຫຍ່ສະຫະພັນກຳມະກອນ ເຫຼັກໃນເມືອງ ຊາວ ເບີນາໂດ ໂດ ກຳໂປ (Sao Bernardo do Campo,) ປະເທດ ບຣາຊິລ. 7 ເມສາ, 2018.

ອະດີດປະທານາທິບໍດີ ບຣາຊິລ ທ່ານ ຫຼຸຍສ໌ ອິນາຊີໂອ ລູລາ ດາ ຊິລວາ, ຜູ້ທີ່ຖືກຕັດ
ສິນຂັງຄຸກ, ໄດ້ມອບຕົວຕໍ່ຕຳຫຼວດໃນວັນເສົາວານ ນີ້, ນຶ່ງວັນຫຼັງຈາກໄດ້ເລີ່ມການປະ
ເຊີນໜ້າກັບຕຳຫຼວດ, ຜູ້ທີ່ໄດ້ສັ່ງໃຫ້ ຈັບກຸມທ່ານ.

ທ່ານ ດາ ຊິລວາ ໄດ້ເດີນທາງອອກຈາກຕຶກສະຫະພັນກຳມະກອນ ເຫຼັກ, ເຊິ່ງແມ່ນ
ບ່ອນທີ່ທ່ານໄດ້ພະຍາຍາມໄປຫຼົບລີ້, ດ້ວຍການປ້ອງ ກັນໂດຍຜູ້ຄຸ້ມກັນຫຼາຍຄົນ.
ກ່ອນໜ້ານັ້ນ, ຜູ້ສະໜັບສະໜູນຂອງທ່ານ ໄດ້ພະຍາຍາມທີ່ຈະກີດກັ້ນບໍ່ໃຫ້ທ່ານອອກ
ໄປ.

ຫຼັງຈາກນັ້ນທ່ານກໍໄດ້ເຂົ້າໄປໃນລົດຕຳຫຼວດ ແລະ ຖືກນຳຕົວໄປສະ ຖານີຕຳຫຼວດ
ເມືອງ ຊາວ ປາວໂລ. ຕໍ່ມາ, ທ່ານກໍໄດ້ຂຶ້ນເຮືອບິນເດີນ ທາງໄປເມືອງ ຄູຣີຕິບາ, ເຊິ່ງ
ແມ່ນບ່ອນຂອງສະຖານທີ່ການສືບສວນ ສອບສວນຕໍ່ຕ້ານການສໍ້ລາດບັງຫຼວງຕັ້ງຢູ່.

ໃນຄຳປາໄສຄັ້ງທຳອິດ ນັບຕັ້ງແຕ່ຄຳສັ່ງຈັບໄດ້ຖືກປະກາດໃນວັນພະ ຫັດທີຜ່ານມາ
ນັ້ນ, ທ່ານ ດາຊິລວາ ໄດ້ກ່າວຕໍ່ພວກຜູ້ສະໜັບສະໜູນ ໃນວັນສຸກແລ້ວນີ້ວ່າ ທ່ານ
ເປັນຜູ້ລິສຸດ ແລະ ໄດ້ຕົກເປັນເປົ້າໝາຍ ເພື່ອປ້ອງກັນທ່ານຈາກການລົງແຂ່ງຂັນເອົາ
ຕຳແໜ່ງ ປະທານາທິບໍດີ ອີກຄັ້ງນຶ່ງໃນເດືອນຕຸລາປີນີ້.

ທ່ານ ດາ ຊິລວາ ຄວນເລີ່ມຖືກຂັງຄຸກເປັນເວລາ 12 ປີໃນວັນສຸກສັບ ປະດານີ້ ໃນຂໍ້
ຫາຮັບເງິນສິນບົນ, ແຕ່ໃນທາງກົງກັນຂ້າມທ່ານໄດ້ໄປ ຫ້ອງການຂອງສະຫະພັນກຳ
ມະກອນເຫຼັກ ໃນເຂດຊານເມືອງຂອງ ເມືອງ ຊາວ ປາວໂລ, ບ່ອນທີ່ຫຼາຍປີກ່ອນໜ້າ
ນີ້ ທ່ານໄດ້ປະຕິບັດ ໜ້າທີ່ຂອງທ່ານເປັນຜູ້ນຳພັກກຳມະກອນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG